ໃນຕອນບ່າຍວັນທີ 24 ເມສາ 2026 ທີ່ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ(ວທ), ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ນາງ ແມວ ບາໂລ (Mel Barlow) ເອກອັກຄະລາຊະທູດ ວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ລາຊະອານາຈັກ ອັງກິດ ປະຈຳ ສປປ ລາວ ເພື່ອຮ່ວມປຶກສາຫາລືກ່ຽວກັບ ການຍົກສູງວຽກງານທ່ອງທ່ຽວ.
ໂອກາດນີ້, ທ່ານ ນາງ ສວນສະຫວັນ ວິຍະເກດ ໄດ້ສະແດງຄວາມຍິນຕ້ອນຮັບ ແລະ ຕີລາຄາສູງ ຕໍ່ທ່ານທູດທີ່ໄດ້ມາຮ່ວມປຶກສາຫາລື ກ່ຽວກັບການຍົກສູງວຽກງານທ່ອງທ່ຽວ ເນື່ອງຈາກວ່າເຫັນເຖິງການເພີ່ມຂຶ້ນຂອງ ຈຳນວນນັກທ່ອງທ່ຽວ ອັງກິດ ທີ່ເຂົ້າມາທ່ຽວລາວ ນັບມື້ນັບຫລາຍຂຶ້ນ ສະແດງອອກໃນຕົວເລກສະຖິຕິນັກທ່ອງທ່ຽວ ປະຈຳປີ 2025 ມີຈໍານວນ 43.431 ເທື່ອຄົນ, ເຫັນວ່າມີທ່າອ່ຽງເພີ່ມຂຶ້ນ ຖ້າທຽບໃສ່ປີ 2024 ຊຶ່ງກຸ່ມນັກທ່ອງທ່ຽວ ຈາກປະເທດອັງກິດ ສ່ວນໃຫຍ່ ແມ່ນກຸ່ມຜູ້ອາຍຸສູງ ທີ່ມີມັກການທ່ອງທ່ຽວ ແບບພັກຜ່ອນ ແລະ ທ່ຽວຊົມແຫລ່ງທ່ອງທ່ຽວວັດທະນະທຳ, ປະຫວັດສາດ ແລະ ທຳມະຊາດ ແລະ ກຸ່ມນັກທ່ອງທ່ຽວ ໄວໜຸ່ມຈຳນວນໜຶ່ງ ທີ່ສົນໃຈການທ່ອງທ່ຽວ ແບບຜະຈົນໄພ. ພ້ອມນີ້ ທ່ານລັດຖະມົນຕີ ຍັງຍົກໃຫ້ເຫັນ ເຖິງຄວາມສຳຄັນຂອງວຽກງານທ່ອງທ່ຽວ ໂດຍລັດຖະບານ ແຫ່ງ ສປປ ລາວ ຖືເອົາເປັນຂະແໜງເສດຖະກິດປາຍແຫລມ ປະກອບສ່ວນຢ່າງສຳຄັນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ຊຶ່ງວຽກງານທ່ອງທ່ຽວ ຂອງ ສປປ ລາວ ແມ່ນມີທ່າຂະຫຍາຍຕົວຢ່າງຕໍ່ເນື່ອງ.
ທ່ານ ແມວ ບາໂລ ໄດ້ສະແດງຄວາມຂອບໃຈ ມາຍັງ ທ່ານ ລັດຖະມົນຕີກະຊວງ ວທ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ, ພ້ອມທັງຊົມເຊີຍຜົນສຳເລັດໃນຂົງເຂດວຽກງານທ່ອງທ່ຽວ ຂອງ ສປປ ລາວ ທີ່ມີການຂະຫຍາຍຕົວ ແລະ ພັດທະນາຢ່າງແຂງແຮງ, ສປປ ລາວ ເປັນປະເທດ ທີ່ມີຄວາມອຸດົມສົມບູນ ແລະ ສວຍສົດງົດງາມ ທາງທຳມະຊາດ, ປະຫວັດສາດ ແລະ ຮີດຄອງປະເພນີທີ່ເປັນເອກະລັກ. ພ້ອມນີ້, ທ່ານທູດຍັງໄດ້ສະແດງຄວາມເປັນຫ່ວງເປັນໄຍ ຕໍ່ກັບວຽກງານການທ່ອງທ່ຽວ ໂດຍສະເພາະ ການເຜີຍແຜ່ຂໍ້ມູນຂ່າວສານ ທີ່ຍັງບໍ່ທັນກວ້າງຂວາງ, ມາດຕະຖານ ຄວາມປອດໄພ ຂອງການທ່ອງທ່ຽວ ທີ່ຍັງຕ້ອງໄດ້ເອົາໃຈໃສ່ ແກ້ໄຂ ເປັນຕົ້ນ ກິດຈະກຳການທ່ອງທ່ຽວ ທີ່ມີຄວາມສ່ຽງສູງ ຕໍ່ນັກທ່ອງທ່ຽວ ທີ່ຕ້ອງໄດ້ຮັບການຄຸ້ມຄອງທີ່ຮັດກຸມ ແນໃສ່ຮັບປະກັນດ້ານຄວາມປອດໄພເປັນສຳຄັນ.

ທ່ານ ລັດຖະມົນຕີກະຊວງ ວທ ໄດ້ຕີລາຄາສູງ ຕໍ່ການເປັນຫ່ວງເປັນໄຍ ແລະ ໄດ້ແຈ້ງໃຫ້ທ່ານທູດ ຊາບວ່າ ພັກ ແລະ ລັດຖະບານ ໄດ້ເອົາໃຈໃສ່ ຢ່າງໃກ້ຊິດ ໃນການຕິດຕາມ, ກວດກາ ແລະ ຊຸກຍູ້ ໃຫ້ກະຊວງ ວັດທະນະທຳ ແລະ ການທ່ອງທ່ຽວ ສົມທົບກັບທຸກພາກສ່ວນກ່ຽວຂ້ອງ ເລັ່ງແກ້ໄຂບັນຫາຫລາຍດ້ານ ເປັນຕົ້ນ ບັນຫາມົນລະຜິດທາງສຽງ, ບັນຫາຄວາມປອດໄພ ຂອງກິດຈະກຳ ແລະ ແຫລ່ງທ່ອງທ່ຽວ ລວມທັງຄວາມປອດໄພທາງດ້ານເຄື່ອງດື່ມ ແລະ ອາຫານ ເພື່ອສ້າງຄວາມເຊື່ອໝັ້ນ ໃຫ້ແກ່ນັກທ່ອງທ່ຽວ ກໍຄື ການຍົກສູງພາບພົດການທ່ອງທ່ຽວ ຂອງ ປະ ເທດລາວ ໃຫ້ຢູ່ໃນລະດັບດີ ສາມາດດຶງດູດນັກທ່ອງທ່ຽວຈາກທົ່ວທຸກມຸມໂລກ. ພ້ອມນັ້ນ, ຍັງໄດ້ເອົາໃຈໃສ່ເຜີຍແຜ່ຂໍ້ມູນຂ່າວສານ ທີ່ຕິດພັນກັບການທ່ອງທ່ຽວລາວ ອອກສູ່ສາກົນ ຜ່ານຫລາຍຊ່ອງທາງ ລວມທັງສື່ສັງຄົມອອນລາຍ ເພື່ອໃຫ້ນັກທ່ອງທ່ຽວ ຮັບຮູ້, ເຂົ້າໃຈ ແລະ ກຽມຕົວໃນການມາທ່ອງທ່ຽວລາວ ຢ່າງໝັ້ນໃຈ ແລະ ມີສະຕິ ຫລີກ ລ່ຽງພຶດຕິກຳການທ່ອງທ່ຽວ ທີ່ສ່ຽງຕໍ່ອຸບັດເຫດ. ສະເພາະ ຜູ້ປະກອບການ ດ້ານການທ່ອງທ່ຽວ ທີ່ດຳເນີນທຸລະກິດບໍ່ຖືກຕ້ອງຕາມລະບຽບການ ກໍໄດ້ສັ່ງໂຈະກິດຈະການ ແລະ ດຳເນີນການປັບໃໝຕາມລະບຽບກົດໝາຍ.
ເພື່ອຮັບປະກັນ ໃຫ້ການທ່ອງທ່ຽວລາວ ມີຄຸນນະພາບ, ປອດໄພ ແລະ ຍືນຍົງ ໃນຕໍ່ໜ້າ ສອງຝ່າຍ ຍັງໄດ້ປຶກສາຫາລືກ່ຽວກັບການສ້າງຄວາມເຂັ້ມແຂງ ໃຫ້ແກ່ພາກລັດ, ຜູ້ປະກອບການທຸລະກິດ ແລະ ພະນັກງານນຳທ່ຽວ ລວມທັງການເຜີຍແຜ່ຂໍ້ມູນຢ່າງຖືກຕ້ອງ ໂດຍສະເໜີໃຫ້ສະຖານທູດອັງກິດ ປະຈຳລາວຊ່ວຍຊຸກຍູ້,ສະໜັບສະໜູນບັນດາກິດຈະກຳດັ່ງກ່າວ, ລວມທັງແຜນການຝຶກອົບຮົມໄລຍະສັ້ນ, ທຶນການສຶກສາໄລຍະຍາວ ແລະ ການຮ່ວມມືຕ່າງໆໃນຂະແໜງການທ່ອງທ່ຽວ.
ຂ່າວ: ແຜນການ ແລະ ການຮ່ວມມືສາກົນ

