ຂ່າວຕ່າງປະເທດລາຍງານ ວ່າ: ບໍລິສັດ Microsoft ໄດ້ປະກາດໃນວັນທີ 23 ເມສາ ຜ່ານມາວ່າ, ຈະລົງທຶນ 17.9 ຕື້ໂດລາ ໃນພື້ນຖານໂຄງລ່າງປັນຍາປະດິດ (AI) ອົສຕຣາລີ ໃນໄລຍະ 3 ປີຂ້າງໜ້າ ຊຶ່ງເປັນການລົງທຶນທີ່ໃຫຍ່ທີ່ສຸດຂອງບໍລິສັດ Microsoft ໃນອົສຕຣາລີ.
ທ່ານ ຊາດຍາ ນາເດລາ ຊີອີໂອຂອງ Microsoft ແລະ ທ່ານ ແອນໂທນີ ແອວບານີຊີ ນາຍົກລັດຖະມົນຕີອົສຕຣາລີ ໄດ້ປະກາດການລົງທຶນ ມູນຄ່າ 25 ຕື້ໂດລາອົສຕຣາລີ (17.9 ຕື້ໂດລາ) ໃນນະຄອນຊິດນີ. ໂດຍເງິນທຶນດັ່ງກ່າວຈະຖືກນຳໃຊ້ເພື່ອຂະຫຍາຍໂຄງສ້າງພື້ນຖານການປະມວນຜົນແບບ AI ແລະ ຄລາວຂອງ Microsoft, ພ້ອມທັງເສີມສ້າງຄວາມສາມາດດ້ານຄວາມປອດໄພທາງໄຊເບີຂອງອົສຕຣາລີ.
ຂ່າວລະບຸວ່າ: ຂໍ້ຕົກລົງການຮ່ວມມືດັ່ງກ່າວລວມມີການສະໜອງທຶນສຳລັບສູນຂໍ້ມູນ, ການຝຶກອົບຮົມທັກສະ AI ໃຫ້ພະນັກງານອົສຕຣາລີຈຳນວນຫຼາຍກວ່າ 3 ລ້ານຄົນ ແລະ ຂະຫຍາຍການຮ່ວມມືລະຫວ່າງ Microsoft ແລະ ລັດຖະບານກ່ຽວກັບຄວາມປອດໄພທາງໄຊເບີ, ຄວາມສາມາດໃນການປັບຕົວ ແລະ ການຟື້ນຟູລະດັບຊາດ.
ທ່ານ ນາເດລາ ກ່າວວ່າ: ອົສຕຣາລີ ມີທ່າແຮງອັນໃຫຍ່ຫຼວງໃນການຫັນປ່ຽນ AI ໄປສູ່ການເຕີບໂຕທາງເສດຖະກິດ ແລະ ຜົນປະໂຫຍດທາງສັງຄົມ ຢ່າງແທ້ຈິງ ແລະ ນັ້ນແມ່ນເຫດຜົນທີ່ພວກເຮົາກຳລັງລົງທຶນຄັ້ງໃຫຍ່ທີ່ສຸດເທົ່າທີ່ເຄີຍມີມາໃນອົສຕຣາລີ.
ທ່ານ ແອວບານີຊີ ກ່າວວ່າ: ການຮ່ວມມືກັບ Microsoft ຈະຊ່ວຍໃຫ້ອົສຕຣາລີຢຶດເອົາໂອກາດທາງເສດຖະກິດດ້ານ AI ພ້ອມກັບປ້ອງກັນຕົນເອງຈາກຄວາມສ່ຽງຕ່າງໆ.

