Homeຂ່າວໜ້າໜຶ່ງ6 ແຜນງານ 62 ໂຄງການຫັນປ່ຽນວຽກງານແນວໂຮມໃຫ້ກ້າວສູ່ຄຸນນະພາບໃໝ່

6 ແຜນງານ 62 ໂຄງການຫັນປ່ຽນວຽກງານແນວໂຮມໃຫ້ກ້າວສູ່ຄຸນນະພາບໃໝ່

ສະຫາຍ ລາວປາວຊົງ ນະວົງໄຊ ກຳມະການສູນກາງພັກ ຮອງປະທານຜູ້ປະຈຳການສູນກາງແນວລາວສ້າງຊາດ (ສນຊ) ໄດ້ຂຶ້ນສະເໜີແຜນພັດທະນາອົງການແນວລາວສ້າງຊາດ 5 ປີ (2026-2030) ຕໍ່ກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດທົ່ວປະເທດ ຄັ້ງທີ XII ໃນວັນທີ 28 ເມສານີ້ ທີ່ຫໍປະຊຸມແຫ່ງຊາດວ່າ: ໂດຍສະເພາະແຜນພັດທະນາອົງການແນວລາວສ້າງຊາດ 5 ປີ (2026-2030) ມີ 6 ແຜນງານ 62 ໂຄງການ ຊຶ່ງເປັນແຜນຍຸດທະສາດສໍາຄັນໃນການຫັນປ່ຽນວຽກງານແນວໂຮມໃຫ້ກ້າວສູ່ຄຸນນະພາບໃໝ່.

ປະກອບມີດັ່ງນີ້: 1. ແຜນງານເຕົ້າໂຮມ ແລະ ເສີມສ້າງຄວາມສາມັກຄີປອງດອງທົ່ວປວງຊົນລາວມີ: 1) ໂຄງການຄົ້ນຄວ້າວິທະຍາສາດ ກ່ຽວກັບວຽກງານແນວໂຮມໃນໄລຍະໃໝ່; 2) ໂຄງການສຶກສາອົບຮົມ ເພື່ອສ້າງຄວາມເປັນເຈົ້າໃຫ້ແກ່ປະຊາຊົນບັນດາເຜົ່າ; 3) ໂຄງການອະນຸລັກຮັກສາວັດທະນະທຳອັນດີງາມ ຂອງປະຊາຊົນລາວບັນດາເຜົ່າ; 4) ໂຄງການສ້າງຄອບຄົວ, ບ້ານ ແລະ ເມືອງສາມັກຄີປອງດອງຕິດພັນກັບການພັດທະນາຊົນເຜົ່າຂົງເຂດ ແນວລາວສ້າງຊາດ; 5) ໂຄງການຄົ້ນຄວ້າ ແລະ ເກັບກຳສະຖິຕິບັນດາຊັ້ນຄົນໃນສັງຄົມລາວ; 6) ໂຄງການເສີມສ້າງຄວາມສາມັກດີ ແລະ ສົ່ງເສີມບົດບາດຜູ້ຊົງຄຸນວຸດທິ; 7) ໂຄງການສົ່ງເສີມການຂະຫຍາຍ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ການຈັດຕັ້ງສັງຄົມ; ໂຄງການຕິດຕາມ ແລະ ປຸກລະດົມການຈັດຕັ້ງສັງຄົມ ເພື່ອຊ່ວຍເຫຼືອສັງຄົມ (ກົມຊັ້ນຄົນ-ການຈັດຕັ້ງ ສັງດົມ ຮັບຜິດຊອບ); 9) ໂຄງການປົກປ້ອງສິດ ແລະ ຜົນປະໂຫຍດຂອງບັນດາເຜົ່າ ໃນ ສປປ ລາວ; 10) ໂຄງການປຸກສ້າງເຮືອນຊົນເຜົ່າ ໃນ ສປປ ລາວ ຢູ່ສວນບັນດາເຜົ່າ; 11) ໂຄງການສົ່ງເສີມ ແລະ ອະນຸລັກ ອະນຸສອນສະຖານຫໍມູນເຊື້ອແນວລາວສ້າງຊາດ; 12) ໂຄງການເຕົ້າໂຮມຄວາມສາມັກຄີບັນດາສາສະໜາ; 13) ໂຄງການສ້າງປຶ້ມຄູ່ມືວຽກງານພົວພັນພີ່ນ້ອງຄົນລາວຢູ່ຕ່າງປະເທດຂອງແນວລາວສ້າງຊາດ; 14) ໂຄງການຕ້ອນຮັບພີ່ນ້ອງຄົນລາວຈາກຕ່າງປະເທດສູ່ບ້ານເກີດ; 15) ໂຄງການສ້າງຄວາມເຂັ້ມແຂງໃນການພົວພັນກັບຄູ່ຮ່ວມງານຢູ່ຕ່າງປະເທດຂອງ ສນຊ; 16) ໂຄງການຄົ້ນຄວ້າວິທະຍາສາດ ສ້າງຄວາມສາມັກຄີສາສະໜາ.

2. ແຜນງານເຕົ້າໂຮມ ແລະ ເສີມສ້າງຄຸນງາມຄວາມດີມີ: 1) ໂຄງການປູກຈິດສໍານຶກຮັກບ້ານເກີດຜ່ານພາຫະນະສື່ມວນຊົນຂອງແນວລາວສ້າງຊາດ; 2) ໂຄງການປຸກລະດົມ ແລະ ປູກຈິດສໍານຶກໃຫ້ລູກຫຼານເຍົາວະຊົນ-ຊາວໜຸ່ມ ເອົາໃຈໃສ່ຕໍ່ການສຶກສາ, ການປະກອບອາຊີບ, ສະແຫວງຫາຄວາມກ້າວໜ້າ, ສ້າງວຽກເຮັດງານທໍາ, ເອົາຕົວອອກຈາກໄພຮ້າຍຂອງຢາເສບຕິດ ແລະ ຄ່ານິຍົມທີ່ບໍ່ຖືກຕ້ອງ; 3) ໂຄງການບັນດາກຳມະການ, ຄະນະທີ່ປຶກສາ ແລະ ຄູ່ຮ່ວມງານແນວລາວສ້າງຊາດ ແຕ່ລະຂັ້ນທັງຢູ່ພາຍໃນ ແລະ ຕ່າງປະເທດ ນໍາພາສ້າງໂຄງການສ້າງຄຸນງາມຄວາມດີປະກອບສ່ວນພັດທະນາບ້ານເກີດ ຫຼື ບ່ອນທີ່ເຄີຍຢູ່ອາໄສ.

3. ແຜນງານ ເຕົ້າໂຮມ ແລະ ເສີມສ້າງຄຸນວຸດທິມີ:

1) ໂຄງການສ້າງຫຼັກສູດບົດບາດຂອງຊັ້ນຄົນ ແລະ ການຈັດຕັ້ງສັງຄົມ;

2) ໂຄງການສືບຕໍ່ຄົ້ນຄວ້າການຈັດຕັ້ງສະມາຄົມ/ສະຫະພັນຊາວກະສິກອນລາວ.

4. ແຜນງານເຕົ້າໂຮມ ແລະ ເສີມສ້າງຄຸນນະທຳມີ:

1) ໂຄງການພິທີກຳທາງສາສະໜາ ແລະ ການເຊື່ອຖືທີ່ເປັນເອກະລັກຂອງຊົນເຜົ່າ;

2) ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານແນວລາວສ້າງຊາດ ແລະ ພາກສ່ວນກ່ຽວຂ້ອງ ທີ່ຮັບຜິດຊອບວຽກງານສາສະໜາຢູ່ຂັ້ນແຂວງ, ເມືອງ ແລະ ບ້ານ;

3) ໂຄງການຝຶກອົບຮົມການເມືອງ-ແນວຄິດໃຫ້ແກ່ການຈັດຕັ້ງສາສະໜາພຸດ ແລະ ສາສະໜາຕ່າງໆ;

4) ໂຄງການຊຸກຍູ້ການຈັດຕັ້ງສາສະໜາ ຜະລິດເຄື່ອງຮັບໃຊ້ງານບຸນ ເພື່ອຫຼຸດຜ່ອນການນໍາເຂົ້າ; 5) ໂຄງການສືບຕໍ່ກໍ່ສ້າງວັດບ້ານຖ້ຳໄຊ ເມືອງໜອງແຮດ ແຂວງຊຽງຂວາງ ໄລຍະທີ 2;

6) ໂຄງການຮຽນຮູ້ປູກຈິດສໍານຶກຄຸນນະທໍາ, ຈະລິຍະທຳ ແລະ ຄ່ານິຍົມ ຜ່ານພາຫະນະສື່ມວນຊົນຂອງແນວລາວສ້າງຊາດ.

5. ແຜນງານ ສ້າງຄວາມເຂັ້ມແຂງໃຫ້ອົງການແນວລາວສ້າງຊາດແຕ່ລະຂັ້ນມີ:

1) ໂຄງການ ຄົ້ນຄວ້າ ແລະ ຜັນຂະຫຍາຍຄໍາຂວັນ 4 ເສີມສ້າງ;

2) ໂຄງການສ້າງ ແລະ ຄົ້ນຄວ້າປັບປຸງນິຕິກໍາຂອງແນວລາວສ້າງຊາດ;

3) ໂຄງການຕິດຕາມ ແລະ ຊຸກຍູ້ການປະຕິບັດໜ້າທີ່ການເມືອງຂອງແນວລາວສ້າງຊາດແຕ່ລະຂັ້ນ;

4) ໂຄງການສ້າງຄວາມເຂັ້ມແຂງໃຫ້ພະນັກງານຂະແໜງໂຄສະນາຂອງແນວລາວສ້າງຊາດ;

5) ໂຄງການປັບປຸງວຽກງານໂຄສະນາຜ່ານສື່ມວນຊົນ;

6) ໂຄງການເຂົ້າຮ່ວມຕິດຕາມ ແລະ ຊຸກຍູ້ການປະຕິບັດແນວທາງ, ລັດຖະທຳມະນູນ, ກົດໝາຍ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນ;

7) ໂຄງການເສີມຂະຫຍາຍສິດເປັນເຈົ້າ ແລະ ປົກປ້ອງສິດຜົນປະໂຫຍດອັນຊອບທໍາຂອງປະຊາຊົນ ຕາມລັດຖະທຳມະນູນ ແລະ ກົດໝາຍກຳນົດໄວ້; ໂຄງການຊຸກຍູ້ກໍາມະການ, ຄະນະທີ່ປຶກສາ ແລະ ຄູ່ຮ່ວມງານ ແລະ ແນວລາວສ້າງຊາດ ຂັ້ນທ້ອງຖິ່ນໃນການເຄື່ອນໄຫວວຽກງານແນວໂຮມ;

9) ໂຄງການປັບປຸງກົດໝາຍແນວລາວສ້າງຊາດ;

10) ໂຄງການ ສ້າງຄວາມເຂັ້ມແຂງວຽກພັກ, ວຽກງານອົງການຈັດຕັ້ງມະຫາຊົນ;

11) ໂຄງການກໍ່ສ້າງ ແລະ ບໍາລຸງພະນັກງານແນວລາວສ້າງຊາດ;

12) ໂຄງການປັບປຸງການຈັດຕັ້ງ ແລະ ກົງຈັກບຸກຄະລາກອນແນວລາວສ້າງຊາດແຕ່ລະຂັ້ນ;

13) ໂຄງການຊຸກຍູ້ການເຄື່ອນໄຫວກອງທຶນບ້ານສາມັກຄີ ແລະ ພັດທະນາແນວລາວສ້າງຊາດ;

14) ໂຄງການດໍາເນີນມູນນິທິສາມັກຄີ ແລະ ພັດທະນາ;

15) ໂຄງການສ້າງລາຍຮັບເພີ່ມ;

16) ໂຄງການຫັນເປັນທັນສະໄໝຂອງແນວລາວສ້າງຊາດ;

17) ໂຄງການຄົ້ນຄວ້ານະໂຍບາຍຊົນເຜົ່າ;

18) ໂຄງການໂຄສະນາເຜີຍແຜ່ ແລະ ປູກຈິດສຳນຶກ ເພື່ອປົກປ້ອງສິດທິແມ່ຍິງ ແລະ ເດັກນ້ອຍບັນດາເຜົ່າ;

19) ໂຄງການ ສ້າງຄວາມເຂັ້ມແຂງໃຫ້ແກ່ບຸກຄະລາກອນແນວລາວສ້າງຊາດ ແລະ ຜູ້ນໍາຊຸມຊົນໃນວຽກງານແມ່ຍິງ-ເດັກ;

20) ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ກຳມະການ, ພະນັກງານຫຼັກແຫຼ່ງຂອງແນວລາວສ້າງຊາດ ແຕ່ລະຂັ້ນ ຕໍ່ວຽກງານແນວໂຮມ.

6. ແຜນງານຮ່ວມມືກັບອົງການພາຄີ ແລະ ການຮ່ວມມືກັບສາກົນມີ:

1) ໂຄງການຮ່ວມມືລະຫວ່າງແນວລາວສ້າງຊາດ ກັບອົງການຈັດຕັ້ງມະຫາຊົນ ເພື່ອສ້າງລາຍຮັບຮ່ວມກັນຢູ່ ເມືອງສັງທອງ;

2) ໂຄງການຮ່ວມມືລະຫວ່າງແນວໂຮມ 3 ປະເທດ ລາວ-ຫວຽດນາມ-ກໍາປູເຈຍ;

3) ໂຄງການ ເສີມສ້າງຊາຍແດນມິດຕະພາບລາວ-ຫວຽດນາມ;

4) ໂຄງການເສີມສ້າງຊາຍແດນມິດຕະພາບ ລາວ-ກຳປູເຈຍ;

5) ໂຄງການຕິດຕາມຊຸກຍູ້ການຈັດຕັ້ງປະຕິບັດບົດບັນທຶກການຮ່ວມມື ແລະ ຖະແຫຼງການຮ່ວມກັບອົງການແນວໂຮມປະເທດເພື່ອນມິດ;

6) ໂຄງການແລກປ່ຽນບົດຮຽນກ່ຽວກັບວຽກງານແນວໂຮມ ລະຫວ່າງ ສນຊ ກັບສູນກາງແນວໂຮມປະເທດຊາດຫວຽດນາມ;

7) ໂຄງການຮ່ວມມືລະຫວ່າງສູນກາງແນວລາວສ້າງຊາດກັບກະຊວງຊົນເຜົ່າ ແລະ ສາສະໜາຂອງ ສສ ຫວຽດນາມ; ໂຄງການຮ່ວມມືລະຫວ່າງສູນກາງແນວລາວສ້າງຊາດກັບຄະນະກຳມະການກິດຈະການຊົນເຜົ່າ ສປ ຈີນ;

9) ໂຄງການຮ່ວມມືລະຫວ່າງສູນກາງແນວລາວສ້າງຊາດກັບຄະນະກໍາມະການກິດຈະການສາສະໜາ ສປ ຈີນ;

10) ໂຄງການຮ່ວມມືລະຫວ່າງສູນກາງແນວລາວສ້າງຊາດ ກັບຄະນະໂຄສະນາສຶກສາ ແລະ ຂົນຂວາຍ ປະຊາຊົນສູນກາງພັກກອມມູນນິດຫວຽດນາມ;

11) ໂຄງການຮ່ວມມືລະຫວ່າງກົມສາສະໜາ ສນຊ ກັບສໍານັກງານພຸດທະສາສະໜາແຫ່ງຣາຊະອານາຈັກໄທ;

12) ໂຄງການສືບຕໍ່ການຮ່ວມມືກັບຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມວຽກງານຊາວກະສິກອນ;

13) ໂຄງການຮ່ວມມືກັບກຸ່ມບໍລິສັດທ່ອງທ່ຽວວັດທະນະທໍາລາວມະຫາຊົນ;

14) ໂຄງການຮ່ວມມືກັບກຸ່ມບໍລິສັດມາລີນີ ເພື່ອຈັດຕັ້ງປະຕິບັດໂຄງການທົດລອງປູກເຂົ້ານາໄຮ່ໃຫຍ່, ປູກພືດລົ້ມລຸກ ແລະ ລ້ຽງສັດຢູ່ເມືອງທຸລະຄົມ ແຂວງວຽງຈັນ

15) ໂຄງການຮ່ວມມືກັບບໍລິສັດ ຊີຈີເອັນ ເອເນີຈີ ເຕັກໂນໂລຊີ (ລາວ) ຈໍາກັດ ໃນການຄົ້ນຄວ້າດ້ານວິຊາການກ່ຽວກັບພະລັງງານໄຟຟ້າສະອາດຂອງ ສປປ ລາວ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments