Homeຂ່າວຕ່າງປະເທດສະຫະລັດອາຣັບເອມີເຣດ ປະກາດຈະຖອນຕົວອອກຈາກ ໂອເປັກ

ສະຫະລັດອາຣັບເອມີເຣດ ປະກາດຈະຖອນຕົວອອກຈາກ ໂອເປັກ

ຂ່າວສານຊີອາໄອລາຍງານວ່າ: ໃນວັນທີ 28 ເມສາ ຜ່ານມານີ້ ສະຫະລັດອາຣັບເອມີເຣດ ປະກາດວ່າ: ຈະຖອນຕົວອອກຈາກກຸ່ມປະເທດຜະລິດນ້ຳມັນສົ່ງອອກເປັນສິນຄ້າ ຫຼື ໂອເປັກ ແລະ ກົນໄກ “ໂອເປັກ+” ນັບແຕ່ວັນທີ 1 ພຶດສະພາ 2026 ເປັນຕົ້ນໄປ.

ທ່ານ ຊູເຮວ ອັນ ມາສຣູເອ ລັດຖະມົນຕີກະຊວງພະລັງງານ ແລະ ພື້ນຖານໂຄງລ່າງສະຫະລັດອາຣັບເອມີເຣດກ່າວວ່າ: ເປັນເວລາດົນນານມາແລ້ວ ທີ່ສະຫະລັດອາຣັບເອມີເຣດ ເປັນສະມາຊິກຂອງໂອເປັກ ແລະ ກົນໄກ “ໂອເປັກ+” ໃນອະນາຄົດ ຄວາມຕ້ອງການ ຂອງໂລກຕໍ່ພະລັງງານຈະເພີ່ມຂຶ້ນຢ່າງຕໍ່ເນື່ອງ, ໂລກຕ້ອງການການສະໜອງພະລັງງານຫຼາຍກວ່າເກົ່າ.

ໂອເປັກ ໄດ້ຮັບການສ້າງຕັ້ງຂຶ້ນຢູ່ນະຄອນຫຼວງແບັກແດັດ ປະເທດອີຣັກ ໃນເດືອນກັນຍາ ປີ 1960 ຈຸດປະສົງແມ່ນເພື່ອຜ່ານການປະສານງານ, ກຳນົດນະໂຍບາຍ ແລະ ລາຄານ້ຳມັນເຊື້ອໄຟ ຂອງປະເທດສະມາຊິກຢ່າງເປັນເອກະພາບກັນ, ເພື່ອຮັບປະກັນຄວາມໝັ້ນຄົງ ຂອງລາຄານ້ຳມັນເຊື້ອໄຟໃນຕະຫຼາດສາກົນ. ຕາມຂ່າວແຈ້ງວ່າ: ສະຫະລັດອາຣັບເອມີເຣດ ໄດ້ເຂົ້າເປັນສະມາຊິກຂອງໂອເປັກ ໃນປີ 1967.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments