Homeຂ່າວພາຍໃນສຳມະນາປະກັນໄພການຄຸ້ມຄອງຄວາມສ່ຽງໃນຂະແໜງພະລັງງານ ແລະ ຂຸດຄົ້ນບໍ່ແຮ່

ສຳມະນາປະກັນໄພການຄຸ້ມຄອງຄວາມສ່ຽງໃນຂະແໜງພະລັງງານ ແລະ ຂຸດຄົ້ນບໍ່ແຮ່

ໃນວັນທີ 24 ເມສາ ຜ່ານມານີ້ ທີ່ນະຄອນຫຼວງວຽງຈັນ, ບໍລິສັດຈໍາປາປະກັນໄພຈຳກັດ ຮ່ວມກັບກົມຄຸ້ມຄອງລັດວິສາຫະກິດການເງິນ ກະຊວງການເງິນ ໄດ້ຈັດກອງປະຊຸມສຳມະນາປະກັນໄພການຄຸ້ມຄອງຄວາມສ່ຽງໃນຂະແໜງພະລັງງານ ແລະ ຂຸດຄົ້ນບໍ່ແຮ່ ໂດຍການເຂົ້າຮ່ວມຂອງ ທ່ານ ຫງວຽນ ມິງ ເຕິມ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ, ມີທ່ານ ໄພທູນ ທ່ຽງລະໄມ ສະມາຊິກສະພາແຫ່ງຊາດ ຄະນະພັກກະຊວງການເງິນ ຫົວໜ້າກົມຄຸ້ມຄອງວິສາຫະກິດການເງິນ, ມີອຳນວຍການໃຫຍ່ ພ້ອມດ້ວຍຄະນະບໍລິສັດຈຳປາປະກັນໄພ, ຕາງໜ້າຈາກກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງການເງິນ, ກະຊວງປ້ອງກັນປະເທດ, ຄະນະກຳມະການຮ່ວມມື ລາວ-ຫວຽດນາມ ພ້ອມດ້ວຍບັນດາຄູ່ຮ່ວມມືຍຸດທະສາດ: ກຸ່ມບໍລິສັດ ປະກັນໄພ DBV, ບໍລິສັດ ວິລີດສ ທາວເວີວັດສັນ, ປະກັນໄພ QBE ແລະ ບັນດາວິສາຫະກິດທີ່ເຄື່ອນໄຫວໃນຂະແໜງພະລັງງານ-ບໍ່ແຮ່ ໃນພາກພື້ນເຂົ້າຮ່ວມ.

ທ່ານ ຫງວຽນ ເມົາ ຮຸ່ງ ມິງ ຜູ້ອຳນວຍການໃຫຍ່ ບໍລິສັດ ຈຳປາປະກັນໄພ ຈຳກັດ ຫົວໜ້າຄະນະຈັດງານກອງປະຊຸມ ກ່າວວ່າ: ກອງປະຊຸມສຳມະນາໃນຄັ້ງນີ້ ແມ່ນເປັນຄັ້ງທໍາອິດ ທີ່ຈັດຂຶ້ນໃນລະດັບສາກົນ ຊຶ່ງເປັນການບຸກເບີກ ໃນຂະແໜງການປະກັນໄພ ຢູ່ ສປປ ລາວ ໂດຍຜ່ານກອງປະຊຸມສຳມະນາ, ພວກເຮົາຫວັງວ່າ ຈະຊຸກຍູ້ແລກປ່ຽນບົດຮຽນສາກົນ, ພ້ອມທັງເພີ່ມທະວີການຮ່ວມມືລະຫວ່າງ ພາກສ່ວນຕ່າງໆ ເພື່ອສ້າງລະບົບການຄຸ້ມຄອງຄວາມສ່ຽງທີ່ມີປະສິດທິພາບ ແລະ ຍືນຍົງຢູ່ ສປປ ລາວ.” ກອງປະຊຸມສຳມະນາໃນຄັ້ງ ປະກອບມີຫຼາຍຫົວຂໍ້ສົນທະນາຢ່າງເລິກເຊິ່ງເຊັ່ນ: ບົດບາດຂອງການປະກັນໄພໃນການຄຸ້ມຄອງຄວາມສ່ຽງ, ການນໍາໃຊ້ການວິເຄາະຂໍ້ມູນເພື່ອສະໜັບສະໜູນການຕັດສິນໃຈ, ການຄຸ້ມຄອງຄວາມສ່ຽງດ້ານຄວາມປອດໄພທາງໄຊເບີ, ຄວາມຮັບຜິດຊອບຕໍ່ບຸກຄົນທີສາມ. ບົດຮຽນຈາກບັນດາບໍລິສັດປະກັນໄພລະດັບສາກົນໃນການແກ້ໄຂຄວາມສ່ຽງຂະໜາດໃຫຍ່ ແລະ ການແບ່ງປັນບົດຮຽນຈາກ ສສ ຫວຽດນາມ ຊຶ່ງເປັນບ່ອນທີ່ຂະແໜງໄຟຟ້າມີການຂະຫຍາຍຕົວທີ່ໂດດເດັ່ນຫຼາຍຢ່າງ ໃນການຈັດກອງປະຊຸມສໍາມະນາໃນຄັ້ງນີ້ແມ່ນການຖອດຖອນບົດຮຽນຈາກບັນດາວິທະຍາກອນທີ່ມາຈາກຫຼາຍອົງການຈັດຕັ້ງທີ່ມີຊື່ສຽງ ເຊັ່ນ: ທ່ານ ຫງວຽນ ຕວນ ຮວາງ ຜູ້ອໍານວຍການຝ່າຍ ຊັບສິນ-ເຕັກນິກ ແລະ ການເດີນເຮືອ-ກຸ່ມບໍລິສັດປະກັນໄພ DBV, ທ່ານ ຊໍາລີວ ມາຈາກ ບໍລິສັດ ວິລີດສ ທາວເວີວັດສັນ, ທ່ານ ນາງ ເຟືອງ ວໍ້ ມາຈາກບໍລິສັດວິລີດສ ທາວເວີວັດສັນ ແລະ ທ່ານ ນາງ ລີງຟາມ ມາຈາກບໍລິສັດ ຄີວບີອີ ປະກັນໄພ ພ້ອມດ້ວຍບັນດາວິທະຍາກອນໃນພາກພື້ນ ໄດ້ຮ່ວມກັນແບ່ງປັນບົດຮຽນຕົວຈິງ ແລະ ທ່າອ່ຽງໃໝ່ຂອງຕະຫຼາດ, ໃນນັ້ນໄດ້ເນັ້ນໜັກເຖິງການປ່ຽນແປງ ຈາກຮູບແບບການປະກັນໄພແບບດັ້ງເດີມໄປສູ່ການແກ້ໄຂການຄຸ້ມຄອງຄວາມສ່ຽງ ການສໍາມະນາດັ່ງກ່າວ ຈະປະກອບສ່ວນເຂົ້າໃນການຊຸກຍູ້ການຮ່ວມມື ລະຫວ່າງ ບັນດາວິສາຫະກິດປະກັນໄພ, ນັກລົງທຶນ ແລະ ອົງການຄຸ້ມຄອງ, ໂດຍຈະຊ່ວຍຍົກສູງຂີດຄວາມສາມາດໃນການ ຕ້ານທານຂອງພື້ນຖານເສດຖະກິດ ຕໍ່ກັບບັນດາຄວາມສ່ຽງ, ພ້ອມທັງ ສະໜັບສະໜູນຂະບວນການພັດທະນາແບບຍືນຍົງຂອງຂະແໜງພະລັງງານ ແລະ ບໍ່ແຮ່ໃນພາກພື້ນ.

ຈາກນັ້ນ ທ່ານ ໄພທູນ ທ່ຽງລະໄມ ໄດ້ກ່າວໃນງານສໍາມະນາຫົວຂໍ້: ປະກັນໄພ ແລະ ການຄຸ້ມຄອງຄວາມສ່ຽງໃນຂະແໜງພະລັງງານ ແລະ ບໍ່ແຮ່ວ່າ: ການປະກັນໄພ ແລະ ການຄຸ້ມຄອງຄວາມສ່ຽງໃນຂະແໜງພະລັງງານ ແລະ ບໍ່ແຮ່ແມ່ນສອງໜ້າວຽກທີ່ມີຄວາມສໍາຄັນທີ່ສຸດ ບໍ່ສາມາດຕັດແຍກອອກຈາກກັນໄດ້ ບັນດາວຽກງານໃນຂົງເຂດພະລັງງານ ແລະ ບໍ່ແຮ່ ແມ່ນລ້ວນແຕ່ມີຄວາມສ່ຽງຫຼາຍໆຢ່າງທີ່ແຝງເລິກຢູ່ໃນວຽກງານ, ສະນັ້ນຖ້າຢາກຄຸ້ມຄອງຄວາມສ່ຽງດັ່ງກ່າວໃຫ້ໄດ້ດີຂຶ້ນນັ້ນ ຕ້ອງເອົາໃຈໃສ່ ແລະ ຮັບຮູ້ກ່ຽວກັບຄວາມສ່ຽງຢ່າງເລິກເຊິ່ງເຖິງຖອງແທ້ໆ ວຽກງານຄຸ້ມຄອງຄວາມສ່ຽງຂອງບັນດາໂຄງການຕ່າງໆໃນ ສປປ ລາວ ແມ່ນຕິດພັນກັບການປະກັນໄພແບບສະໝັກໃຈ ແລະ ແບບບັງຄັບ ຕາມກົດໝາຍວ່າດ້ວຍການປະກັນໄພ ຊຶ່ງຈະຕ້ອງມີການຄຸ້ມຄອງບຸກຄົນທີ່ສາມຈາກປະ ກັນໄພໃນຂອບເຂດຂອງໂຄງການທີ່ມີການກໍ່ສ້າງກ່ອນ ແລະ ຫຼັງດໍາເນີນກິດຈະການ.

ໂອກາດດັ່ງກ່າວ ທ່ານ ຫງວຽນ ມິງ ເຕິມ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ ໄດ້ໃຫ້ກຽດຂຶ້ນກ່າວໃນພິທີວ່າ: ໃນສະພາບການເຊື່ອມໂຍງເສດຖະກິດໂລກທີ່ເຕັມໄປດ້ວຍປັດໄຈທີ່ບໍ່ແນ່ນອນ, ການເພີ່ມທະວີຂີດຄວາມສາມາດ ໃນການຄຸ້ມຄອງຄວາມສ່ຽງ ແມ່ນຄວາມຕ້ອງການທີ່ຈຳເປັນ ຊຶ່ງການປະກັນໄພນັບມື້ນັບຢັ້ງຢືນເຖິງບົດບາດ ໃນການເປັນເຄື່ອງມືທາງການເງິນທີ່ສໍາຄັນ ເພື່ອຊ່ວຍປົກປ້ອງບັນດາໂຄງການຂະໜາດໃຫຍ່: “ການເພີ່ມທະວີການຮ່ວມມືລະຫວ່າງບັນດາປະເທດ, ວິສາຫະກິດ ແລະ ລະຫວ່າງບັນດາອົງການຈັດຕັ້ງທາງການເງິນ, ປະກັນໄພຈະປະກອບສ່ວນເຂົ້າໃນການຍົກສູງຂີດຄວາມສາມາດໃນການຄຸ້ມຄອງຄວາມ ສ່ຽງ, ຮັບປະກັນຄວາມປອດໄພໃຫ້ແກ່ບັນດາໂຄງການພະລັງງານ ແລະ ບໍ່ແຮ່, ພ້ອມທັງຊຸກຍູ້ການພັດທະນາເສດຖະກິດແບບຍືນຍົງໃນພາກພື້ນ ເຖິງຢ່າງໃດກໍຕາມ, ບັນດານັກຊ່ຽວຊານ ກໍໄດ້ຊີ້ໃຫ້ເຫັນວ່າ ວິສາຫະກິດບໍ່ສາມາດອີງໃສ່ພຽງແຕ່ການປະກັນໄພ ເປັນເຄື່ອງມືໃນການທົດແທນຄ່າເສຍຫາຍເທົ່ານັ້ນ, ແຕ່ຈໍາເປັນຕ້ອງປະສົມປະສານກັບວິທີການແກ້ໄຂການຄຸ້ມຄອງຄວາມສ່ຽງແບບຕັ້ງໜ້າ, ການນໍາ ໃຊ້ເຕັກໂນໂລຊີ ແລະ ການວິເຄາະຂໍ້ມູນເພື່ອຍົກສູງປະສິດທິພາບໃນການຕັດສິນໃຈ.

(ຂ່າວ-ພາບ: ຫຼ້າສີຈັນ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments