Homeຂ່າວໜ້າໜຶ່ງທູດລາວ ຍື່ນສານຕາຕັ້ງ ຕໍ່ປະທານາທິບໍດີ ແຫ່ງ ສາທາລະນະລັດ ອິນເດຍ

ທູດລາວ ຍື່ນສານຕາຕັ້ງ ຕໍ່ປະທານາທິບໍດີ ແຫ່ງ ສາທາລະນະລັດ ອິນເດຍ

ໃນວັນທີ 23 ເມສາ 2026 ນີ້, ທ່ານ ນາງ ວິທະຍາ ໄຊຍະວົງ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ທ່ານ ນາງ ດຣໍປາດີ ມູມູ (Mrs. Doupadi Murmu) ປະທານາທິບໍດີແຫ່ງ ສາທາລະນະລັດ ອິນເດຍ ເພື່ອດຳລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳ ສາທາລະນະລັດ ອິນເດຍ, ຊຶ່ງມີສຳນັກງານສະຖານທູດ ຕັ້ງຢູ່ນະຄອນຫລວງ ນີວແດນລີ, ສ ອິນເດຍ.

ໃນໂອກາດນີ້, ທ່ານ ນາງ ດຣໍປາດີ ມູມູ ປະທານາທິບໍດີ ສອິນເດຍ ໄດ້ສະແດງຄວາມຊົມເຊີຍ ແລະ ຍິນດີຕ້ອນຮັບຕໍ່ ທ່ານ ນາງ ວິທະຍາ ໄຊຍະວົງ ທີ່ໄດ້ຖືກແຕ່ງຕັ້ງໃຫ້ມາດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົນໃໝ່ ປະຈໍາ ສາທາລະນະລັດ ອິນເດຍ ເພື່ອປະຕິບັດໜ້າທີ່ ອັນຊົງກຽດ ແລະ ສູງສົ່ງໃນຄັ້ງນີ້ ແລະ ເຊື່ອໝັ້ນວ່າ ດ້ວຍຄວາມຮູ້ຄວາມສາມາດ ແລະ ປະສົບ ການຂອງທ່ານ ຈະປະສົບຜົນສຳເລັດໃນການປະຕິບັດໜ້າທີ່ອັນສຳຄັນໃນຄັ້ງນີ້. ພ້ອມນີ້ທ່ານຍັງໄດ້ຝາກຄວາມຢື້ຢາມຖາມຂ່າວມາຍັງ ທ່ານ ທອງລຸນ ສີສຸລິດ ປະທານປະເທດ, ລັດຖະບານ ແລະ ປະຊາຊົນລາວ. ພ້ອນີ້, ທ່ານປະທານາທິບໍດີ ຍັງໄດ້ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບ ທີ່ແໜ້ນແຟ້ນຍາວນານ ລະຫວ່າງ ລາວ-ອິນເດຍ ຕະຫລອດໄລຍະເວລາ 70 ປີ, ສອງຝ່າຍໄດ້ມີການຊ່ວຍເຫລືອ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນໃນຫລາຍຂອບການຮ່ວມມື ສອງຝ່າຍ-ຫລາຍຝ່າຍ ລວມເຖິງຂອບ ສປຊ (UN).

ໃນໂອກາດດັ່ງກ່າວ, ທ່ານ ນາງ ວິທະຍາ ໄຊຍະວົງ ໄດ້ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ປະທານາທິບໍດີ ແລະ ນຳເອົາຄວາມຢື້ຢາມຖາມຂ່າວອັັນອົບອຸ່ນ ແລະ ພອນໄຊອັນປະເສີດຂອງ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ລັດຖະບານ ແລະ ປະຊາຊົນລາວ ເຖິງທ່ານ ທ່ານ ນາງ ດຣໍປາດີ ມູມູ ປະທານາທິບໍດີແຫ່ງ ສາທາລະນະລັດ ອິນເດຍ ແລະ ປະຊາຊົນອິນເດຍທຸກຖ້ວນໜ້າ.

ທ່ານເອກອັກຄະລັດຖະທູດ ໄດ້ກ່າວສະແດງຄວາມຂອບໃຈຢ່າງສູງ ຕໍ່ສາຍພົວພັນ ແລະ ມິດຕະພາບອັນດີ, ການຮ່ວມມືທີ່ແໜ້ນແຟ້ນ ແລະ ມີຄວາມຕໍ່ເນື່ອງມາເປັນເວລາຍາວນານລະຫວ່າງສອງປະເທດ ບໍ່ວ່າຈະຢູ່ໃນຂອບສອງຝ່າຍ ແລະ ຂອບຫລາຍຝ່າຍ, ໃນເວທີພາກພື້ນ ແລະ ສາກົນ ທີ່ສອງຝ່າຍໄດ້ມີການສະໜັບສະໜູນເຊິ່ງກັນ ແລະ ກັນຕະຫລອດມາ ຊຶ່ງເປັນການສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ສາຍພົວພັນຮ່ວມມືທີ່ແໜ້ນແຟ້ນຍິ່ງຂຶ້ນ. ພ້ອມນີ້, ທ່ານເອກອັກຄະລັດຖະທູດ ຍັງໄດ້ຕາງໜ້າໃຫ້ລັດຖະບານລາວ ແລະ ປະຊາຊົນລາວ ໄດ້ສະແດງຄວາມຂອບໃຈຢ່າງສູງຕໍ່ລັດຖະບານອິນເດຍ ທີ່ໄດ້ໃຫ້ການຊ່ວຍເຫລືອ ສປປ ລາວ ໃນຫລາຍຂົງເຂດ ເປັນຕົ້ນ ການສ້າງຂີດຄວາມສາມາດ, ການພັດທະນາຊັບພະຍາກອນມະນຸດ, ການຄ້າ, ການລົງທຶນ, ດ້ານນະວັດຕະກຳ, ວັດທະນະທຳ ແລະ ການໄປມາຫາສູ່ ລະຫວ່າງ ປະຊາຊົນ ແລະ ປະຊາຊົນ ຂອງສອງຊາດໃຫ້ນັບມື້ນັບເພີ່ມທະວີຫລາຍຂຶ້ນ.

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ອິນເດຍ ສ້າງຕັ້ງສາຍພົວພັນການທູດຮ່ວມກັນ ໃນວັນທີ 2 ກຸມພາ 1956, ໃນປີ 2026 ນີ້ ແມ່ນຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດລະຫວ່າງສອງປະເທດ ລາວ – ອິນເດຍ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments