Homeຂ່າວໜ້າໜຶ່ງສນຊ ສະເໜີປັບປຸງກົດລະບຽບແນວລາວສ້າງຊາດ ສະໄໝທີ XII

ສນຊ ສະເໜີປັບປຸງກົດລະບຽບແນວລາວສ້າງຊາດ ສະໄໝທີ XII

ສະຫາຍ ນາງ ສີພະຈັນ ນັນທະວົງສາ ຮອງປະທານສູນກາງແນວລາວສ້າງຊາດ (ສນຊ) ປະທານກວດກາ ສນຊ ໄດ້ຂຶ້ນຜ່ານຮ່າງບົດລາຍງານການປັບປຸງກົດລະບຽບແນວລາວສ້າງຊາດສະໄໝທີ XII ຕໍ່ກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດ ທົ່ວປະເທດ ຄັ້ງທີ XII ໂດຍສະເໜີປັບປຸງກົດລະບຽບ ແນວລາວສ້າງຊາດ ສະໄໝທີ XII ເພື່ອເປັນບ່ອນອີງທີ່ສໍາຄັນໃນການຍົກສູງບົດບາດ ຂອງແນວລາວສ້າງຊາດ ໃຫ້ສອດຄ່ອງກັບສະພາບການພັດທະນາປະເທດຊາດໃນໄລຍະໃໝ່.

ການປັບປຸງກົດລະບຽບໃນຄັ້ງນີ້, ແມ່ນເພື່ອເຮັດໃຫ້ອົງການແນວລາວສ້າງຊາດເປັນ “ຄັນທຸງ” ທີ່ເຂັ້ມແຂງໃນການເຕົ້າໂຮມຄວາມສາມັກຄີປອງດອງຂອງປະຊາຊົນລາວບັນດາເຜົ່າ, ຊັ້ນຄົນ, ສາສະໜາ ແລະ ເພດ-ໄວ ແລະ ພີ່ນ້ອງຄົນລາວທີ່ອາໄສຢູ່ຕ່າງປະເທດ; ສິ່ງສຳຄັນແມ່ນເພື່ອໃຫ້ສອດຄ່ອງກັບ ລັດຖະທຳມະນູນແຫ່ງ ສປປ ລາວ ສະບັບປັບປຸງ ປີ 2025 ແລະ ມະຕິຕ່າງໆ ຂອງພັກ-ລັດ ທີ່ໄດ້ກໍານົດຄືນກ່ຽວກັບການຈັດຕັ້ງບໍລິຫານຂັ້ນທ້ອງຖິ່ນ (ເຊັ່ນ: ການສ້າງຕັ້ງຕາແສງ). ເນື້ອໃນສຳຄັນທີ່ໄດ້ປັບປຸງຮ່າງກົດລະບຽບໃໝ່ປະກອບມີ 12 ໝວດ 59 ມາດຕາ, ໂດຍປະກອບມີ: 1. ການປັບປຸງບຸກຄະລາກອນ: ກຳນົດໃຫ້ຫຼີກລ່ຽງການເອົາເຈົ້າໜ້າທີ່ລັດ ທີ່ໃຊ້ສິດອຳນາດໂດຍກົງ (ເຊັ່ນ: ຕຳຫຼວດ, ສານ, ໄອຍະການ, ພາສີ) ມາເປັນກຳມະການ ສນຊ ເພື່ອຮັບປະກັນບົດບາດການເປັນຕົວແທນໃຫ້ແກ່ປະຊາຊົນຢ່າງແທ້ຈິງ; 2. ການຈັດຕັ້ງຮາກຖານ: ປ່ຽນຄຳສັບຈາກ “ແນວລາວສ້າງຊາດບ້ານ” ມາເປັນ “ແນວລາວສ້າງຊາດຮາກຖານ” ແລະ ກໍານົດໂຄງປະກອບກົງຈັກແຕ່ລະຂັ້ນໃຫ້ຈະແຈ້ງ; 3. ເນື້ອໃນການເຄື່ອນໄຫວໃໝ່: ເພີ່ມ ໝວດໃໝ່ (ໝວດທີ V) ທີ່ເນັ້ນໃສ່ “4 ການຫັນປ່ຽນ, 4 ຮ່ວມ ແລະ 4 ເສີມສ້າງ” ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານແນວໂຮມ; 4. ການສົ່ງເສີມລາຍຮັບ: ເພີ່ມເນື້ອໃນກ່ຽວກັບການຊອກແຫຼ່ງລາຍຮັບ ທີ່ຖືກຕ້ອງຕາມກົດໝາຍ ເພື່ອຮັບໃຊ້ກິດຈະກຳຂອງອົງການແນວລາວສ້າງຊາດ.

ສະຫາຍ ນາງ ສີພະຈັນ ນັນທະວົງສາ ກ່າວຕື່ມວ່າ: ສຳລັບທິດທາງຕໍ່ໜ້າ ກົດລະບຽບສະບັບປັບປຸງໃໝ່ນີ້ ຈະເປັນບ່ອນອີງພື້ນຖານໃຫ້ແກ່ການເຄື່ອນໄຫວຂອງຄະນະກຳມະການແນວລາວສ້າງຊາດແຕ່ລະຂັ້ນ ເພື່ອແນໃສ່ສ້າງຄວາມສາມັກຄີເປັນປຶກແຜ່ນ ແລະ ປຸກລະດົມກຳລັງແຮງທົ່ວສັງຄົມ ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ກ້າວຂຶ້ນຕາມທິດສັງຄົມນິຍົມຢ່າງໝັ້ນຄົງ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments