Homeຂ່າວຕ່າງປະເທດປະກົດການແອວນີໂຢ ອາດຈະເກີດຂຶ້ນໃນກາງປີນີ້

ປະກົດການແອວນີໂຢ ອາດຈະເກີດຂຶ້ນໃນກາງປີນີ້

ຂ່າວສານຊີອາໄອລາຍງານວ່າ: ໃນວັນທີ 24 ເມສາ ຜ່ານມາ, ອົງການອຸຕຸນິຍົມໂລກ ຫຼື WMO ໄດ້ອອກຖະແຫຼງການວ່າ: ບົດລາຍງານສະບັບຫຼ້າສຸດກ່ຽວກັບສະພາບດິນຟ້າອາກາດຕາມລະດູການທົ່ວໂລກປະຈຳເດືອນຂອງ WMO ສະແດງໃຫ້ເຫັນວ່າ: ສະພາບດິນຟ້າອາກາດຢູ່ເຂດທະເລປາຊີຟິກຕາມເສັ້ນສູນສູດມີການປ່ຽນແປງຢ່າງຈະແຈ້ງ, ອຸນຫະພູມໜ້ານ້ຳທະເລເພີ່ມຂຶ້ນຢ່າງວ່ອງໄວ ຊຶ່ງສະແດງໃຫ້ເຫັນລ່ວງໜ້າວ່າປະກົດການແອວນີໂຢອາດຈະເກີດຂຶ້ນໄວທີ່ສຸດແມ່ນລະຫວ່າງເດືອນພຶດສະພາ ຫາ ເດືອນກໍລະກົດປີ 2026.

ການຄາດຄະເນສະແດງໃຫ້ເຫັນວ່າ: ໃນ 3 ເດືອນຕໍ່ໜ້ານີ້, ອຸນຫະພູມໜ້າດິນທົ່ວໂລກຈະສູງກວ່າລະດັບປົກກະຕິໂດຍທົ່ວໄປ, ຮູບແບບປະລິມານນ້ຳຝົນຈະສະແດງໃຫ້ເຫັນຄວາມແຕກຕ່າງກັນໃນແຕ່ລະພາກພື້ນ. ຕາມປົກກະຕິ, ປະກົດການແອວນີໂຢແມ່ນເກີດຂຶ້ນທຸກ 2 ຫາ 7 ປີ ແລະ ແກ່ຍາວເວລາປະມານ 9 ຫາ 12 ເດືອນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments