Homeຂ່າວໜ້າໜຶ່ງນາຍົກລັດຖະມົນຕີ ຢ້ຽມຢາມພື້ນຖານການຜະລິດກະສິກຳ ຢູ່ເມືອງມູນລະປະໂມກ

ນາຍົກລັດຖະມົນຕີ ຢ້ຽມຢາມພື້ນຖານການຜະລິດກະສິກຳ ຢູ່ເມືອງມູນລະປະໂມກ

ໃນໂອກາດເດີນທາງ ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຈຳປາສັກ ໃນທ້າຍອາທິດຜ່ານມາ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ຜູ້ຊີ້ນຳຮອບດ້ານແຂວງຈຳປາສັກ ທັງເປັນສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 15 ໄດ້ເຄື່ອນໄຫວຢ້ຽມຢາມ ພື້ນຖານການຜະລິດກະສິກຳເປັນສິນຄ້າ ແລະ ພົບປະໂອ້ລົມປະຊາຊົນ ຢູ່ບ້ານໜອງງາ ເມືອງມູນລະປາໂມກ ແຂວງຈຳປາສັກ.

ທ່ານ ສອນໄຊ ສີພັນດອນ ພ້ອມຄະນະ ໄດ້ເດີນທາງຢ້ຽມຢາມການຜະລິດເຂົ້າດ້ວຍເຄື່ອງຈັກທັນສະໄໝ ຂອງບໍລິສັດ ລັດວິສາຫະກິດ ກໍ່ສ້າງຂົວ-ທາງ ແລະ ຕິດຕັ້ງໄຟຟ້າຄົບວົງຈອນ ໄຊສົມບູນ. ຈາກນັ້ນ, ທ່ານ ພັນເອກ ສີສະຫງວນ ຜູ້ບໍລິຫານບໍລິສັດ ລັດວິສາຫະກິດ ກໍ່ສ້າງຂົວ-ທາງ ແລະ ຕິດຕັ້ງໄຟຟ້າຄົບວົງຈອນ ໄຊສົມບູນ ກໍໄດ້ລາຍງານຜົນສຳເລັດຂອງໂຄງການ ພັດທະນາທົ່ງນາ 600 ເຮັກຕາ ຢູ່ບ້ານປາໂມກ ໂດຍນໍາໃຊ້ທຶນ 10 ລ້ານກວ່າໂດລາສະຫະລັດ ເຂົ້າໃນການສ້າງລະບົບຊົນລະປະທານ ແລະ ນຳໃຊ້ເຄື່ອງຈັກທັນສະໄໝຄົບວົງຈອນ ເຊັ່ນ: ໂດຣນຫວ່ານປຸ໋ຍ, ລົດດຳນາ ແລະ ໂຮງສີທັນສະໄໝ ທີ່ສາມາດຜະລິດເຂົ້າສານໄດ້ 40 ໂຕນຕໍ່ວັນ ເພື່ອຕອບສະໜອງໃຫ້ແກ່ກົມກອງທະຫານ ແລະ ສັງຄົມ.

ໃນໂອກາດນີ້, ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍວິໄສທັດຂອງບໍລິ ສັດ ທີ່ສາມາດຫັນປ່ຽນເນື້ອທີ່ທີ່ເຄີຍຖືກນ້ຳຖ້ວມ ໃຫ້ກາຍເປັນທົ່ງນາການຜະລິດທີ່ເຂັ້ມແຂງ, ພ້ອມທັງ, ຊີ້ນຳໃຫ້ບໍລິສັດສືບຕໍ່ຂະຫຍາຍເນື້ອທີ່ໃຫ້ໄດ້ 1.000 ເຮັກຕາ ໃນປີ 2030 ແລະ ເປັນຫົວຈັກຫລັກແຫລ່ງໃນການຖ່າຍທອດເຕັກນິກ, ພ້ອມທັງຮັບຊື້ຜົນຜະລິດຈາກປະຊາຊົນ ເພື່ອຍົກລະດັບຊີ ວິດການເປັນຢູ່ໃຫ້ດີຂຶ້ນ.

ຫລັງຈາກນັ້ນ, ທ່ານ ສອນໄຊ ສີພັນດອນ ກໍໄດ້ພົບປະໂອ້ລົມກັບອຳນາດການປົກຄອງຕາແສງ ແລະ ປະຊາຊົນບ້ານໜອງງາ ໂດຍໄດ້ໃຫ້ເນັ້ນໃຫ້ອົງການປົກຄອງຕາແສງ ສືບຕໍ່ສຶກສາອົບຮົມການ ເມືອງ-ແນວຄິດ ໃຫ້ປະຊາຊົນເປັນເຈົ້າການໃນການພັດທະນາ, ຍົກສູງຈິດໃຈເອກະລາດ ເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ (ສອຈ); ຊຸກຍູ້ການຜະລິດເປັນສິນຄ້າຕາມທິດ “ສາມສ້າງ” ໂດຍອີງໃສ່ທ່າແຮງຂອງທ້ອງຖິ່ນ ເຊັ່ນ: ການປູກມັນຕົ້ນ ແລະ ຫັດຖະກຳສານສາດເຕີຍ; ສົ່ງເສີມດ້ານການສຶກສາໃຫ້ລູກຫລານໄດ້ເຂົ້າຮຽນວິຊາອາຊີບ ເພື່ອມາພັດທະນາບ້ານເກີດ; ສ່ວນດ້ານປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ ໃຫ້ປັບປຸງກຳລັງກອງຫລອນ ແລະ ປ້ອງກັນຄວາມສະຫງົບຂັ້ນບ້ານໃຫ້ໜັກແໜ້ນ ເພື່ອສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆ.

ຕອນທ້າຍ, ທ່ານ ສອນໄຊ ສີພັນດອນ ກໍໄດ້ມອບເຄື່ອງອຸປະໂພກ-ບໍລິໂພກ ແລະ ງົບປະມານຈຳນວນໜຶ່ງ ໃຫ້ແກ່ອຳນາດການປົກຄອງຕາແສງ ແລະ ກອງພັນ 24 ເພື່ອບໍາໃຊ້ເຂົ້າໃນວຽກງານລວມ ແລະ ປັບປຸງຊີວິດການເປັນຢູ່ຂອງພະນັກງານ-ນັກຮົບ ແລະ ປະຊາຊົນໃຫ້ດີຂຶ້ນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments