Homeຂ່າວໜ້າໜຶ່ງກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດ ທົ່ວປະເທດ ຄັ້ງທີ XII

ກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດ ທົ່ວປະເທດ ຄັ້ງທີ XII

ກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດ ທົ່ວປະເທດ ຄັ້ງທີ XII ດຳເນີນ ພາຍໃຕ້ຄໍາຂັວນ ຍົກສູງບົດບາດຂອງແນວລາວສ້າງຊາດສູ່ຄຸນນະພາບໃໝ່ເສີມສ້າງມະຫາສາມັກຄີ ແລະ ເຕົ້າໂຮມກຳລັງແຮງຂອງທົ່ວປວງຊົນທັງຊາດເຂົ້າໃນການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 28 ເມສາ 2026 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ, ສະຫາຍ ບຸນຍັງ ວໍລະຈິດ ອະດີດເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ອະດີດປະທານປະເທດ ມີບັນດາຜູ້ນໍາພັກ-ລັດ, ອາດີດການນໍາຂັ້ນສູງພັກ-ລັດ ແລະຜູ້ແທນກອງປະຊຸມ.

ສະຫາຍ ກິແກ້ວ ໄຂຄໍາພິທູນ ກໍາມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ ມີຄໍາເຫັນວ່າ: ກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດທົ່ວປະເທດ ຄັ້ງທີ XII ຈະໄດ້ສະຫຼຸບຕີລາຄາໝາກຜົນການຈັດຕັ້ງປະຕິບັດວຽກງານຂອງກຳມະການສູນກາງແນວລາວສ້າງຊາດ ສະໄໝທີ XI ຂອງສູນກາງແນວລາວສ້າງຊາດ ແລະ ແນວລາວສ້າງຊາດແຕ່ລະຂັ້ນ ໃນທົ່ວປະເທດໃນການປະຕິບັດ ພາລະບົດບາດຂອງຕົນຕະຫຼອດໄລຍະ 5 ປີທີ່ຜ່ານມາ. ແນວລາວສ້າງຊາດໃນທົ່ວປະເທດ ໄດ້ເປັນໃຈກາງເຕົ້າໂຮມຫາສາມັກຄີທົ່ວປວງຊົນລາວທັງຊາດ, ເຮັດໜ້າທີ່ປະສານສົມທົບກັບອົງການຈັດຕັ້ງພັກ-ລັດ, ອົງການຈັດຕັ້ງມະຫາຊົນ ແລະ ອົງການປົກຄອງທ້ອງຖິ່ນໃນແຕ່ລະຂັ້ນ ໃນການປຸກລະດົມຊຸກຍູ້ປະຊາຊົນລາວບັນດາເຜົ່າປະກອບສ່ວນເຂົ້າໃນຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາຕິດພັນກັບການຊຸກຍູ້ການຜະລິດ, ການປູກ-ການລ້ຽງ, ສ້າງລາຍຮັບ, ສ້າງເສດຖະກິດ ເພື່ອແກ້ໄຂຄວາມທຸກຍາກ ຂອງປະຊາຊົນລາວບັນດາເຜົ່າເທື່ອລະກ້າວ; ແນວລາວສ້າງຊາດໄດ້ເປັນ ສູນກາງໂຄສະນາສຶກສາອົບຮົມປະຊາຊົນບັນດາເຜົ່າໃຫ້ເຄົາລົບ ແລະປະຕິບັດລັດຖະທໍາມະນູນ ແລະ ກົດໝາຍ, ມະຕິ, ຄໍາສັ່ງຂອງພັກ-ລັດ ຕະຫຼອດຮອດປຸກລະດົມທົ່ວສັງຄົມ, ສະມາຄົມ, ມູນນິທິ, ບຸກຄົນ, ນິຕິບຸກຄົນທັງພາຍໃນ ແລະ ຕ່າງປະເທດ ໃຫ້ການຊ່ວຍເຫຼືອຕ້ານການລະບາດຂອງພະຍາດ, ຕ້ານໄພນໍ້າຖ້ວມ, ຕ້ານໄພໜາວ ແລະ ອື່ນໆ ອັນທີ່ພົ້ນເດັ່ນ ແນວລາວສ້າງຊາດໄດ້ສ້າງຂະບວນການແຂ່ງຂັນສ້າງຄອບຄົວ-ບ້ານສາມັກຄີປອງດອງ, ສ້າງເມືອງສາມັກຄີປອງດອງ ຕິດພັນກັບການແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າ ເຊິ່ງກໍ່ໃຫ້ເກີດມີບັນຍາກາດໃໝ່ ແລະ ໃບໜ້າໃໝ່ໃນການປະຕິບັດວຽກງານແນວໂຮມຢູ່ຂັ້ນທ້ອງຖິ່ນຮາກຖານ.

ພ້ອມກັນນີ້, ແນວລາວສ້າງຊາດແຕ່ລະຂັ້ນໄດ້ສົມທົບກັບພາກສ່ວນກ່ຽວຂ້ອງປຸກລະດົມຈັດຕັ້ງການສະເຫຼີມສະຫຼອງວັນສໍາຄັນຕ່າງໆ ຂອງພັກຂອງຊາດ ເປັນຕົ້ນ: 3 ວັນປະຫວັດສາດ, ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ ແລະ ອີກຫຼາຍເຫດການ ສຳຄັນອື່ນໆ ແລະ ໄດ້ເອົາໃຈໃສ່ເຮັດວຽກງານການເມືອງ-ແນວຄິດ, ປັບປຸງການຈັດຕັ້ງ, ຊຸກຍູ້ໃຫ້ແນວ ລາວສ້າງຊາດທ້ອງຖິ່ນດໍາເນີນກອງປະຊຸມໃຫຍ່ ຂອງຕົນໃຫ້ສໍາເລັດ ສາມາດສະຫຼຸບຕີລາຄາໄດ້ວ່າຕະຫຼອດໄລຍະໜຶ່ງທີ່ຜ່ານມາ ແນວລາວສ້າງຊາດທຸກຂັ້ນ ສາມາດສ້າງຜົນງານ ແລະ ຍາດໄດ້ຜົນສຳເລັດຫຼາຍດ້ານ ທີ່ໜ້າເພິ່ງພໍໃຈ ປະກອບສ່ວນສົມກຽດຂອງຕົນ ເຂົ້າໃນພາລະກິດແຫ່ງການປົກປັກຮັກສາ ແລະ ສ້າງສາປະເທດຊາດ.

ສະຫາຍ ກິແກ້ວ ໄຂ ຄໍາພິທູນ ມີຄໍາເຫັນຕື່ມວ່າ: ກອງປະຊຸມຄັ້ງນີ້ ຈະໄດ້ພິຈາລະນາ ແລະ ຮັບຮອງເອົາຮ່າງລາຍງານ ການເມືອງ, ແຜນພັດທະນາອົງການແນວລາວສ້າງຊາດ, ກົດລະບຽບແນວລາວສ້າງຊາດ ສະໄໝທີ XII, ຮ່າງບົດສໍາຫຼວດການນໍາພາລວມຂອງຄະນະກໍາມະການສູນກາງແນວລາວສ້າງຊາດ ສະໄໝທີ XI ໄລຍະ 5 ປີຜ່ານມາ, ຮັບຮອງເອົາການສະເໜີແຕ່ງຕັ້ງ ແລະ ຮັບຮອງເອົາຄະນະກໍາມະການສູນ ກາງແນວລາວສ້າງຊາດສະໄໝທີ XII, ປະທານ, ຮອງປະທານ, ຄະນະປະຈໍາ ແລະ ປະທານກວດກາ ສູນກາງແນວລາວສ້າງຊາດ ສະໄໝທີ XII ໂຄງປະກອບບຸກຄະລາກອນມີລັກສະນະກວ້າງຂວາງ, ຫຼາກຫຼາຍ, ແລະ ຈໍານວນທີ່ເພີ່ມຂຶ້ນ ເພື່ອປະຕິບັດພາລະບົດບາດສໍາພັນທາງການເມືອງ ທີ່ເປັນຕົວແທນຂອງບັນດາເຜົ່າ, ຊັ້ນຄົນ, ສາສະໜາ, ເພດ-ໄວ, ຜູ້ຊົງຄຸນວຸດທິ, ນັກຮຽນຮູ້, ປັນຍາຊົນ ໃນຂອບເຂດທົ່ວປະເທດ ນັບທັງພີ່ນ້ອງຄົນລາວຢູ່ຕ່າງປະເທດທີ່ຮັກເຊື້ອແພງຊາດລາວ ທີ່ມີຄວາມສາມັກຄີເປັນປຶກແຜ່ນ, ມີນ້ຳໃຈຮັກຊາດອັນດູດດື່ມ ແລະ ມີຄວາມບໍລິສຸດພຸດຜ່ອງ ຕໍ່ພາລະກິດປະຕິວັດທີ່ຍາດມາໄດ້.

ກອງປະຊຸມໃຫຍ່ຍັງຈະໄດ້ຮັບຟັງການປະກອບຄໍາຄິດຄໍາເຫັນ ຂອງບັນດາຜູ້ແທນກອງປະຊຸມ ໃຫຍ່ຈຳນວນໜຶ່ງເພື່ອຖອດຖອນບົດຮຽນ ຈາກຂົງເຂດຕ່າງໆ ການງານຮ່ວມກັບແນວໂຮມ ເພື່ອເຕົ້າໂຮມກໍາລັງແຮງສັງລວມ ເຂົ້າໃນຂະບວນການວຽກງານຕົວຈິງຂອງພັກ-ລັດ ໂອກາດນີ້ກອງປະຊຸມໃຫຍ່ພວກເຮົາຈະໄດ້ຮັບກຽດຢ່າງສູງ ຮັບຟັງການໂອ້ລົມຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍຫານງານສູນກາງພັກ ປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ທີ່ເປັນເຂັມຊີ້ທິດເຍືອງທາງໃຫ້ແກ່ກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດ ທົ່ວປະເທດ ຄັ້ງທີ XII ໃນການນໍາພາ-ຊີ້ນໍາຂອງແນວລາວສ້າງຊາດແຕ່ລະຂັ້ນໃນຕໍ່ໜ້າ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments