ສູນວັດທະນະທໍາຈີນ ປະຈໍາ ສປປ ລາວ ຈັດງານໂຄສະນາຊັບພະຍາກອນວັດທະນະທໍາ ແລະ ການທ່ອງທ່ຽວຊິ່ນຈ່ຽງ 2026 ພາຍໃຕ້ຫົວຂໍ້ “ຊິ່ນຈ່ຽງເປັນດິນແດນທີ່ສວຍງາມ” ໃນວັນທີ 24 ເມສາ 2026 ຜ່ານມາ ຢູ່ສູນວັດທະນະທໍາຈີນປະຈໍາລາວ ໂດຍມີ ທ່ານ ນາງ ມະນີສາຄອນ ທໍາມະວົງໄຊ ຫົວໜ້າກົມສົ່ງເສີມຕະຫລາດການທ່ອງທ່ຽວ ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ, ທ່ານ ອິນທີ ເດືອນສະຫວັນ ປະທານສະມາຄົມທຸລະກິດທ່ອງທ່ຽວລາວ ແລະ ພາກສ່ວນກ່ຽວຂ້ອງ ຂ້ອງເຂົ້າຮ່ວມ.
ທ່ານ ນາງ ມະນີສາຄອນ ທໍາມະວົງໄຊ ໄດ້ກ່າວວ່າ: ປະເທດຈີນມີແຫລ່ງທ່ອງທ່ຽວຄຸນນະພາບລະດັບໂລກຈຳນວນຫລາຍ ເປັນຈຸດໝາຍປາຍທາງທີ່ນັກທ່ອງທ່ຽວທົ່ວໂລກປາຖະໜາຢາກໄປເຖິງ ຊຶ່ງປະເທດລາວ ກໍມີທັດສະນີຍະພາບທາງທຳມະຊາດທີ່ສວຍງາມ ແລະ ອຸດົມສົມບູນ, ພ້ອມທັງມີຊັບ ພະຍາກອນການທ່ອງທ່ຽວແບບທຳມະຊາດ ທີ່ຍັງຄົງຮັກສາຂະນົບທຳນຽມ ແລະ ວິຖີຊີວິດອັນດີງາມຂອງຊົນເຜົ່າຕ່າງໆໄວ້ໄດ້ຢ່າງຄົບຖ້ວນ. ການແລກປ່ຽນດ້ານການທ່ອງທ່ຽວລະຫວ່າງລາວ-ຈີນມີຄວາມໃກ້ຊິດກັນຫລາຍຂຶ້ນ. ໃນປີ 2025 ນັກທ່ອງທ່ຽວຈີນ ໄດ້ກາຍເປັນແຫລ່ງນັກທ່ອງທ່ຽວສາກົນອັນດັບທີ 2 ຂອງລາວ. ຫວັງວ່າງານໂຄສະນາໃນຄັ້ງນີ້, ຈະຊ່ວຍສົ່ງເສີມການແລກປ່ຽນດ້ານວັດທະນະທໍາ ແລະ ການທ່ອງທ່ຽວລະຫວ່າງສອງປະເທດໃຫ້ເພີ່ມທະວີຂຶ້ນອີກໃນອະນາຄົດ.
ທ່ານ ນາງ ສາຍຊິນ ຮອງຫົວໜ້າພະແນກໂຄສະນາການທ່ອງທ່ຽວ ແລະ ການແລກປ່ຽນສາກົນ, ພະແນກວັດທະນະທໍາ ແລະ ການທ່ອງທ່ຽວ ເຂດປົກຄອງຕົນເອງເຜົ່າເຫວິ້ຍອູເອີ ຊິ່ນຈ່ຽງ ໄດ້ນໍາສະເໜີຢ່າງລະອຽດ ກ່ຽວກັບວັດທະນະທໍາ-ພູມສາດ, ຊັບພະຍາກອນການທ່ອງທ່ຽວ ແລະ ຄວາມພ້ອມດ້ານການຮອງຮັບນັກທ່ອງທ່ຽວຂອງຊິ່ນຈ່ຽງ. ຊິ່ນຈ່ຽງ ຈະສືບຕໍ່ໃຫ້ບໍລິການທ່ອງທ່ຽວທີ່ມີຄຸນນະພາບສູງ ຕໍ່ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດຈາກທົ່ວທຸກມຸມໂລກ ດ້ວຍສິ່ງອຳນວຍຄວາມສະດວກທີ່ຄົບວົງຈອນ.
ໂອກາດນີ້, ຕົວແທນ 6 ບໍລິສັດທ່ອງທ່ຽວຈາກຊິ່ນຈ່ຽງ ໄດ້ນໍາສະເໜີກ່ຽວກັບເສັ້ນທາງທ່ອງທ່ຽວຄຸນນະພາບຫລັກ ແລະ ຈຸດເດັ່ນການບໍລິການຂອງແຕ່ລະບໍລິສັດຂອງຕົນ ພ້ອມທັງສະແດງອອກເຖິງຄວາມຕັ້ງໃຈໃນການເສີມສ້າງການຮ່ວມມືກັບຫົວໜ່ວຍສະມາຊິກຕ່າງໆ ຂອງສະມາຄົມທ່ອງທ່ຽວລາວ ເພື່ອຮ່ວມກັນຜັກດັນ ແລະ ພັດທະນາອຸດສາຫະກຳການທ່ອງທ່ຽວຂອງທັງສອງຝ່າຍໃຫ້ເຕີບໂຕຍິ່ງຂຶ້ນ. ພ້ອມນີ້, ພະນັກງານຈາກບໍລິສັດການບິນ China Eastern Airlines ນະຄອນຫລວງວຽງຈັນ ໄດ້ນໍາສະເໜີກ່ຽວກັບສະພາບການດໍາເນີນງານ ແລະ ການບໍລິການຈຸດເດັ່ນຂອງສາຍການບິນ ໂດຍເນັ້ນເປັນພິເສດໃນການບໍລິການຕໍ່ຖ້ຽວບິນທັງພາຍໃນ ແລະ ລະຫວ່າງປະເທດ, ຜູ້ຮັບຜິດຊອບກ່າວວ່າ ສາຍການບິນດັ່ງກ່າວ ມີການດຳເນີນຖ້ຽວບິນຈຳນວນຫລາຍພາຍໃນປະເທດຈີນ ແລະ ລະ ຫວ່າງລາວ-ຈີນ ຊຶ່ງສາມາດສະໜອງການເດີນທາງຕໍ່ເຄື່ອງໄປຍັງຊິ່ນຈ່ຽງ ໄດ້ຢ່າງສະດວກ ແລະ ເປັນແຮງສະໜັບສະໜູນທີ່ສຳຄັນ ໃຫ້ນັກທ່ອງທ່ຽວທີ່ຕ້ອງການໄປທ່ອງທ່ຽວຊິ່ນຈ່ຽງ.

