Homeຂ່າວພາຍໃນສໍາເລັດຊຸດຮຽນທິດສະດີການເມືອງຂັ້ນຕົ້ນ ຊຸດທີ III ໃຫ້ສະມາຊິກພັກ-ພະນັກງານ ຄອສພ

ສໍາເລັດຊຸດຮຽນທິດສະດີການເມືອງຂັ້ນຕົ້ນ ຊຸດທີ III ໃຫ້ສະມາຊິກພັກ-ພະນັກງານ ຄອສພ

ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ຮ່ວມກັບ ສະຖາບັນການເມືອງ-ການປົກຄອງແຫ່ງຊາດ ຈັດພິທີປິດຊຸດຮຽນທິດສະດີການເມືອງຂັ້ນຕົ້ນ ລະບົບ 3 ເດືອນ ຊຸດທີ III ໃຫ້ແກ່ສະມາຊິກພັກ-ພະນັກງານ ພາຍໃນຄະນະໂຄສະນາອົບຮົມສູນກາງພັກ ໃນວັນທີ 24 ເມສາ 2026 ພາຍໃຕ້ການເປັນປະທານຮ່ວມ ແລະ ກ່າວປິດພິທີຂອງ ສະຫາຍ ສາຄອນ ພົມມະລາດ ກຳມະການຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກແລະ ສະຫາຍ ນາງ ບຸນມີ ຈຸນລະຈັກ ຮອງຫົວໜ້າສະຖາບັນການເມືອງ-ການປົກຄອງແຫ່ງຊາດ, ມີຕາງໜ້າບັນດາກົມພາຍໃນຄະນະໂຄສະນາອົບຮົມສູນກາງພັກ, ຮອງຫົວໜ້າກົມຄຸ້ມຄອງການຮຽນ-ການສອນຈາກສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ຕາງໜ້າຈາກປ້ອງກັນສູນກາງ, ຄະນະຮັບຜິດຊອບຊຸດຝຶກອົບຮົມ ແລະ ນັກຝຶກອົບຮົມເຂົ້າຮ່ວມ.

ໃນໂອກາດດັ່ງກ່າວ, ສະຫາຍ ອານົງສັກ ອິນທະວົງ ກໍາມະການຄະນະພັກ, ຫົວໜ້າກົມຈັດຕັ້ງພະນັກງານ ໄດ້ຜ່ານບົດສະຫລຸບຜົນການຮຽນທິດສະດີການເມືອງຂັ້ນຕົ້ນ ລະບົບ 3 ເດືອນ ຊຸດທີ III ຂອງຄະນະໂຄສະນາອົບຮົມສູນກາງພັກ ໂດຍໄດ້ຍົກໃຫ້ເຫັນສະພາບລວມ ໃນການຈັດຕັ້ງປະຕິບັດການຮຽນການສອນໃນໄລຍະ 3 ເດືອນຜ່ານມາ, ຕີລາຄາຜົນໄດ້ຮັບທາງດ້ານການຮຽນ-ການສອນ, ທາງດ້ານການເມືອງ-ແນວຄິດ, ເນື້ອໃນຮູບແບບຫລັກສູດການຮຽນ-ການສອນ, ຄຽງຄູ່ກັບດ້ານດີທີ່ກ່າວມາຂ້າງເທີງນັ້ນກໍຍັງມີດ້ານອ່ອນຂໍ້ຄົງຄ້າງທີ່ຈະຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂໃນສະເພາະໜ້າ ແລະ ບົດຮຽນທີ່ຖອດຖອນໄດ້.

ສະຫາຍ ນາງ ບຸນມີ ຈຸນລະຈັກ ໄດ້ຕີລາຄາສູງຕໍ່ຜົນສໍາເລັດຂອງຊຸດການຮຽນ-ການສອນ, ຕີລາຄາສູງຕໍ່ຄະນະພັກຄະນະນໍາ ຄອສພ ທີ່ມີຄວາມຕັດສິນໃຈໃນການບິແບ່ງທຶນຮອນເຂົ້າໃນການຈັດຕັ້ງການຮຽນ-ການສອນທິດສະດີການເມືອງຂັ້ນຕົ້ນຄັ້ງນີ້. ນອກນີ້, ຍັງໄດ້ເນັ້ນໃຫ້ນັກສຶກສາທັງໝົດທີ່ຜ່ານການຮຽນທິດສະດີການເມືອງຂັ້ນຕົ້ນ ຊຸດທີ III ຈົ່ງພ້ອມກັນສືບຕໍ່ຄົ້ນຄວ້າຮໍ່າຮຽນ ກໍາແໜ້ນທິດສະດີມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານໃຫ້ເລິກເຊິ່ງ, ນໍາເອົາບົດຮຽນດັ່ງກ່າວໄປຜັນຂະຫຍາຍ ແລະ ໝູນໃຊ້ເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະຂອງຕົນ ໃຫ້ມີປະສິດທິຜົນສູງສຸດ.

ພ້ອມກັນນີ້, ສະຫາຍ ສາຄອນ ພົມມະລາດ ໄດ້ມີຄໍາເຫັນວ່າ: ການຮຽນທິດສະດີການເມືອງຂັ້ນຕົ້ນ ແມ່ນມີຄວາມຫມາຍສໍາຄັນຫລາຍຕໍ່ພະນັກງານການນໍາຫລັກແຫລ່ງ ຂອງຄະນະໂຄສະນາອົບຮົມສູນກາງພັກ ເພື່ອສ້າງຄວາມຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ ເປັນເອກະພາບຕໍ່ອຸດົມການຂອງພັກ, ສ້າງທັດສະນະການເມືອງທີ່ຖືກຕ້ອງ, ມີຄວາມຕື່ນຕົວປະຕິບັດແນວທາງນະໂຍບາຍຂອງພັກ-ລັດ; ການຮໍ່າຮຽນທິດສະດີການເມືອງເປັນວຽກງານຍຸດທະສາດ ໃນການສ້າງຄວາມເປັນເອກະພາບທາງດ້ານແນວຄິດ ແລະ ການກະທໍາຂອງທົ່ວພັກ-ທົ່ວລັດ. ພ້ອມເນັ້ນໃຫ້ຜູ້ທີ່ສໍາເລັດການຮຽນທິດສະດີການເມືອງຂັ້ນຕົ້ນແລ້ວ ໃຫ້ບັນດາສະຫາຍສືບຕໍ່ຄົ້ນຄວ້າບັນດາເນື້ອໃນບົດຮຽນໃນແຕ່ລະພາກວິຊາທີ່ອາຈານສິດສອນ ເປັນຕົ້ນ ດ້ານທິດສະດີ ແລະ ພຶດຕິກຳຕົວຈິງ ເພື່ອນໍາໄປໝູນໃຊ້ເຂົ້າໃນການປະຕິ ບັດຫນ້າທີ່ວຽກງານຂອງຕົນໃຫ້ດີຂຶ້ນກວ່າເກົ່າ; ການຮຽນຄັ້ງນີ້ ເປັນການປັບປຸງ, ຍົກລະດັບຄວາມຮູ້ທາງດ້ານທິດສະດີການເມືອງໃຫ້ສະມາຊິກພັກ, ພະນັກງານຫລັກແຫລ່ງຂອງ ຄະນະໂຄສະນາອົບຮົມສູນກາງພັກ, ທັງເປັນການຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງສະມາຊິກພັກ-ພະນັກງານ, ມີແບບແຜນວິທີເຮັດວຽກ ແລະ ມີພື້ນຖານທາງດ້ານທິດສະດີການເມືອງໜັກແໜ້ນກວ່າເກົ່າ; ບັນດາສະຫາຍຕ້ອງເອົາໃຈໃສ່ສືບຕໍ່ຝຶກຝົນຫລໍ່ຫລອມຕົນເອງທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ນໍາເອົາຄວາມຮູ້ທີ່ຮຽນມາເປັນເຂັມຊີ້ທິດເຍືອງທາງ ເປັນແວ່ນແຍງອັນໃສແຈ້ງ ໃຫ້ແກ່ການດໍາລົງຊີວິດ ແລະ ການປະຕິບັດໜ້າທີ່ວຽກງານໃຫ້ມີຜົນສໍາເລັດໃໝ່ໃຫຍ່ຫລວງກວ່າເກົ່າ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments