Homeຂ່າວໜ້າໜຶ່ງກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ອີຢູ ຄັ້ງທີ 25

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ອີຢູ ຄັ້ງທີ 25

ໃນລະຫວ່າງວັນທີ 27-28 ເມສານີ້, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະ ມົນຕີ ລັດຖະມົນຕີກະຊວງການຕ່າງປະເທດໄດ້ນໍາພາຄະນະເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະ ເທດອາຊຽນ-ສະຫະພາບເອີຣົບ (ອີຢູ) ຄັ້ງທີ 25 ທີ່ບັນດາເສຣີເບກາວັນ ບຣູໄນດາຣູຊາລາມ, ພາຍໃຕ້ການເປັນປະທານຮ່ວມຂອງບຣູໄນດາຣູຊາລາມ ແລະ ອີຢູ ໂດຍມີບັນດາລັດຖະມົນຕີຕ່າງປະເທດອາຊຽນ ແລະ ຄະນະຜູ້ແທນຈາກ 27 ປະເທດສະມາຊິກອີຢູ ແລະ ກອງເລຂາອາຊຽນເຂົ້າຮ່ວມ.

ກອງປະຊຸມໄດ້ທົບທວນຄືນການພົວພັນຮ່ວມມືອາຊຽນ-ອີຢູ ໃນໄລຍະຜ່ານມາໂດຍສະເພາະຕໍ່ກັບຄວາມຄືບໜ້າການຈັດຕັ້ງປະຕິບັດແຜນປະຕິບັດງານອາຊຽນ-ອີຢູ (2023-2027). ສອງຝ່າຍມີຄວາມໝາຍໝັ້ນຮ່ວມກັນທີ່ຈະສະເຫຼີມສະຫຼອງການພົວພັນຮ່ວມມືອາຊຽນ-ອີຢູ ຄົບຮອບ 50 ປີໃນປີ 2027. ໃນນີ້, ກອງປະຊຸມໄດ້ປຶກສາຫາລື ແລະ ກໍານົດທິດທາງການຮ່ວມມືໃນຕໍ່ໜ້າໂດຍໄດ້ສືບຕໍ່ເນັ້ນຢໍ້າຄວາມໝາຍໝັ້ນໃນການຮັດແໜ້ນການຮ່ວມມືໃນບັນດາຂົງເຂດທີ່ສອງຝ່າຍມີທ່າແຮງ ແລະ ມີຄວາມສົນໃຈຮ່ວມກັນເປັນຕົ້ນແມ່ນການຮັດແໜ້ນການຮ່ວມມືດ້ານການຄ້າ ແລະ ເສດຖະກິດ ໂດຍຍຶດຖື ຫຼັກການຮ່ວມມືຫຼາຍຝ່າຍ, ການຮັດແໜ້ນການຮ່ວມມືດ້ານການເຊື່ອມໂຍງ-ເຊື່ອມຈອດ, ການຮ່ວມມືດ້ານການຄໍ້າປະກັນດ້ານພະລັງງານ ແລະ ສະບຽງອາຫານ ແລະ ການຮ່ວມມືເພື່ອຮັບມືກັບການປ່ຽນແປງສະພາບດິນຟ້າອາກາດ.

ກອງປະຊຸມ ໄດ້ແລກປ່ຽນທັດສະນະກ່ຽວກັບບັນຫາພາກພື້ນ ແລະ ສາກົນທີ່ມີຄວາມສົນໃຈຮ່ວມກັນເປັນຕົ້ນແມ່ນສະພາບການໃນຕາເວັນອອກກາງທີ່ສົ່ງຜົນກະທົບຕໍ່ຂະແໜງພະລັງງານ ແລະ ສະບຽງອາຫານຂອງພາກພື້ນ ແລະ ໃນໂລກ, ການຕ້ານການກໍ່ການຮ້າຍ ແລະ ອາຊະຍາກຳຂ້າມຊາດ, ຄວາມປອດໄພທາງໄຊເບີ ແລະ ການຕ້ານການສໍ້ໂກງທາງອອນລາຍ. ກອງປະຊຸມໄດ້ຮັບຮອງເອົາຖະແຫຼງການຮ່ວມຂອງກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ອີຢູ ຄັ້ງທີ 25.

ນອກຈາກນີ້, ທ່ານ ທອງສະຫວັນ ພົມວິຫານ ຍັງໄດ້ພົບປະສອງຝ່າຍກັບຫວຽດນາມ, ຟີລິບປິນ, ລິດຕົວນີ, ປອກຕຸຍການ, ໂອຕຣິດ, ສະໂລວັກ, ໄຊປຣັດ ແລະ ສະຫະພາບເອີຣົບ ເພື່ອແນໃສ່ຮັດແໜ້ນການຮ່ວມມື ແລະ ສະໜັບສະໜູນຊຶ່ງກັນ ແລະ ກັນ ໃນຂອບການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍທີ່ກ່ຽວຂ້ອງ.

(ຂ່າວ: ກຕທ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments