ທ່ານ ນາງ ຄໍາແພນ ເພັງພັກດີ ຮອງຫົວໜ້າຄະນະເສດຖະສາດການເມືອງ ແລະ ຄຸ້ມຄອງເສດຖະກິດ ຮອງປະທານສະຫະພັນແມ່ຍິງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ລາຍງານຕໍ່ກອງປະຊຸມເຜີຍແຜ່ບົດຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ກ່ຽວກັບວຽກງານແມ່ຍິງ ໂດຍສະເພາະໃນຫົວຂໍ້: ເສີມຂະຫຍາຍ ແນວຄິດໄກສອນ ພົມວິຫານ ກ່ຽວກັບບົດບາດແມ່ຍິງໃນການພັດທະນາເສດຖະກິດ ເຂົ້າໃນພຶດຕິກໍາຕົວຈິງຂອງປະເທດເຮົາ.
ທ່ານ ນາງ ຄໍາແພນ ເພັງພັກດີ ກ່າວວ່າ: 1) ຢຶດໝັ້ນ, ກຳແໜ້ນແນວຄິດ ໄກສອນ ພົມ ວິຫານ ກ່ຽວກັບບົດບາດແມ່ຍິງໃນການພັດທະນາເສດຖະກິດ ເຮັດໃຫ້ການຈັດຕັ້ງປະຕິບັດຄາດໝາຍສູ້ຊົນບັນດາໂຄງການພັດທະນາໃຫ້ບັນລຸຜົນສໍາເລັດ ປະກອບສ່ວນເຮັດໃຫ້ການເສີມຂະຫຍາຍບົດບາດແມ່ຍິງເຂົ້າໃນການພັດທະນາເສດຖະກິດ ຕ້ອງສຸມໃສ່ສ້າງໃຫ້ສະຫະພັນແມ່ຍິງແຕ່ລະຂັ້ນກຳແໜ້ນເນື້ອໃນຄາດໝາຍສູ້ຊົນໃຫ້ເລິກເຊິ່ງ, ຮູ້ເລືອກເຟັ້ນແຜນງານ, ໂຄງການທີ່ສາມາດຈັດຕັ້ງປະຕິບັດໄດ້ເຊັ່ນ: ແຜນເງິນ, ແຜນຄົນທີ່ຈະຈັດຕັ້ງປະຕິບັດ, ຕ້ອງມີທ່າແຮງຢູ່ທ້ອງຖິ່ນຂອງຕົນ, ເຊື່ອມແຜນງານ, ໂຄງການເຂົ້າໃນແຜນພັດທະນາເສດຖະກິດຂອງຕົນ. ໄປພ້ອມກັບການເອົາໃຈໃສ່ຕໍ່ການຊຸກຍູ້ສົ່ງເສີມຖັນແຖວແມ່ຍິງ-ທີ່ຢູ່ໃນຂົງເຂດເສດຖະກິດ, ການຜະລິດທຸລະກິດ ເປັນຕົ້ນຂົງເຂດກະສິກຳ, ອຸດສາຫະກຳ, ການຄ້າ, ທະນາຄານ, ການເງິນ, ວິສາຫະກິດ, ນັກທຸລະກິດ ເພື່ອສຸມສະຕິປັນຍາ, ເຫື່ອແຮງ, ຫົວຄິດປະດິດສ້າງເຂົ້າໃນການຜະລິດ, ປັບປຸງຄຸນນະພາບການຄ້າ-ການບໍລິການກາຍ ເປັນກໍາລັງຊຸກດັນປະກອບສ່ວນສ້າງລາຍຮັບແຫ່ງຊາດ; 2) ເພີ່ມທະວີຍົກສູງບົດບາດຂອງແມ່ຍິງຕໍ່ການສ້າງຄວາມຮັບຮູ້-ຄວາມເຂົ້າໃຈ, ທັດສະນະຂອງແມ່ຍິງຕໍ່ການຈັດຕັ້ງປະຕິບັດແນວທາງຂອງພັກ ແລະ ນະໂຍບາຍຂອງລັດ ຕໍ່ກັບການພັດທະນາເສດຖະກິດ-ສັງຄົມໃນແຕ່ລະໄລຍະ ໂດຍສະເພາະການປະຕິບັດການຫັນເປັນອຸດສາຫະກຳ ແລະ ຫັນເປັນທັນສະໄໝ, ເສີມຂະຫຍາຍບົດບາດແມ່ຍິງຕິດພັນກັບການຊຸກຍູ້ ແລະ ປຸກລະດົມຖັນແຖວແມ່ຍິງປະກອບສ່ວນໃນການພັດທະນາເສດຖະກິດ-ສັງຄົມ ເຮັດໃຫ້ຖັນແຖວແມ່ຍິງລາວບັນດາເຜົ່າ ຮູ້ນໍາໃຊ້ວັດຖຸເຕັກນິກ-ວິທະຍາສາດ ທີ່ທັນສະໄໝເຂົ້າໃນການຜະລິດ ແນໃສ່ເຮັດໃຫ້ເຂົາເຈົ້າມີຄວາມສາມາດໃນການຜະລິດ, ການສ້າງເສດຖະກິດຄອບຄົວ ໃຫ້ມີປະສິດທິຜົນ, ເຮັດໃຫ້ຊີວິດການເປັນຢູ່ຂອງເຂົາເຈົ້າດີຂຶ້ນ; 3) ເສີມຂະຫຍາຍມູນເຊື້ອ ໂດຍຖືເອົາການຊຸກຍູ້ສົ່ງເສີມວຽກງານຫັດຖະກຳ, ຕໍ່າຫູກ, ທໍ່ໄໝ ແລະ ວຽກງານອື່ນໆ ທີ່ແມ່ຍິງລາວມີຄວາມສາມາດເຮັດໄດ້ ໃຫ້ກາຍເປັນຂະບວນກວ້າງຂວາງນັບແຕ່ຄອບຄົວນ້ອຍໄປເຖິງຄອບຄົວໃຫຍ່ ແລະ ກ້າວໄປເຖິງການສ້າງຕັ້ງກຸ່ມການຜະລິດທຸລະກິດຂະໜາດຕ່າງໆ ທີ່ເກີດຈາກສີໄມ້ລາຍມືແມ່ຍິງລາວບັນດາເຜົ່າ ເພື່ອປະກອບສ່ວນສ້າງຜະລິດຕະພັນອອກສູ່ສັງຄົມທັງເປັນການສ້າງລາຍຮັບໃຫ້ແກ່ແມ່ຍິງ, ຄອບຄົວ, ສັງຄົມ ແລະ ປະເທດຊາດ; 4) ສົ່ງເສີມສະມາຄົມນັກທຸລະກິດຍິງສ້າງຕັ້ງກຸ່ມການຜະລິດທຸລະກິດຕ່າງໆ ໂດຍອີງໃສ່ທິດຊີ້ນໍາຂອງປະທານ ໄກສອນ ພົມວິຫານ ແລະ ເງື່ອນໄຂປັດຈຸບັນແມ່ຍິງຕ້ອງຕັ້ງໜ້າປະກອບສ່ວນພັດທະນາເສດຖະກິດ ປະກອບສ່ວນສ້າງວຽກເຮັດງານທໍາ ແລະ ສ້າງລາຍຮັບທີ່ໝັ້ນຄົງໃຫ້ເອື້ອຍນ້ອງແມ່ຍິງ ໂດຍເລີ່ມຈາກຄອບຄົວ ທີ່ມີເງື່ອນໄຂດຳເນີນທຸລະກິດ, ການຜະລິດເປັນສິນຄ້າໃຫ້ນັບມື້ນັບຫຼາຍຂຶ້ນ ເພື່ອຍູ້ແຮງໃຫ້ແກ່ການພັດທະນາບັນດາຂະແໜງການເສດຖະກິດທີ່ກ່ຽວ ຂ້ອງໄດ້ຂະຫຍາຍຕົວທັງເປັນການປະກອບສ່ວນເຮັດໃຫ້ການພັດທະນາເສດຖະກິດ-ສັງຄົມ ມີຄວາມສີ ວິໄລເທື່ອລະກ້າວ; 5) ສົ່ງເສີມແມ່ຍິງໃຫ້ມີຄວາມກ້າວໜ້າ, ຄວາມສະເໝີພາບລະຫວ່າງຍິງ-ຊາຍໃນຄອບຄົວ ແລະ ສັງຄົມໃຫ້ເລິກເຊິ່ງ, ກວ້າງຂວາງ ແລະ ເປັນຮູບປະທຳ, ເຄົາລົບ ແລະ ປະຕິບັດຕາມລັດຖະທຳມະນູນ ແລະ ກົດໝາຍ, ມີລະບຽບວິໄນ ແລະ ເຂົ້າເຖິງຂະບວນການຍຸຕິທໍາຢ່າງກວ້າງຂວາງ, ມີວິຊາອາຊີບ, ມີສີມືແຮງງານ, ມີວຽກເຮັດງານທໍາ, ມີລາຍຮັບໃຫ້ແກ່ແມ່ຍິງ ແລະ ຄອບຄົວ ເພື່ອໃຫ້ມີຄຸນນະພາບຊີວິດການເປັນຢູ່ດີຂຶ້ນ.

