ໃນລະຫວ່າງວັນທີ 22-24 ເມສາ 2026 ຜ່ານມາ, ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ພ້ອມຄະນະ ໄດ້ເຂົ້າຮ່ວມກອງປະຊຸມອົງການອາຫານ ແລະ ການກະເສດ ພາກພື້ນອາຊີ-ປາຊີຟິກ ຄັ້ງທີ 38 ທີ່ປະເທດບຣູໄນ ດາຣູຊາລາມ, ມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ ແລະ ຜູ້ຕາງໜ້າຈາກປະເທດສະມາຊິກ ທັງໝົດ 46 ປະເທດ, ມີເລຂາທິການອົງການອາຫານ ແລະ ການກະເສດ, ຜູ້ຕາງໜ້າອົງການອາຫານ ແລະ ການກະເສດ ຂອງແຕ່ລະປະເທດ ແລະ ຄູ່ຮ່ວມພັດທະນາຕ່າງໆ ເຂົ້າຮ່ວມ.

ກອງປະຊຸມອົງການອາຫານ ແລະ ການກະເສດ ພາກພື້ນອາຊີ-ປາຊີຟິກ ແມ່ນຈັດຂຶ້ນທຸກໆ 2 ປີ ເພື່ອເປີດໂອກາດໃຫ້ບັນດາປະເທດສະມາຊິກ ໄດ້ເຂົ້າຮ່ວມເພື່ອປຶກສາຫາລືຂັ້ນນະໂຍບາຍ ກັບບັນ ດາຜູ້ຕາງໜ້າອົງການສະຫະປະຊາຊາດ, ຄູ່ຮ່ວມພັດທະນາ ແລະ ບັນດາຜູ້ມີສ່ວນຮ່ວມ ທີ່ຕິດພັນກັບຂົງເຂດການຄຸ້ມຄອງລະບົບສະບຽງອາຫານ. ກອງປະຊຸມຄັ້ງນີ້, ປະກອບມີ ກອງປະຊຸມລະດັບລັດຖະ ມົນຕີ, ກອງປະຊຸມເຈົ້າໜ້າທີ່ອາວຸໂສ ແລະ ກອງປະຊຸມປິ່ນອ້ອມ.

ໂອກາດດັ່ງກ່າວ, ທ່ານ ລິນຄໍາ ດວງສະຫວັນ ໄດ້ກ່າວຄຳເຫັນກ່ຽວກັບການຂັບເຄື່ອນການປ່ຽນແປງລະບົບອາຫານຂອງ ສປປ ລາວ ໂດຍອີງໃສ່ນະໂຍບາຍແຫ່ງຊາດ ແລະ ຂອບການຄຸ້ມຄອງແບບປະສົມປະສານ ໂດຍອີງໃສ່ 6 ແນວທາງນະໂຍບາຍ ທີ່ ສປປ ລາວ ກໍາລັງຈັດຕັ້ງປະຕິບັດ ຄື: ຄວາມສອດຄ່ອງຂອງນະໂຍບາຍ ໂດຍຜ່ານຍຸດທະສາດພັດທະນາກະສິກຳ ແລະ ແຜນດຳເນີນງານລະ ບົບອາຫານແຫ່ງຊາດ ປີ 2025-2030; ການເສີມສ້າງຄວາມທົນທານຕໍ່ກັບ ການປ່ຽນແປງຂອງສະ ພາບດິນຟ້າອາກາດ ເຂົ້າໃນການວາງແຜນ ແລະ ການລົງທຶນ ລວມທັງການສະໜັບສະໜູນຈາກ ອົງການອາຫານ ແລະ ການກະເສດ(FAO) ຜ່ານໂຄງການພັດທະນາລະບົບການ ປັບປຸງສະພາບດິນຟ້າອາກາດສຳລັບກະສິກຳ(LaCSA); ການເຊື່ອມສານຜະລິດຕະພັນກະສິກຳແບບຄົບວົງຈອນ ພ້ອມທັງ, ການຊອກຫາແຫລ່ງຊື້-ຂາຍສິນຄ້າກະສິກຳ ໂດຍເນັ້ນໃສ່ເຂດຕາມແນວທາງລົດໄຟລາວ-ຈີນ; ການເຂົ້າເຖິງໂພຊະນາການໂດຍການຊຸກຍູ້ ກະສິກໍາທີ່ມີຄວາມຫລາກຫລາຍ; ການຄຸ້ມຄອງຕະຫລາດ ແລະ ມາດຕະຖານສິນຄ້າ ເພື່ອຮັບປະກັນການຜະລິດສິນຄ້າກະສິກຳແບບຍືນຍົງ; ການເຊື່ອມໂຍງນະໂຍ ບາຍດ້ານພະລັງງານ ແລະ ລະບົບອາຫານເພື່ອຫລຸດຜ່ອນການເພິ່ງພາການນຳເຂົ້ານ້ຳມັນເຊື້ອໄຟ.
ກອງປະຊຸມໃນຄັ້ງນີ້, ໄດ້ຮັບຮອງໃຫ້ ສປປ ລາວ ເປັນເຈົ້າພາບໃນການຈັດກອງປະຊຸມອົງການອາຫານ ແລະ ການກະເສດ ພາກພື້ນອາຊີ-ປາຊີຟິກ ຄັ້ງທີ 39 ໃນປີ 2028.
ຂ່າວ: ກະຊວງກະສິກຳ ແລະ ສິ່ງແວດລ້ອມ

