ໃນລະຫວ່າງວັນທີ 18-25 ເມສາ 2026 ຜ່ານມາ, ທ່ານ ໂພໄຊ ໄຊຍະສອນ ລັດຖະ ມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ພ້ອມຄະນະ ໄດ້ເດີນທາງເຄື່ອນໄຫວວຽກງານຮ່ວມກັບພາກສ່ວນກ່ຽວຂ້ອງຂອງ ສ ເກົາຫລີ ເພື່ອເສີມສ້າງສາຍພົວພັນອັນດີ ລະຫວ່າງ ສປປ ລາວ ແລະ ສ ເກົາຫລີ ໂດຍສະເພາະການຮ່ວມມືດ້ານແຮງງານ ແລະ ຕິດຕາມສະພາບການເຮັດວຽກ ຂອງຜູ້ອອກແຮງງານລາວ ທີ່ກຳລັງປະຕິບັດໜ້າທີ່ຢູ່ຕາມເມືອງຕ່າງໆ ຂອງ ສ ເກົາຫລີ.
ໃນການເດີນທາງຄັ້ງນີ້, ທ່ານລັດຖະມົນຕີ ພ້ອມຄະນະ ໄດ້ເຂົ້າພົບປະກັບເຈົ້າເມືອງ ແລະ ຜູ້ບໍລິຫານລະດັບສູງຈາກຫລາຍເມືອງສຳຄັນ ເຊັ່ນ: ເມືອງໂພຊອນ, ເມືອງຢໍຈູ, ເມືອງອິຊອນ, ເມືອງອັນດອງ ແລະ ເມືອງມູອັນ ໂດຍມີຈຸດປະສົງ ເພື່ອປຶກສາຫາລື ແລະ ຕີລາຄາຄືນການຈັດຕັ້ງປະຕິບັດບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍການຈັດສົ່ງແຮງງານລາວໄປເຮັດວຽກຕາມລະດູການ (E-8).

ໃນການພົບປະແຕ່ລະເມືອງ, ທ່ານ ໂພໄຊ ໄຊຍະສອນ ໄດ້ສະແດງຄວາມຂອບໃຈຕໍ່ທາງການ ສ ເກົາຫລີ ທີ່ໄດ້ໃຫ້ການຕ້ອນຮັບ ແລະ ເອົາໃຈໃສ່ເບິ່ງແຍງຜູ້ອອກແຮງງານລາວເປັນຢ່າງດີ. ນອກຈາກນີ້, ທ່ານຍັງໄດ້ຮັບຟັງຂໍ້ຫຍຸ້ງຍາກ ແລະ ຂໍ້ສະເໜີ ຈາກບັນດາເມືອງຂອງ ສ ເກົາຫຼີ ເພື່ອປັບປຸງ ແລະ ແກ້ໄຂ ໃຫ້ດີຂຶ້ນໃນຕໍ່ໜ້າ. ພ້ອມກັນນີ້, ຍັງໄດ້ສະເໜີໃຫ້ບັນດາເມືອງຂອງ ສ ເກົາຫລີ ສືບຕໍ່ຊ່ວຍເຫລືອ, ຄຸ້ມຄອງ, ປົກປ້ອງສິດຜົນປະໂຫຍດ ແລະ ຍົກລະດັບສີມືແຮງງານໃຫ້ແກ່ຜູ້ອອກແຮງງານລາວ ເພື່ອໃຫ້ເຂົາເຈົ້ານຳເອົາຄວາມຮູ້ ແລະ ປະສົບການກັບມາພັດທະນາບ້ານເກີດເມືອງນອນ ໃນເວລາທີ່ສິ້ນສຸດສັນຍາ.
ນອກຈາກການພົບປະທາງການແລ້ວ, ທ່ານລັດຖະມົນຕີ ຍັງໄດ້ລົງຢ້ຽມຢາມສະຖານທີ່ພັກເຊົາ ແລະ ສະຖານທີ່ເຮັດວຽກຕົວຈິງຂອງແຮງງານລາວ ເພື່ອຮັບຟັງບັນຫາ ແລະ ເຫັນເຖິງສະພາບຄວາມເປັນຢູ່ທີ່ແທ້ຈິງ. ທ່ານໄດ້ເນັ້ນໜັກໃຫ້ແຮງງານທຸກຄົນ ມີຄວາມອົດທົນ, ຕັ້ງໃຈປະຕິບັດລະບຽບກົດໝາຍຂອງ ສ ເກົາຫລີ ຢ່າງເຄັ່ງຄັດ, ຮັກສາຊື່ສຽງຂອງປະເທດຊາດ ແລະ ເກັບກ່ຽວເອົາທຶນຮອນ ແລະ ປະສົບການເຮັດວຽກຕົວຈິງ ເພື່ອມາສ້າງສາພັດທະນາຊີວິດການເປັນຢູ່ຂອງຕົນເອງ ແລະ ຄອບຄົວ ໃຫ້ດີຂຶ້ນໃນຕໍ່ໜ້າ.

ການເຄື່ອນໄຫວຄັ້ງນີ້, ຖືເປັນບາດກ້າວສໍາຄັນໃນການຢືນຢັນເຖິງຄວາມເອົາໃຈໃສ່ຂອງລັດຖະ ບານລາວ ໂດຍສະເພາະ ກະຊວງ ຮສສ ຕໍ່ວຽກງານການຈັດສົ່ງແຮງງານລາວໄປເຮັດວຽກຢູ່ ສ ເກົາຫລີແລະ ເພື່ອເປັນການຕິດຕາມສະພາບການເຮັດວຽກ ແລະ ໃຫ້ກໍາລັງໃຈ ຜູ້ອອກແຮງງານລາວ ທີ່ກຳລັງປະຕິບັດໜ້າທີ່ຢູ່ຕາມເມືອງຕ່າງໆ ຂອງ ສ ເກົາຫລີ ເນື່ອງໃນໂອກາດວັນກໍາມະກອນ ວັນທີ 1 ພຶດສະພາ 2026 ທີ່ຈະມາເຖິງນີ້.
ຂໍ້ມູນ-ພາບ: ຂ່າວສານ ຮສສ

