ແຫລ່ງຂ່າວຈາກ ແຂວງເຊກອງ ໃຫ້ຮູ້ວ່າ: ງານເສວະນາກາເຟລາວ ພາຍໃຕ້ຫົວຂໍ້ “ການລົງທຶນໃສ່ແມ່ຍິງ ຜູ້ຜະລິດກາເຟເພື່ອເລັ່ງຊຸກຍູ້ຄວາມຄືບໜ້າ ໃນການພັດທະນາຕ່ອງໂສ້ມູນຄ່າກາເຟ ທີ່ສົ່ງເສີມບົດບາດຍິງ-ຊາຍ” ສໍາລັບໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ໂດຍຜ່ານລະບົບຕ່ອງໂສ້ການສ້າງມູນຄ່າເພີ່ມຂອງຜະລິດ ຕະພັນກາເຟ ທີ່ມີຈັນຍາບັນ ແລະ ເປັນມິດກັບສິ່ງແວດລ້ອມ ຢູ່ແຂວງເຊກອງ ຫລື ຊຸບເປີວີຄັອບຟີ (super we coffee) ຈັດຂຶ້ນໃນວັນທີ 24 ເມສາ 2026 ຢູ່ນະຄອນປາກເຊ ແຂວງຈຳປາສັກ
ທ່ານ ສົມເພັດ ເອີດລັດດາ ຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມ ແຂວງເຊກອງ ໄດ້ໃຫ້ຮູ້ວ່າ: ການຈັດເສວະນາຄັ້ງນີ້ມີ 3 ເປົ້າໝາຍຫລັກທີ່ສໍາຄັນຄື: ການສ້າງຄວາມເຂັ້ມແຂງ ແລະ ບົດບາດຜູ້ນໍາ ທີ່ຈະເພີ່ມຂີດຄວາມສາມາດໃຫ້ແກ່ແມ່ຍິງ ຊາວສວນກາເຟ ໃຫ້ສາມາດເຂົ້າເຖິງຊັບພະຍາກອນ, ເຕັກນິກການຜະລິດທີ່ທັນສະໄໝ ແລະ ການຝຶກອົບຮົມຮອບດ້ານ. ສິ່ງສໍາຄັນແມ່ນການຊຸກຍູ້ໃຫ້ເຂົາເຈົ້າມີຄວາມກ້າຫານ, ມີບົດບາດໃນການຕັດສິນໃຈ ແລະ ກ້າວຂຶ້ນມາເປັນຜູ້ນໍາໃນຕ່ອງໂສ້ມູນຄ່າກາເຟຢ່າງສະຫງ່າຜ່າເຜີຍ; ການເປີດປະຕູສູ່ຕະຫລາດ ແລະ ເຄືອຂ່າຍ ຊຶ່ງງານເສວະນາຄັ້ງນີ້ ເປັນເວທີທີ່ດີເລີດໃນການນໍາເອົາຜະລິດຕະພັນກາເຟຄຸນນະພາບສູງ ໂດຍສະເພາະ “ກາເຟພູດອຍດາກຈຶງ” ມາສະແດງໃຫ້ໂລກໄດ້ເຫັນ ເພື່ອເປັນການສ້າງຂົວຕໍ່ ລະຫວ່າງຜູ້ຜະລິດທີ່ເປັນແມ່ຍິງ ກັບຄູ່ຄ້າທັງພາຍໃນ ແລະ ຕ່າງປະເທດ ເພື່ອຍົກລະດັບກາເຟລາວໃຫ້ໄປໄກກວ່າເກົ່າ; ການສົ່ງເສີມນະໂຍບາຍບົດບາດຍິງ-ຊາຍ. ສະນັ້ນ, ຈຶ່ງຮຽກຮ້ອງໃຫ້ທຸກພາກສ່ວນ ຮ່ວມກັນປຶກສາຫາລື ແລະ ແກ້ໄຂຊ່ອງວ່າງດ້ານບົດບາດຍິງ-ຊາຍ, ການສ້າງຄວາມຍຸຕິທຳ ແລະ ການມີສ່ວນຮ່ວມຂອງທຸກຄົນ ຈະເປັນກຸນແຈສໍາຄັນທີ່ເຮັດໃຫ້ອຸດສາຫະກຳກາເຟລາວ ເຕີບໂຕຢ່າງຍືນຍົງ “ເມື່ອແມ່ຍິງເຂັ້ມແຂງ, ຄອບຄົວຈະກຸ້ມຕົນເອງ ແລະ ເສດຖະກິດຂອງຊາດ ກໍຈະເຕີບໂຕຢ່າງໝັ້ນຄົງ”.

ຈາກນັ້ນ ບັນດາຜູ້ປະກອບການຜະລິດກະເຟລາວ ຜູ້ຮ່ວມກໍ່ຕັ້ງ ແລະ ບໍລິຫານກາເຟປ່າ, ສະມາຄົມກາເຟລາວ, ບໍລິສັດ ສໂລຟໍເຣັສ ຄັອບຟີ (Slow forest coffee ), ກາເຟທ່າແຕງ ກໍໄດ້ຂຶ້ນບັນຍາຍໃນຫົວຂໍ້ຕ່າງໆ ເປັນຕົ້ນ: ແມ່ຍິງ ຄືຫົວໃຈສໍາຄັນຂອງອະນາຄົດກາເຟລາວ, ທ່າອ່ຽງຂອງຕະຫລາດທັງພາຍໃນ ແລະ ຕ່າງປະເທດ, ມູມມອງຈາກພາກສ່ວນເອກະຊົນ, ສິ່ງທີ່ຜູ້ຊື້ຕ້ອງການຈາກກາເຟທີ່ຍືນຍົງ ແລະ ມີສ່ວນຮ່ວມ, ການສ້າງຄວາມເຂັ້ມແຂງ ແລະ ບົດບາດການເປັນຜູ້ນໍາຂອງແມ່ຍິງ. ພ້ອມນີ້, ຍັງໄດ້ຮັບຊົມເລື່ອງລາວ ຈາກແມ່ຍິງຊາວສວນກາເຟ, ນັກທຸລະກິດຍິງ ແລະ ບຸກຄົນຕົວແບບການຜະລິດກາເຟພູດອຍດາກຈຶງ ແຂວງເຊກອງ ຕື່ມອີກ.

