ໃນລະຫວ່າງວັນທີ 22-26 ເມສາ 2026, ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນເດີນທາງໄປເຂົ້າຮ່ວມບັນດາກິດຈະກໍາສະເຫລີມສະຫລອງວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ສປ ຈີນ ຄົບຮອບ 65 ປີ (1961-2026) ແລະ ປີມິດຕະພາບ ລາວ-ຈີນ ທີ່ແຂວງຢຸນນານ ສປ ຈີນ.

ວັນທີ 23 ເມສາ 2026, ທ່ານຮອງລັດຖະມົນຕີ ອານຸພາບ ວົງໜໍ່ແກ້ວ ໄດ້ເຂົ້າຮ່ວມ ແລະ ເປັນກຽດກ່າວຄໍາເຫັນໃນກອງປະຊຸມສໍາມະນາ ເພື່ອສະເຫລີມສະຫລອງ ການສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 65 ປີ ແລະ ປີມິດຕະພາບ ລາວ-ຈີນ ຂອງແຂວງຢຸນນານ ໂດຍມີຜູ້ຕາງໜ້າຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ພ້ອມດ້ວຍຫົວໜ່ວຍທຸລະກິດລາວ-ຈີນ, ຕົວແທນນັກສຶກສາລາວທີ່ກໍາລັງສຶກສາຢູ່ແຂວງຢຸນນານ ແລະ ບັນດາສື່ມວນຊົນເຂົ້າຮ່ວມ. ຈາກນັ້ນ, ທ່ານຮອງລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ສືບຕໍ່ເຂົ້າຮ່ວມ ແລະ ມີຄໍາເຫັນໃນງານລ້ຽງສະເຫລີມສະຫລອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 65 ປີ ແລະ ປີມິດຕະພາບ ລາວ-ຈີນ ຂອງແຂວງຢຸນນານ ໂດຍການເປັນເຈົ້າພາບຮ່ວມກັນ ລະຫວ່າງ ສະຖານກົງສຸນໃຫຍ່ແຫ່ງ ສປປ ລາວ ທີ່ ນະຄອນຄຸນໝິງ ແລະ ສະມາຄົມມິດຕະພາບກັບຕ່າງປະເທດຂອງແຂວງຢຸນນານ, ຫ້ອງການພົວພັນຕ່າງປະເທດແຂວງຢຸນນານ ຊຶ່ງການນໍາຂັ້ນສູງຂອງແຂວງຢຸນໜານ ນໍາໂດຍ ທ່ານ ເຣີ້ນ ຈຸ່ນຮ້າວ ຮອງປະທານຄະນະປະຈໍາສະພາຜູ້ແທນປະຊາຊົນແຂວງຢຸນນານ ແລະ ພະແນກການທີ່ກ່ຽວຂອງຂອງແຂວງ ແລະ ຈາກ ສປປ ລາວ ເຂົ້າຮ່ວມ.
ວັນທີ 24 ເມສາ 2026, ທີ່ກິ່ງແຂວງສິບສອງພັນນາ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະ ເທດ ແຫ່ງ ສປປ ລາວ ໄດ້ສືບຕໍ່ເຂົ້າຮ່ວມ ແລະ ມີຄໍາເຫັນໃນພິທີເປີດມະຫາກໍາສະເຫລີມສະຫລອງຂອງປະຊາຊົນຢູ່ເຂດຊາຍແດນ ລາວ-ຈີນ ປີ 2026, ການນໍາຝ່າຍຈີນເຂົ້າຮ່ວມໂດຍ ທ່ານ ຢວນ ໝິນເຕົ້າ ຮອງປະທານສະມາຄົມມິດຕະພາບກັບຕ່າງປະເທດ ປະຊາຊົນທົ່ວປະເທດຈີນ ແລະ ຈາກ ສປປ ລາວ ມີຮອງເລຂາພັກແຂວງ, ຮອງປະທານຄະນະກໍາມະການປົກຄອງແຂວງ ແລະ ຂະແໜງການທີ່ກ່ຽວຂ້ອງຈາກ 5 ແຂວງພາກເໜືອຂອງລາວຄື: ຜົ້ງສາລີ, ອຸດົມໄຊ, ຫລວງນໍ້າທາ, ບໍ່ແກ້ວ ແລະ ປຂວງຫລວງພະບາງ.

ວັນທີ 25 ເມສາ 2026, ຕອນເຊົ້າທ່ານຮອງລັດຖະມົນຕີ ອານຸພາບ ວົງໜໍ່ແກ້ວ ແລະ ຄະນະໄດ້ສືບຕໍ່ຮ່ວມກັບການນໍາກິ່ງແຂວງສິບສອງພັນນາ ເຂົ້າຮ່ວມກິດຈະກໍາປ່ອຍປາລົງສູ່ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 20 ຈໍານວນ 30.000 ໂຕ ແນໃສ່ຟື້ນຟູສະພາບແວດລ້ອມດ້ານນິເວດວິທະຍາທາງນໍ້າ ແລະ ເປັນການຮັກສາຊີວະນານາພັນໃນແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຊຶ່ງແມ່ນກິດຈະກໍາໜຶ່ງໃນການສະເຫລີມ ສະຫລອງວັນສ້າງຕັ້ງສາຍພົວພັນການທູດລາວ-ຈີນຄົບຮອບ 65 ປີ ແລະ ປີມິດຕະພາບລາວ-ຈີນ ໃນປີ 2026 ນີ້. ຈາກນັ້ນ, ໄດ້ສືບຕໍ່ເດີນທາງໄປຍັງເມືອງລ້າ ເພື່ອເຂົ້າຮ່ວມບັນດາກິດຈະກໍາທີ່ຮ່ວມກັນຈັດຂຶ້ນລະຫວ່າງອໍານາດການປົກຄອງຂອງບັນດາແຂວງພາກເໜືອຂອງ ສປປ ລາວ ແລະ ກິ່ງແຂວງສິບສອງພັນນາໂດຍສະເພາະແມ່ນງານຕະຫລາດນັດຂອງປະຊາຊົນທີ່ຢູ່ລຽບຕາມຊາຍແດນລາວ-ຈີນ, ການແຂ່ງຂັນກິລາບານເຕະມິດຕະພາບ ລະຫວ່າງ ຊາວໜຸ່ມແຂວງຫລວງນໍ້າທາ ແລະ ທີມຊາວໜຸ່ມເມືອງລ້າ ແຂວງຢຸນນານ, ສປ ຈີນ ແລະ ເປັນແຂກກິດຕິມະສັກເຂົ້າຮ່ວມຊົມການແຂ່ງຂັນກິລາບານເຕະລີກ ຂອງແຂວງຢຸນນານ.ນອກຈາກນັ້ນ, ຍັງໄປທັດສະນະສຶກສາ ແລະ ຢ້ຽມຢາມເຂດອານຸລັກຊີວະນານາພັນ, ປ່າສະຫງວນແຫ່ງຊາດຂອງແຂວງຢຸນນານ ແລະ ເຂດທ່ອງທ່ຽວ ຕາມລາຍການທີ່ເຈົ້າພາບຈັດໃຫ້.

