Homeຂ່າວໜ້າໜຶ່ງສື່ມວນຊົນມີບົດບາດສໍາຄັນເສີມສ້າງຄວາມສາມັກຄີປອງດອງທົ່ວປວງຊົນລາວທັງຊາດ

ສື່ມວນຊົນມີບົດບາດສໍາຄັນເສີມສ້າງຄວາມສາມັກຄີປອງດອງທົ່ວປວງຊົນລາວທັງຊາດ

ສື່ມວນຊົນແມ່ນເຄື່ອງມືທາງດ້ານການເມືອງແນວຄິດ, ເປັນກະບອກສຽງອັນແຫຼມຄົມໃຫ້ແກ່ພັກ ແລະ ລັດ ໃນການປະຕິບັດໜ້າທີ່ການເມືອງ, ມີບົດບາດສໍາຄັນໃນການເສີມສ້າງຄວາມສາມັກຄີປອງດອງ ທົ່ວປວງຊົນລາວທັງຊາດ. ສະຫາຍ ຄໍາມອນ ຈັນທະຈິດ ກຳມະການສໍາຮອງສູນກາງພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ຂຶ້ນປະກອບຄໍາເຫັນຕໍ່ກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດທົ່ວປະເທດ ຄັ້ງທີ XII ພາຍໃຕ້ຫົວຂໍ້: “ບົດບາດຂອງສື່ມວນຊົນໃນການປຸກລະດົມ, ຂົນຂວາຍ ແລະ ເຕົ້າໂຮມຄວາມສາມັກຄີ ທົ່ວປວງຊົນລາວທັງຊາດ” ໃນວັນທີ 28 ເມສານີ້ ທີ່ຫໍປະຊຸມແຫ່ງຊາດ.

ສະຫາຍ ຄໍາມອນ ຈັນທະຈິດ ກ່າວວ່າ: ສື່ມວນຊົນແມ່ນເຄື່ອງມືທາງດ້ານການເມືອງແນວຄິດ, ເປັນກະບອກສຽງອັນແຫຼມຄົມໃຫ້ແກ່ພັກ ແລະ ລັດ ໃນການປະຕິບັດໜ້າທີ່ການເມືອງ, ມີບົດບາດສໍາຄັນໃນການເສີມສ້າງຄວາມສາມັກຄີປອງດອງ ທົ່ວປວງຊົນລາວທັງຊາດ, ໂຄສະນາປຸກລະດົມ, ຊຸກຍູ້ການພັດທະນາ, ສ້າງສາເສດຖະກິດ-ສັງຄົມຂອງປະເທດເຮົາ. ຕໍ່ກັບບັນຫານີ້ ພັກໄດ້ຊີ້ນໍາແຕ່ຫົວທີ ໄດ້ມີມະຕິວ່າດ້ວຍການເພີ່ມທະວີການນໍາພາຂອງພັກ ແລະ ການຄຸ້ມຄອງຂອງລັດ ຕໍ່ສື່ມວນຊົນໃນໄລຍະໃໝ່ແຕ່ປີ 1993 ເປັນຕົ້ນມາ. ໃນໄລຍະມໍ່ໆນີ້ເລຂາທິການໃຫຍ່ ທອງລຸນ ສີສຸລິດ ໄດ້ເນັ້ນໜັກວ່າ: “ສື່ມວນຊົນແມ່ນຜູ້ປາກອອກແສງ, ຜູ້ທີ່ແທງເຖິງໃຈ, ຜູ້ສະດຸ້ງໄວເມື່ອໄດ້ອ່ານ, ຜູ້ທີ່ກ້າຜ່ານອຸປະສັກ, ຜູ້ທີ່ຮັກຄວາມຈິງ, ຜູ້ທີ່ຍິງຖືກເປົ້າ” ນີ້ເປັນທັດສະນະຊີ້ນໍາ ທີ່ເປັນເຂັມທິດຊີ້ບອກທາງໃຫ້ສື່ມວນຊົນຢຶດຖືເປັນອຸດົມການໃນການປະຕິບັດໜ້າທີ່ອັນສົມກຽດຂອງຕົນ.

ຕະຫຼອດໄລຍະ 70 ກວ່າປີແຫ່ງການນໍາພາຂອງພັກ ໃນຂະບວນການຕໍ່ສູ້ປົດປ່ອຍຊາດ, ຍາດເອົາເອກະລາດ ແລະ ອິດສະຫຼະພາບມາສູ່ປະຊາຊົນກໍຄື 50 ກວ່າປີ ໃນພາລະກິດປົກປັກຮັກສາລະບອບໃໝ່ ນັ້ນ, ພັກເຮົາຍາມໃດກໍໄດ້ຖືສໍາຄັນວຽກງານສື່ມວນຊົນ ໂດຍນໍາໃຊ້ພາຫະນະດັ່ງກ່າວນີ້ ເປັນເຄື່ອງມືໃນການໂຄສະນາ, ປຸກລະດົມ, ສຶກສາອົບຮົມ, ຂົນຂວາຍ ແລະ ຈັດຕັ້ງເຕົ້າໂຮມຄວາມສາມັກຄີທົ່ວປວງຊົນ, ສື່ມວນຊົນໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນໄຊຊະນະຂອງການປະຕິວັດໃນແຕ່ລະໄລຍະ. ສື່ມວນຊົນໄດ້ນໍາເອົາແນວຄິດ, ທິດສະດີປະຕິວັດ, ແນວທາງນະໂຍບາຍຂອງພັກໄປສູ່ປະຊາຊົນ, ທັງເປັນຜູ້ນໍາເອົາຄວາມຄິດເຫັນ, ຄວາມມຸ່ງມາດປາຖະໜາຂອງປະຊາຊົນມາສ່ອງແສງໃຫ້ພັກໄດ້ຮັບຊາບ ຊຶ່ງສາມາດສ້າງໄດ້ສາຍພົວພັນອັນສະໜິດແໜ້ນລະຫວ່າງພັກກັບປະຊາຊົນ ທີ່ບໍ່ສາມາດຕັດແຍກອອກຈາກກັນໄດ້, ການຖືເອົາປະຊາຊົນເປັນກົກ ແມ່ນບັນຫາທີ່ພັກໄດ້ຢຶດໝັ້ນຢ່າງສະເໝີຕົ້ນສະເໝີປາຍຕະຫຼອດມາ. ນອກຈາກນີ້, ສື່ມວນຊົນຍັງໄດ້ເປັນໂຄສົກຂອງພັກ-ລັດ, ເປັນກະບອກສຽງອັນແຫຼມຄົມຢັ້ງຢືນທັດສະນະທີ່ຖືກຕ້ອງ, ຕໍ່ສູ້ທັດສະນະທີ່ຜິດເຂວ, ຕີຖອຍຖ້ອຍທໍານອງບິດເບືອນ, ການອອກຂ່າວດ້ານດຽວ, ລວງດຽວຂອງຄົນບໍ່ດີ ນັບມື້ວ່ອງໄວທັນການ ແລະ ຈະແຈ້ງຂຶ້ນ. ຖັນແຖວພະນັກງານທີ່ເຮັດວຽກງານສື່ມວນຊົນໄດ້ມີຄວາມເສຍສະຫຼະສູງໃນແຕ່ລະໄລຍະປະຫວັດສາດ, ຖັນແຖວນັກຂ່າວໄດ້ເຕີບໃຫຍ່, ເຂັ້ມແຂງ ແລະ ມີຄຸນນະພາບ ມີທັດສະນະການເມືອງຈະແຈ້ງ, ຄວາມສະດຸ້ງໄວຕໍ່ສະພາບການ, ຄວາມຊໍານານໃນດ້ານວິຊາການ, ນັກຂ່າວໜຸ່ມນ້ອຍນັບມື້ເພີ່ມຂຶ້ນ, ການນໍາໃຊ້ຄວາມກ້າວໜ້າທາງດ້ານວິທະຍາສາດເຕັກໂນໂລຊີໃນການເກັບກໍາຂ່າວ, ຂຽນຂ່າວ, ໂຄສະນາຂົນຂວາຍໃນບັ້ນສໍາຄັນຂອງພັກຂອງຊາດແມ່ນໄດ້ມີຫຼາຍຮູບຫຼາຍສີ, ຫຼາຍເນື້ອໃນ, ຫຼາຍວິທີການທີ່ອຸດົມສົມບູນ ແລະ ສ້າງໄດ້ຄວາມເຊື່ອໝັ້ນຈາກພັກ-ລັດ ແລະ ປະຊາຊົນເຮັດໃຫ້ຈິດໃຈຮັກຊາດຂອງຄົນລາວ ຕໍ່ຊາດລາວ, ຄວາມເອກອ້າງທະນົງໃຈໃນຄວາມເປັນເອກະລາດ, ອໍານາດ ອະທິປະໄຕຂອງປະຊາຊົນລາວບັນດາເຜົ່ານັບມື້ໄດ້ຮັບການເຊີດຊູສູງຂຶ້ນ, ຄວາມສາມັກຄີເປັນຈິດໜຶ່ງໃຈດຽວພາຍໃນຊາດ ໄດ້ເພີ່ມທະວີຂຶ້ນສູ່ລະດັບໃໝ່ຢ່າງແຂງແຮງ, ຄວາມສາມັກຄີໄດ້ກາຍເປັນປະເພນີອັນລໍ້າຄ່າຂອງພັກ ແລະ ປະຊາຊົນລາວ; ໄດ້ຮັບການອະນຸລັກຮັກສາ ແລະ ພັດທະນາສອດຄ່ອງກັບຍຸກສະໄໝ ປັດຈຸບັນ.

ສະຫາຍ ຄໍາມອນ ຈັນທະຈິດ ກ່າວຕື່ມວ່າ: ເພື່ອປຸກລະດົມເຕົ້າໂຮມຄວາມສາມັກຄີເປັນປຶກແຜ່ນໃນຍຸກສະໄໝໃໝ່ນີ້ຈະຕ້ອງສຸມໃສ່ເພີ່ມທະວີບົດບາດການນໍາພາທີ່ເຂັ້ມແຂງຂອງພັກຕໍ່ສື່ມວນຊົນ, ສ້າງໃຫ້ພັກໃນບັນດາອົງການສື່ໃຫ້ມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ, ເອົາໃຈໃສ່ຊີ້ນໍາ, ຄຸ້ມຄອງສື່ມວນຊົນ ໃຫ້ເຄື່ອນໄຫວຖືກຕ້ອງຕາມລັດຖະທຳມະນູນ ແລະ ກົດໝາຍກໍານົດໄວ້; ສ້າງຄວາມເຂັ້ມແຂງໃຫ້ແກ່ກົງຈັກການຈັດຕັ້ງຂອງສື່ມວນຊົນຢູ່ໃນບັນດາອົງການຈັດຕັ້ງພັກ, ລັດ, ອົງການຈັດຕັ້ງມະຫາຊົນ ແລະ ສັງຄົມ ໃຫ້ໜັກແໜ້ນ, ເຂັ້ມແຂງ ສາມາດຈັດຕັ້ງປະຕິບັດພາລະບົດບາດຂອງຕົນໄດ້ຢ່າງມີປະສິດທິພາບ, ຮັບປະກັນໄດ້ 4 ລັກສະນະຂອງສື່ມວນຊົນ (ລັກສະນະຕົວຈິງ, ລັກສະນະສຶກສາອົບຮົມ, ລັກສະນະແນະນໍາ, ລັກສະນະຕໍ່ສູ້) ເພື່ອເຮັດໜ້າທີ່ເຄື່ອນໄຫວໂຄສະນາ, ປຸກລະດົມ, ເຕົ້າໂຮມຄວາມສາມັກຄີປະຊາຊົນບັນດາເຜົ່າໃຫ້ມີນໍ້າໃຈຮັກຊາດ, ຮັກລະບອບໃໝ່, ຍົກສູງຈິດໃຈເອກະລາດ, ເປັນເຈົ້າຕົນເອງ, ເພິ່ງຕົນເອງ ພ້ອມກັນອອກແຮງແຂ່ງຂັນສ້າງຂະບວນການຮັກຊາດ ແລະ ພັດທະນາ ໃຫ້ມີຄວາມຟົດຟື້ນ ແລະ ເປັນຮູບປະທຳ; ເອົາໃຈໃສ່ບຳລຸງ, ກໍ່ສ້າງຖັນແຖວນັກຂ່າວ, ຜູ້ເຮັດວຽກງານໃນຂົງເຂດສື່ມວນຊົນ ໃຫ້ມີທັງປະລິມານ ແລະ ຄຸນນະພາບໃໝ່ ຕອບສະໜອງກັບເງື່ອນໄຂ ແລະ ສະພາບການເລັ່ງທວງໃໝ່ໃນການພັດທະນາສື່ມວນຊົນຂອງພັກ. ເອົາໃຈໃສ່ດ້ານນະໂຍບາຍໃຫ້ສອດຄ່ອງກັບການພັດທະນາບຸກຄະລາກອນໃນຍຸກໃໝ່; ສ້າງສະພາບແວດລ້ອມເຮັດວຽກທີ່ສະດວກ, ພື້ນຖານໂຄງລ່າງ, ວັດຖຸ-ເຕັກນິກ, ງົບປະມານທີ່ຮັບປະກັນ, ປະກອບພາຫະນະ, ອຸປະກອນສື່ມວນຊົນ ທີ່ທັນສະໄໝ ໃຫ້ຄົບຖ້ວນ ແລະ ວາງລະບອບລະບຽບການນໍາໃຊ້ເຄື່ອງມືທີ່ມີຢູ່ໃນປັດຈຸບັນໃຫ້ຄຸ້ມຄ່າ, ມີປະສິດທິຜົນກວ່າເກົ່າ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments