Homeຂ່າວຕ່າງປະເທດຫວຽດນາມ ຄົ້ນພົບຖ້ຳໃໝ່ 26 ແຫ່ງ ຢູ່ປ່າສະຫງວນແຫ່ງຊາດ ຟອງຍາ - ແກບາງ

ຫວຽດນາມ ຄົ້ນພົບຖ້ຳໃໝ່ 26 ແຫ່ງ ຢູ່ປ່າສະຫງວນແຫ່ງຊາດ ຟອງຍາ – ແກບາງ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນ​ວັນ​ທີ 24 ເມ​ສາ ຜ່ານມາ, ຄະ​ນະ​ຄຸ້​ມ​ຄອງ​ເຂດ​ປ່າ​ສະ​ຫງວນແຫ່ງຊາດ ຟອງ​ຍາ – ແກ​ບາງ ໄດ້​ປະ​ກາດ​​ຜົນ​ການ​ສຳ​ຫຼວດ​ຖ້ຳ​ປີ 2026, ໂດຍພົບ​ເຫັນ​ຫຼາຍ​ສິ່ງ​ໃໝ່ໆ​ທີ່​ມີ​ຄຸນ​ຄ່າ​ດ້ານ​ວິ​ທະ​ຍາ​ສາດ ແລະ ເປີດ​ອອກ​ຄວາມ​ສາມດ​ບົ່ມ​ຊ້ອນ​ຢ່າງ​ໃຫຍ່​ຫຼວງ​ໃຫ້​ແກ່​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ແບບ​ຍືນ​ຍົງ.

ການ​ສຳ​ຫຼວດໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​​ທີມ​ງານ​ສຳ​ຫຼວດ​ຖ້ຳຂອງ ອັງ​ກິດ ແລະ ​ຊາວ​ທ້ອງ​ຖິ່ນ. ການ​ເຄື່ອນ​ໄຫວ​ໄດ້​ຜັນ​ຂະ​ຫຍາຍ​ຢູ່​ຫຼາຍ​ເຂດຄື: ຕາ​ແສງຟອງ​ຍາ, ເທື້ອງ​ແຈັກ, ກິມ​ຝູ… ຄະ​ນະ​ໄດ້​ສຳ​ຫຼວດ​​ທັງ​ໝົດ 29 ຖໍ້າ, ໃນ​ນັ້ນ​ມີ​ຖ້ຳ​ໃໝ່ 26 ຖໍ້າ. ມີ​ຫຼາຍຖ້ຳທີ່​ມີ​ຂອ​ບ​ຂະ​ໜາດ​ໃຫຍ່, ມີ​ຄຸນ​ຄ່າ​ດ້ານ​ວິ​ທະ​ຍາ​ສາດ​ສູງ​ ໄດ້​ຮັບ​ການ​ຮັບ​ຮູ້.

ທ່ານ ຟ້າມ​ຮົ່ງຖາຍ ຫົວ​ໜ້າ​ເຂດ​ປ່າ​ສະ​ຫງວນ​ແຫ່ງ​ຊາດ ຟອງ​ຍາ – ແກ​ບາງ ໃຫ້​ຮູ້​ວ່າ: ວຽກ​ງານ​ສຳ​ຫຼວດ, ຄົ້ນ​ຄວ້າ​ລະ​ບົບ​ຖ້ຳ​ໃນ​ບໍ​ລິ​ເວນ​ແຂວງ​ບັນ​ລຸ​ໄດ້​ໝາ​ກ​ຜົນ​ສຳ​ຄັນ​ຫຼາຍ​ຢ່າງ, ເປີດ​ບັນ​ດາ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຢ່າງ​ໃຫຍ່​ຫຼວງ​ໃນ​ການ​ອະ​ນຸ​ລັກ​ຮັກ​ສາ ແລະ ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ແບບ​ຍືນ​ຍົງ. ມາ​ຮອດ​ປັດ​ຈຸ​ບັນ ສາມາດ​ຢັ້ງ​ຢືນ​ໄດ້ເຂດ​ຖໍ້າ​ຫຼັກ 7 ຖໍ້າ, ດ້ວຍ​ການ​ສຳ​ຫຼ​ວດ​ຄວາມ​ຍາວ​ທັງໝົດ 254 ກວ່າ ກມ, ນຳ​ເຂດນີ້​ໃຫ້​ກາຍ​ເປັນ​ໜຶ່ງ​ໃນ​ບັນ​ດາ​ເຂດ​ທີ່ມີ​ລະ​ບົບ​ຖໍ້າ​ອຸ​ດົມ​ສົມ​ບູນ ແລະ ເປັນ​ເອ​ກະ​ລັກ​ສະ​ເພາະ​ທີ່​ສຸດ​ໃນ​ໂລກ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments