ກອງປະຊຸມ “ປະກາດສ້າງຕັ້ງ ສະມາຄົມນັກສຶກສາມະຫາວິທະຍາໄລ ຊົນເຜົ່າກວາງຊີ ປະຈຳ ສປປ ລາວ ໄດ້ຈັດຂຶ້ນໃນວັນທີ 24 ເມສາ ຜ່ານມາ ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ວັນໄຊ ຕະວິນຍານ ອະດີດຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ອະດີດຫົວໜ້າບັນນາທິການໃຫຍ່ ໜັງສືພິມປະຊາຊົນ, ມີບັນດາຜູ້ຕາງໜ້າວິສາຫະກິດ ແລະ ອະດີດນັກສຶກສາເຂັ້າຮ່ວມ.
ທ່ານ ກ່າວ ຊິງຢຸຍ (Gao Xingyu) ຮອງຜູ້ອຳນວຍການໃຫຍ່ມະຫາວິທະຍາໄລຊົນເຜົ່າກວາງຊີ ໄດ້ກ່າວວ່າ: ສປປ ລາວ ແລະ ສປ ຈີນ ແມ່ນປະເທດບ້ານໃກ້ເຮືອນຄຽງທີ່ມີສາຍພູສາຍນ້ຳຕິດຈອດກັນ, ສາຍພົວພັນຂອງສອງຊາດມີມູນເຊື້ອອັນຍາວນານ. ນັບຕັ້ງແຕ່ສອງປະເທດໄດ້ສ້າງຕັ້ງສາຍພົວພັນການທູດໃນປີ 1961 ເປັນຕົ້ນມາ, ສາຍພົວພັນມິດຕະພາບຖານເພື່ອນບ້ານໃກ້ເຮືອນຄຽງທີ່ດີ ກໍໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ແລະ ໄດ້ຍົກລະດັບຂຶ້ນເປັນຄູ່ຮ່ວມຍຸດທະສາດຮອບດ້ານໃນປີ 2009. ຕະຫຼອດໄລຍະ 60 ກວ່າປີຜ່ານມາ, ການນຳຂັ້ນສູງຂອງສອງປະເທດໄດ້ມີການພົບປະແລກປ່ຽນຢ່າງໃກ້ຊິດ, ກົນໄກການຮ່ວມມືລະຫວ່າງອົງການປົກຄອງ ແລະ ອົງການຈັດຕັ້ງທຸກຂັ້ນໄດ້ຮັບການປະດິດສ້າງໃໝ່ຢ່າງບໍ່ຢຸດຢັ້ງ, ກາຍເປັນແບບຢ່າງທີ່ດີເດັ່ນໃນການພົວພັນລະຫວ່າງຈີນ ກັບ ປະເທດເພື່ອນບ້ານ ບົນເສັ້ນທາງແຫ່ງການປຶກສາຫາລືຮ່ວມກັນ, ສ້າງສາຮ່ວມກັນ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ. ໃນຊຸມປີມໍ່ໆມາ, ພາຍໃຕ້ຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ”, ເສັ້ນທາງລົດໄຟ ລາວ-ຈີນ ໄດ້ເປີດນຳໃຊ້ຢ່າງເປັນທາງການ, ຊຸກຍູ້ໃຫ້ການແລກປ່ຽນຮ່ວມມືດ້ານເສດຖະກິດ-ການຄ້າ, ການສຶກສາ ແລະ ວັດທະນະທຳ ກ້າວຂຶ້ນສູ່ລະດັບໃໝ່ ຊຶ່ງມີບົດບາດສຳຄັນໃນການຮັດແໜ້ນມິດຕະພາບລາວ-ຈີນ ແລະ ສ້າງຜົນປະໂຫຍດຕົວຈິງໃຫ້ແກ່ປະຊາຊົນສອງຊາດ, ທັງເປັນການຊຸກຍູ້ການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ໃຫ້ເລິກເຊິ່ງກວ່າເກົ່າ.

ທ່ານ ກ່າວ ຊິງຢຸຍ ໄດ້ກ່າວຕື່ມອີກວ່າ: ມະຫາວິທະຍາໄລ ຊົນເຜົ່າກວາງຊີ ປັດຈຸບັນມີ 3 ວິທະຍາເຂດ, ມີ 26 ຄະນະວິຊາ, ກວມເອົາ 11 ຂະແໜງການສຶກສາ ແລະ ມີລະບົບການບຳລຸງສ້າງບຸກຄະລາກອນທີ່ສົມບູນທັງລະດັບປະລິນຍາຕີ, ໂທ ແລະ ເອກ, ຂະແໜງວິສະວະກຳສາດ ແລະ ເຄມີສາດ ແມ່ນຕິດອັນດັບ 1% ຂອງໂລກໃນລະບົບ ESI, ນັບຕັ້ງແຕ່ສ້າງຕັ້ງເປັນຕົ້ນມາ, ມະຫາວິທະຍາໄລໄດ້ບຳລຸງສ້າງພະນັກງານຊົນເຜົ່າ ແລະ ຊ່ຽວຊານວິຊາການໃຫ້ແກ່ປະເທດຊາດແລ້ວ 4 ແສນກວ່າຄົນ, ປະກອບສ່ວນອັນສຳຄັນເຂົ້າໃນການສ້າງສາປະເທດຊາດ ແລະ ການພັດທະນາເຂດຊົນເຜົ່າ ແລະ “ສູນກາງການສຶກສາຄົ້ນຄວ້າກ່ຽວກັບປະເທດ ແລະ ພາກພື້ນ” ຊຸດທຳອິດຂອງກະຊວງສຶກສາທິການຈີນ, ມະຫາວິທະຍາໄລໄດ້ສຸມໃສ່ຍຸດທະສາດຊາດ ແລະ ຄວາມຕ້ອງການອັນຮີບດ່ວນຂອງການພັດທະນາເສດຖະກິດ-ສັງຄົມຢູ່ເຂດບັນດາເຜົ່າ, ເສີມຂະຫຍາຍທ່າແຮງດ້ານທີ່ຕັ້ງທີ່ຕິດຈອດກັບອາຊີຕາເວັນອອກສ່ຽງໃຕ້ຢ່າງເຕັມທີ່ ເພື່ອສ້າງເອກະລັກການຮຽນ-ການສອນ ຄື ລັກສະນະຊົນເຜົ່າ , ລັກສະນະພາກພື້ນ ແລະ ລັກສະນະສາກົນ. ປັດຈຸບັນ, ມະຫາວິທະຍາໄລພວກເຮົາໄດ້ສ້າງສາຍພົວພັນຮ່ວມມື ແລະ ແລກປ່ຽນຕົວຈິງ ກັບມະຫາວິທະຍາໄລ ແລະ ສະຖາບັນ 202 ແຫ່ງ ໃນ 26 ປະເທດ ແລະ ເຂດແຄວ້ນ; ໄດ້ຮັບນັກສຶກສາຕ່າງປະເທດສະສົມທັງໝົດ 27,000 ກວ່າຄົນ ຈາກ 87 ປະເທດ ແລະ ເຂດແຄວ້ນທົ່ວໂລກ, ສົ່ງນັກສຶກສາໄປສຶກສາຕໍ່ຕ່າງປະເທດເກືອບ 20,000 ຄົນ, ທັງມີລະບົບທຶນການສຶກສາສຳລັບນັກສຶກສາຕ່າງປະເທດ ທີ່ຂ້ອນຂ້າງຄົບຖ້ວນ ແລະ ຮອບດ້ານ.
ມະຫາວິທະຍາໄລ ຊົນເຜົ່າກວາງຊີ ຕະຫຼອດໄລຍະຜ່ານມາ, ມະຫາວິທະຍາໄລໄດ້ອີງໃສ່ທ່າແຮງດ້ານວິຊາສະເພາະພາສາລາວ ເພື່ອສ້າງບຸກຄະລາກອນທີ່ດີເດັ່ນເປັນຈຳນວນຫຼວງຫຼາຍ ໃຫ້ແກ່ການເສີມສ້າງຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງ, ການຮ່ວມມືດ້ານເສດຖະກິດ-ການຄ້າ ແລະ ການແລກປ່ຽນວັດທະນະທຳ ລະຫວ່າງ ລາວ-ຈີນ, ໃນນັ້ນ. ມີອະດີດນັກສຶກສາຈຳນວນຫຼາຍທີ່ໄດ້ເຮັດວຽກ, ສຶກສາຮ່ຳຮຽນ ແລະ ດຳລົງຊີວິດຢູ່ ສປປ ລາວ ໄດ້ກາຍເປັນກຳລັງແຮງທີ່ສຳຄັນໃນການຊຸກຍູ້ການແລກປ່ຽນມິດຕະພາບ ລາວ-ຈີນ. ໃນນາມເປັນສະຖາບັນການສຶກສາຊັ້ນສູງທີ່ “ອີງໃສ່ແຂວງກວາງຊີ, ຫັນໜ້າສູ່ອາຊຽນ”, ບັນດາອະດີດນັກສຶກສາບໍ່ພຽງແຕ່ແມ່ນໝາກຜົນຕົວຈິງຂອງການສ້າງບຸກຄະລາກອນຂອງມະຫາວິທະຍາໄລເທົ່ານັ້ນ, ແຕ່ຍັງແມ່ນຂົວຕໍ່ທີ່ສຳຄັນໃນການເຊື່ອມໂຍງລະຫວ່າງໂຮງຮຽນກັບສັງຄົມ, ກໍຄືການພົວພັນລະຫວ່າງ ອາຊຽນ-ຈີນ. ບັນດາອະດີດນັກສຶກສາທີ່ຢູ່ ສປປ ລາວ ໄດ້ເສີມຂະຫຍາຍທ່າແຮງຂອງຕົນເອງ ແລະ ຊັບພະຍາກອນໃນທ້ອງຖິ່ນຢ່າງເຕັມສ່ວນ, ຕັ້ງໜ້າຊຸກຍູ້ການຮ່ວມມືຕົວຈິງ ແລະ ການແລກປ່ຽນຢ່າງເລິກເຊິ່ງລະຫວ່າງມະຫາວິທະຍາໄລກັບບັນດາມະຫາວິທະຍາໄລ ແລະ ອົງການຈັດຕັ້ງຕ່າງໆຢູ່ລາວ ຊຶ່ງເປັນການເພີ່ມພະລັງອັນແຂງແຮງຢ່າງບໍ່ຢຸດຢັ້ງໃຫ້ແກ່ການຍົກລະດັບການສຶກສາແບບສາກົນຂອງມະຫາວິທະຍາໄລ ແລະ ການລົງເລິກການຮ່ວມມືແລກປ່ຽນ ລາວ-ຈີນ, ສະມາຄົມ ນັກສຶກສາ ມະຫາວິທະຍາໄລ ຊົນເຜົ່າກວາງຊີ ປະຈຳ ສປປ ລາວ ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການ, ນີ້ແມ່ນເຫດການທີ່ສຳຄັນ ແລະ ເປັນຂີດໝາຍແຫ່ງຄວາມປິຕິຊົມຊື່ນຂອງອະດີດນັກສຶກສາທຸກຄົນທີ່ຢູ່ລາວ, ທັງແມ່ນຂີດໝາຍອັນສຳຄັນໃນວຽກງານພົວພັນອະດີດນັກສຶກສາຢູ່ຕ່າງປະເທດຂອງມະຫາວິທະຍາໄລ ແລະ ຫວັງຢ່າງຍິ່ງວ່າ ຈະນຳໃຊ້ສະມາຄົມ ນັກສຶກສານີ້ເປັນຂົວຕໍ່ ເພື່ອເຕົ້າໂຮມຄວາມສາມັກຄີ, ເຊື່ອມໂຍງໄມຕີຈິດມິດຕະພາບ, ຊ່ວຍເຫຼືອຊຶ່ງກັນ ແລະ ກັນ, ຮ່ວມກັນພັດທະນາ, ພ້ອມທັງສືບທອດ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມຂອງມະຫາວິທະຍາໄລໃຫ້ດີຂຶ້ນຕະຫຼອດໄປ.

