Homeຂ່າວຕ່າງປະເທດເຄື່ອງດື່ມທີ່ມີທາດເຫຼົ້າ ເປັນສາເຫດຂອງມະເຮັງສູງກວ່າທີ່ຄາດຄະເນໄວ້

ເຄື່ອງດື່ມທີ່ມີທາດເຫຼົ້າ ເປັນສາເຫດຂອງມະເຮັງສູງກວ່າທີ່ຄາດຄະເນໄວ້

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້ວ່າ: ການຄົ້ນຄວ້າໃໝ່ ຈາກມະຫາວິທະຍາໄລຊິດນີໃນອົສຕຣາລີ ເປີດເຜີຍວ່າ: ການດື່ມເຄື່ອງດື່ມທີ່ມີທາດເຫຼົ້າເປັນສາເຫດຂອງການເກີດມະເຮັງສູງກວ່າທີ່ຄາດຄະເນໄວ້ກ່ອນໜ້ານີ້. ໂດຍພົບວ່າ 4.6% ຂອງກໍລະນີການເປັນພະຍາດມະເຮັງທັງໝົດແມ່ນກ່ຽວຂ້ອງກັບການດື່ມເຄື່ອງດື່ມທີ່ມີທາດເຫຼົ້າ ແລະ ເຫຼົ້າເພີ່ມຄວາມສ່ຽງຕໍ່ການເປັນມະເຮັງເຖິງ 19%.

ການຄົ້ນຄວ້າທີ່ເຜີຍແຜ່ໃນວາລະສານ British Journal of Cancer, ໄດ້ວິເຄາະພຶດຕິກຳການດື່ມເຄື່ອງດື່ມທີ່ມີທາດເຫຼົ້າໃນກຸ່ມຕົວຢ່າງ 225,000 ຄົນ ພາຍໃຕ້ໂຄງການສຶກສາບຸກຄົນທີ່ມີອາຍຸ 45 ປີຂຶ້ນໄປ (45&Up) ໃນລັດນິວເຊົາເວລ ຂອງອົສຕຣາລີ.

ທ່ານ ປີເຕີ ຊາຣິກ ຜູ້ຂຽນບົດລາຍງານການຄົ້ນຄວ້າຈາກຄະນະວິທະຍາສາດສາທາລະນະສຸກຂອງມະຫາວິທະຍາໄລຊິດນີໄດ້ກ່າວວ່າ: ມະເຮັງເປັນສາເຫດຕົ້ນຕໍຂອງການເສຍຊີວິດກ່ອນໄວອັນຄວນໃນອົສຕຣາລີ ແລະ ເຖິງແມ່ນວ່າຄວາມເຂົ້າໃຈທາງວິທະຍາສາດກ່ຽວກັບສາເຫດຂອງພະຍາດມະເຮັງຍັງສືບຕໍ່ພັດທະນາ, ແຕ່ຫຼັກຖານໃນປັດຈຸບັນສະແດງໃຫ້ເຫັນຢ່າງຈະແຈ້ງວ່າການຫຼຸດຜ່ອນການດື່ມເຄື່ອງດື່ມທີ່ມີທາດເຫຼົ້າແມ່ນຍຸດທະສາດທີ່ມີປະສິດທິພາບສຳລັບການປ້ອງກັນມະເຮັງ.

ນັກຄົ້ນຄວ້າຄາດຄະເນວ່າ: ໃນປີ 2024, ມີຄົນເຈັບພະຍາດມະເຮັງຫຼາຍກວ່າ 7,800 ຄົນ ໃນອົສຕຣາລີທີ່ມີສາເຫດມາຈາກການດື່ມເຄື່ອງດື່ມທີ່ມີທາດເຫຼົ້າ ຊຶ່ງໂຕເລກນີ້ສູງກວ່າການຄາດຄະເນກ່ອນໜ້ານີ້ທີ່ລະບຸໄວ້ໃນລະຫວ່າງ 2.8% ຫາ 4.1%.

ຜົນການສຶກສາພົບວ່າ: ຄວາມສ່ຽງຂອງການເປັນມະເຮັງເພີ່ມຂຶ້ນຕາມປະລິມານການດື່ມເຄື່ອງດື່ມທີ່ມີທາດເຫຼົ້າທີ່ຫຼາຍຂຶ້ນ. ໂດຍທຸກໆ 10 ຈອກທີ່ດື່ມຕໍ່ອາທິດຈະເພີ່ມຄວາມສ່ຽງຂອງການເປັນມະເຮັງເຖິງ 19%, ໂດຍຄວາມສ່ຽງຂອງການເປັນມະເຮັງຕັບເພີ່ມຂຶ້ນ 46%, ມະເຮັງປາກ, ຄໍ, ກ່ອງສຽງ ແລະ ຫຼອດອາຫານເພີ່ມຂຶ້ນ 27%, ມະເຮັງເຕົ້ານົມເພີ່ມຂຶ້ນ 18% ແລະ ມະເຮັງລຳໄສ້ໃຫຍ່ເພີ່ມຂຶ້ນ 16%.

ທ່ານ ຊາຣິກ ກ່າວວ່າ: ຖ້າຊາວອົສຕຣາລີປະຕິບັດຕາມແນວທາງແຫ່ງຊາດທີ່ກຳນົດການດື່ມເຄື່ອງດື່ມທີ່ມີທາດເຫຼົ້າບໍ່ໃຫ້ເກີນ 10 ຈອກຕໍ່ອາທິດ ຈະສາມາດປ້ອງກັນການເກີດພະຍາດມະເຮັງທີ່ກ່ຽວຂ້ອງກັບເຫຼົ້າໄດ້ຫຼາຍກວ່າ 3,700 ກໍລະນີຕໍ່ປີ. ທ່ານກ່າວຕື່ມວ່າ: ປັດຈຸບັນ, ມີພຽງປະມານເຄິ່ງໜຶ່ງຂອງປະຊາກອນເທົ່ານັ້ນທີ່ຮູ້ວ່າເຫຼົ້າເປັນສາເຫດຂອງມະເຮັງ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments