ງານສະແດງສິລະປະ ສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 65 ປີ ແລະ ປີມິດຕະພາບລາວ-ຈີນ ພາຍໃຕ້ຫົວຂໍ້ “ມິດຕະພາບອັນເລິກເຊິ່ງຂອງແມ່ນ້ຳລ້ານຊ້າງແມ່ນ້ຳຂອງ ຮ່ວມກັນກ້າວໄປສູ່ຄວາມຈະເລີນຮຸ່ງເຮືອງ” ໄດ້ຈັດຂຶ້ນໃນວັນທີ 25 ເມສາ ນີ້ ທີ່ຫໍວັດທະນະທໍາແຫ່ງຊາດ, ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ຮອງປະທານປະເທດ ແຫ່ງ ສປປ ລາວ, ທ່ານ ນາງ ຟາງ ຫົງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງສາທາລະນະລັດ ປະຊາຊົນຈີນ ປະຈໍາ ສປປ ລາວ, ມີບັນດາການນຳພັກ-ລັດ ທັງລາວ ແລະ ຈີນເຂົ້າຮ່ວມ.

ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ (ວທ) ໄດ້ກ່າວວ່າ: ປີ 2026 ນີ້ ເປັນປີທີ່ມີຄວາມໝາຍທາງປະຫວັດສາດອີກປີໜຶ່ງ ທີ່ພວກເຮົາໄດ້ຮ່ວມກັນຄວາມສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດລາວ-ຈີນ ຄົບຮອບ 65 ປີ (25 ເມສາ 1961 – 25 ເມສາ 2026) ແລະ ທັງເປັນປີມິດຕະພາບລາວ-ຈີນ 2026. ຕະຫຼອດໄລຍະ 65 ປີ ແຫ່ງການຮ່ວມມືຢ່າງໃກ້ຊິດ ແລະ ສະເໝີຕົ້ນສະເໝີປາຍ ລະຫວ່າງລາວ ແລະ ຈີນ, ໄດ້ເຮັດໃຫ້ສາຍພົວພັນມິດຕະ ພາບລະຫວ່າງສອງຊາດນັບມື້ນັບກວ້າງຂວາງເລິກເຊິ່ງ ດ້ວຍການເສີມຂະຫຍາຍມູນເຊື້ອປະຕິວັດອັນດີງາມ ແລະ ການຮ່ວມມືຢ່າງຮອບດ້ານໃນທຸກຂົງເຂດວຽກງານ, ປະກອບສ່ວນຢ່າງແຂງແຮງເຂົ້າໃນການເພີ່ມພູນຄູນສ້າງ “ຄູ່ຮ່ວມຊາຕາກຳລາວ-ຈີນ” ໃຫ້ເປັນຮູບປະທໍາຍິ່ງຂຶ້ນ ຕາມທິດ 4 ດີ ຄືການເປັນເພື່ອນບ້ານທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ ແລະ ເປັນຄູ່ຮ່ວມມືທີ່ດີຕະຫຼອດໄປ.

ສະນັ້ນ, ງານສະແດງສິລະປະມິດຕະພາບລາວ-ຈີນ ຄັ້ງນີ້ເປັນອີກໜຶ່ງກິດຈະກໍາທີ່ສໍາຄັນໃນການແລກປ່ຽນວັດທະນະທຳຂອງສອງຊາດເພື່ອປະກອບສ່ວນໃຫ້ແກ່ການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດລາວ-ຈີນ ຄົບຮອບ 65 ປີ ແລະ ປີມິດຕະພາບລາວ-ຈີນ 2026 ໃຫ້ແໜ້ນແຟ້ນຍິ່ງຂຶ້ນ. ການສະແດງສິລະປະ ແລະ ປະກອບມີຄະນະນັກສະແດງຈາກໂຮງລະຄອນສິລະປະຊິ່ນຈ່ຽງ ສປ ຈີນ ຮ່ວມກັບ ຄະນະນັກສະແດງຈາກກອງສິລະປະກອນແຫ່ງຊາດລາວ ຊຶ່ງມີຫຼາກຫຼາຍລາຍການສະແດງ ເປັນຕົ້ນແມ່ນ ບົດຟ້ອນພື້ນເມືອງທີ່ເປັນເອກະລັກ, ບົດເພງທີ່ມີເນື້ອໃນສະທ້ອນເຖິງມູນເຊື້ອສິລະປະວັດທະນະທໍາອັນດີງາມ ລວມທັງບົດຟ້ອນທີ່ສັນລະເສີນມູນເຊື້ອຄວາມສາມັກຄີມິດຕະພາບແບບຄູ່ຮ່ວມຍຸດທະສາດຮອບດ້ານໝັ້ນຄົງຍາວນານ ກໍຄືການສ້າງຄູ່ຮ່ວມຊາຕາກໍາ ສັງນິຍົມ ທີ່ມີຄວາມໝາຍຍຸດທະສາດ ສອງຊາດລາວ-ຈີນ, ຈີນ-ລາວ, ພັກ ແລະ ລັດຖະບານ ແຫ່ງ ສປປ ລາວ ຖືສໍາຄັນຕໍ່ການຈັດຕັ້ງປະຕິບັດແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ໂດຍສະເພາະແມ່ນ ການສົ່ງເສີມແລກປ່ຽນດ້ານວັດທະນະທຳ ແລະ ການໄປມາຫາສູ່ກັນ ລະຫວ່າງ ປະຊາຊົນສອງຊາດ ລາວ-ຈີນ, ຈີນ-ລາວ ເພື່ອເຮັດໃຫ້ມູນເຊື້ອ ການພົວພັນຮ່ວມມື ລາວ-ຈີນ ຢັ່ງຮາກຝັງເລິກ ໃນຈິດໃຈຂອງປະຊາຊົນສອງຊາດ.

