ຂ່າວຕ່າງປະເທດລາຍງານ ໃນວັນທີ 22 ເມສາ ຜ່ານມາວ່າ: ອົງການການສຶກສາ, ວິທະຍາສາດ ແລະ ວັດທະນະທຳແຫ່ງສະຫະປະຊາຊາດ (UNESCO) ໄດ້ເຜີຍແຜ່ບົດລາຍງານ “ຜູ້ຄົນ ແລະ ທຳມະຊາດໃນພື້ນທີ່ຂອງ UNESCO: ການມີສ່ວນຮ່ວມຂອງທ້ອງຖິ່ນ ແລະ ທົ່ວໂລກ” (People and Nature in UNESCO Sites: Global and Local Contributions) ຊຶ່ງເນັ້ນໜັກເຖິງບົດບາດຂອງພື້ນທີ່ UNESCO ໃນການແກ້ໄຂສິ່ງທ້າທາຍດ້ານສິ່ງແວດລ້ອມ ແລະ ສັງຄົມໃນລະດັບໂລກ. ພ້ອມທັງຮຽກຮ້ອງໃຫ້ເພີ່ມການປົກປ້ອງພື້ນທີ່ຕ່າງໆຂອງ UNESCO, ລວມທັງສະຖານທີ່ມໍລະດົກໂລກ, ເຂດສະຫງວນຊີວະມວນ ແລະ ອຸທິຍານທໍລະນີວິທະຍາໂລກ.
ບົດລາຍງານສະບັບນີ້ແມ່ນການກວດກາພື້ນທີ່ຢ່າງຄົບຖ້ວນຄັ້ງທຳອິດ ຂອງ UNESCO ຊຶ່ງມີຈໍານວນທັງໝົດ 2,260 ແຫ່ງ ກວມເອົາພື້ນທີ່ຫຼາຍກວ່າ 13 ລ້ານຕາລາງກິໂລແມັດ. ໂດຍພື້ນທີ່ຂອງ UNESCO ເປັນແຫຼ່ງສາຍພັນສິ່ງທີ່ມີຊີວິດທີ່ຖືກລະບຸຫຼາຍກວ່າ 60% ໃນໂລກ ແລະ ປະມານ 40% ຂອງສາຍພັນເຫຼົ່ານີ້ແມ່ນເປັນເອກະລັກ ແລະ ບໍ່ສາມາດພົບເຫັນຢູ່ບ່ອນອື່ນໃນໂລກ. ໃນຂະນະດຽວກັນ, ພື້ນທີ່ຂອງ UNESCO ກັກເກັບກາກບອນປະມານ 240 ກິກາໂຕນ ຊຶ່ງເທົ່າກັບການປ່ອຍອາຍພິດເຮືອນແກ້ວທົ່ວໂລກເກືອບ 20 ປີ ແລະ ເປັນທີ່ພັກອາໄສຂອງປະຊາກອນໂລກປະມານ 10%.
ຢ່າງໃດກໍຕາມ, ພື້ນນທີ່ຂອງ UNESCO ປະເຊີນກັບສິ່ງທ້າທາຍທີ່ເພີ່ມຂຶ້ນ. ໂດຍເກືອບ 90% ຂອງພື້ນທີ່ເຫຼົ່ານີ້ກຳລັງປະສົບກັບຄວາມກົດດັນດ້ານສິ່ງແວດລ້ອມໃນລະດັບສູງ ແລະ ຄວາມສ່ຽງທີ່ກ່ຽວຂ້ອງກັບສະພາບອາກາດໄດ້ເພີ່ມຂຶ້ນ 40% ໃນໄລຍະທົດສະວັດທີ່ຜ່ານມາ. ຖ້າຫາກບໍ່ມີການດຳເນີນການໃດໆຕື່ມອີກເພື່ອແກ້ໄຂບັນຫາ, ພື້ນທີ່ຕ່າງໆຂອງ UNESCO ຈະປະເຊີນກັບໄພຂົ່ມຂູ່ທີ່ເພີ່ມຂຶ້ນຈາກການລະລາຍຂອງນ້ຳກ້ອນ, ການພັງທະລາຍຂອງແນວປະກາລັງ, ການຍ້າຍຖິ່ນຖານຂອງສາຍພັນສິ່ງທີ່ມີຊີວິດ, ການຂາດແຄນນ້ຳທີ່ຮຸນແຮງຂຶ້ນ ແລະ ການປ່ຽນແປງຂອງປ່າໄມ້ຈາກແຫຼ່ງດູດຊັບກາກບອນໄປສູ່ການປ່ອຍກາກບອນ.
ບົດລາຍງານສະບັບນີ້ຍັງຮຽກຮ້ອງໃຫ້ເພີ່ມຄວາມພະຍາຍາມໃນ 4 ຂົງເຂດຫຼັກຄື: ຟື້ນຟູລະບົບນິເວດເພື່ອສ້າງຄວາມຍືດຍຸ່ນ, ສົ່ງເສີມການພັດທະນາແບບຍືນຍົງໂດຍຜ່ານການເພີ່ມທະວີການຮ່ວມມືຂ້າມຊາຍແດນ, ການເຊື່ອມໂຍງພື້ນທີ່ຂອງອົງການ UNESCO ເຂົ້າໃນໂຄງການສະພາບອາກາດລະດັບໂລກ ແລະ ການສ້າງຕັ້ງລະບົບການປົກຄອງທີ່ມີຄວາມຮ່ວມມືຫຼາຍຂຶ້ນສຳລັບຊົນເຜົ່າພື້ນເມືອງ ແລະ ຊຸມຊົນທ້ອງຖິ່ນ.

