ໂຮງຮຽນ ສິນໄຊ ນະຄອນຫຼວງວຽງຈັນ ສາມາດຍາດໄດ້ອັນດັບທີ 2 ໃນການສອບເສັງແຂ່ງຂັນນັກຮຽນເກ່ງຊັ້ນມັດທະຍົມສຶກສາ (ມ4 ແລະ ມ7) ລະດັບຊາດ ສົກຮຽນ 2025-2026 ໃນ 2 ວິຊາຄື ພາສາລາວ-ວັນນະຄະດີ ແລະ ວິຊາຄະນິດສາດ ຂັ້ນມ4.
ທ່ານ ນາງ ອາລີ ພົນເສນາ ຜູ້ອຳນວຍການໂຮງຮຽນສິນໄຊ ໄດ້ໃຫ້ສຳພາດໃນໂອກາດທີ່ເຂົ້າຮ່ວມພິທີສະຫຼຸບການສອບເສັງແຂ່ງຂັນນັກຮຽນເກ່ງຊັ້ນມັດທະຍົມສຶກສາ (ມ4 ແລະ ມ7) ລະດັບຊາດ ສົກຮຽນ 2025-2026 ໃນອາທິດຜ່ານມານີ້ວ່າ ໃນສົກຮຽນ 2025-2026 ໂຮງຮຽນສິນໄຊໄດ້ສົງເຂົ້າແຂ່ງຂັນ 2 ວິຊາຄື ພາສາລາວ-ວັນນະຄະດີ ແລະ ວິຊາຄະນິດສາດເຊິ່ງເປັນນັກຮຽນເກັ່ງອັນດັບທີ 1 ຂອງຂັ້ນນະຄອນຫຼວງວຽງຈັນ (ນວ) ຜ່ານສອບເສັງແຂ່ງຂັນນາງ ເພັດອານົງ ວົງສຸດໃຈ ວິຊາພາສາລາວ ຊັ້ນ ມ4 ສາມມາດຍາດໄດ້ອັນດັບທີ 2 ແລະ ນາງ ອິນທິດາ ໄຊຍະສຸກ ວິຊາຄະນິດສາດ ຊັ້ນ ມ4 ສາມາດຍາດໄດ້ອັນດັບທີ 2 ເຊິ່ງນັກທັງສອງຄົນໄດ້ສ້າງຜົນງານອັນໃຫຍ່ຫຼວງໃຫ້ແກ່ໂຮງຮຽນສິນໄຊຂອງພວກເຮົາ ໃນຕໍ່ໜ້າຈະສືບຕໍ່ຂະຫຍາຍມູນເຊື້ອອັນດີງາມນີ້ໄວ້ເພື່ອນຳໄປຈັດຕັ້ງຜັນຂະຫຍາຍໃນສົກຮຽນໜ້າໃຫ້ມີຜົນສຳເລັດ ແລະ ມີໂອກາດເຂົ້າຮ່ວມການແຂ່ງຂັງໃນສົກຮຽນຕໍ່ໄປ.
ໂອກາດນີ້ ນາງ ອິນທິດາ ໄຊຍະສຸກ ກໍໄດ້ກ່າວວ່າ ການຍາດໄດ້ອັນດັບ 2 ໃນຄັ້ງນີ້ີມີຄວາມພູມໃຈຫຼາຍເຊິ່ງຜົນງານຄັ້ງນີ້ແມ່ນຄຸ້ມຄ່າກັບຄວາມຕັ້ງໃຈ ຄວາມອົດທັນໃນການຄົ້ນຄວ້າ ຮໍ່າຮຽນ ກ່ອນຈະມາຮອດຈຸດນີ້ບໍ່ແມ່ນເລື່ອງງ່າຍຕ້ອງໄດ້ຕັ້ງໃຈເວລາຮຽນໃນຫ້ອງ ແລະ ຕັ້ງໃນແກ້ເຝິກຫັດໃກ້ສຳເລັດ ແບ່ງເວລາຮຽນ ແລະ ເວລາຫຼີ້ນ ບໍ່ກົດດັນຕົນເອງຈົນເກີນໄປແຕ່ຕ້ອງມີວິໄນຕໍ່ການຮຽນຢ່າງຊັດເຈນ ເຊິ່ງການຍາດໄດ້ອັນດັບທີ 2 ຄັ້ງນີ້ເປັນພຽງຜົນສຳເລັດເບື້ອງຕົ້ນເທົ່ານັ້ນ ແຕ່ຕົນເອງຈະບໍ່ຢຸດຢັ້ງໃນການພັດທະນາການຮຽນຂອງຕົນໃຫ້ດີຂຶ້ນເລື້ອຍໆໃຫ້ສາມາດເຂົ້າຮ່ວມການສອບເສັງແຂ່ງຂັນນັກຮຽນເກ່ງຊັ້ນ ລະດັບຊາດໃນຂັ້ນ ມ7.
ນາງ ເພັດອານົງ ວົງສຸດໃຈ ກ່າວວ່າ ຕໍ່ກັບຜົນກັບງານທີ່ຍາດມາໄດ້ຄັ້ງນີ້ມີຄວາມຕື່ນເຕັ້ນ ແລະ ດີໃຈຫຼາຍສົມຄວາມຕັ້ງໃຈໃນການຮໍ່າຮຽນ ກ່ອນຈະໄດ້ເປັນນັກຮຽນເກ່ງຕົນເອງໄດ້ຕັ້ງໃຈຄົ້ນຄວ້າຮໍ່າຮຽນທັງຢູ່ໃນຫ້ອງຮຽນ ແລະ ນອກຫ້ອງຮຽນ ມີການແບ່ງເວລາຮຽນ ແລະ ເວລາຫຼິ້ນ ເຖິງແນວໃດກໍຕາມຈະສືບຕໍ່ພັດທະນາຕົນເອງໃຫ້ດີຂຶ້ນເພື່ອໃຫ້ສາມາດເຂົ້າຮ່ວມການສອບເສັງແຂ່ງຂັນນັກຮຽນເກ່ງຊັ້ນ ລະດັບຊາດໃນຂັ້ນ ມ7 ຕື່ມອີກ.

