ໃນໂອກາດວັນກໍາມະກອນສາກົນ 1 ພຶດສະພາ ທີ່ຈະໝູນວຽນມາຄົບຮອບ 140 ປີ (1/5/1886-1/5/2026) ສູນກາງສະຫະພັນກໍາມະບານລາວ ໄດ້ແຈ້ງເຖິງ ສະຫະພັນກໍາມະບານແຕ່ລະຂັ້ນ ໃນທົ່ວປະເທດ ໃຫ້ຈັດຕັ້ງສະເຫລີມສະຫລອງວັນກໍາມະກອນສາກົນ ໃນປີນີ້ ໃຫ້ເປັນຂະບວນການຟົດຟື້ນ ແລະ ກວ້າງຂວາງ.
ທ່ານ ຄໍາຜອຍ ວັນນະສານ ກຳມະການສູນກາງພັກ, ເລຂາຄະນະພັກ, ປະທານ ຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ ໄດ້ຖະແຫລງຂ່າວຕໍ່ສື່ມວນຊົນ ໃນວັນທີ 23 ເມສາ 2026 ນີ້ວ່າ: ເນື່ອງໃນໂອກາດວັນກໍາມະກອນສາກົນ 1 ພຶດສະພາ ນີ້, ໃຫ້ສະຫະພັນກໍາມະບານແຕ່ລະຂັ້ນ ໃນຂອບເຂດທົ່ວປະເທດ ພ້ອມກັນ ສະເຫລີມສະຫລອງວັນດັ່ງກ່າວ, ໃຫ້ເປັນຂະບວນການຟົດຟື້ນ ແລະ ໃຫ້ຖືເອົາ ວັນກໍາມະກອນສາກົນ ແມ່ນວຽກໜຶ່ງ, ກິດຈະກໍາໜຶ່ງທີ່ສໍາຄັນຂອງສະຫະພັນກໍາມະບານລາວ ເພາະເປັນການທົບທວນຫວນຄືນພາລະກໍາປະຫວັດ ສາດ, ມູນເຊື້ອ ແລະ ສືບຕໍ່ຜັນຂະຫຍາຍເພື່ອປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາ ຂອງສະມາຊິກກໍາມະບານ, ຂອງກໍາມະກອນ ແລະ ຊາວຜູ້ອອກແຮງງານອື່ນ ໂດຍຈັດຕັ້ງການໂຄສະນາ, ຈັດຕັ້ງປາຖະກະຖາມູນເຊື້ອວັນກໍາມະກອນສາກົນ ຄົບຮອບ 140 ປີ ຕິດພັນກັບການສຶກສາອົບຮົມໃຫ້ແກ່ສະມາຊິກກໍາມະບານ, ກໍາມະກອນ ແລະ ຜູ້ອອກແຮງງານໃຫ້ຮັບຮູ້, ເຂົ້າໃຈ ຢ່າງເລິກເຊິ່ງຕໍ່ພາລະກໍາປະຫວັດຊາດຂອງກໍາມະກອນສາກົນ ແລະ ຂອງກໍາມະກອນລາວ ແລະ ເພື່ອເຮັດສະມາຊິກກໍາມະບານ, ກຳມະກອນ ແລະ ຊາວຜູ້ອອກແຮງງານ ມີຄວາມສາມັກຄີ, ມີຄວາມຕື່ນຕົວທາງການເມືອງ, ຮູ້ສິດ, ພັນທະ ແລະ ຜົນປະໂຫຍດຂອງຕົນ, ມີຄວາມຮູ້ຄວາມສາມາດທາງດ້ານ ວິທະຍາສາດເຕັກໂນໂລຊີ, ມີອະລິຍະທຳທາງດ້ານຈິດໃຈ ແລະ ມີວິໄນ ໃນການອອກແຮງງານ; ສ້າງເງື່ອນໄຂໃຫ້ຄະນະພັກ, ຄະນະນໍາຂັ້ນຕ່າງຕ່າງໆລົງພົບປະຢ້ຽມຍາມກຳມະກອນຢູ່ຕາມໂຮງຈັກໂຮງງານ ແລະ ຫົວໜ່ວຍແຮງງານ ຕາມເງື່ອນໄຂ ແລະ ຄວາມສາມາດຕົວຈິງ; ສ້າງຂະບວນການ ແລະ ກິດຈະການຕ່າງໆໃຫ້ເປັນຂະບວນກວ້າງ ຂວາງ ເຊັ່ນ: ການອະນາໄມສໍານັກງານ, ອົງການ, ໂຮງຈັກໂຮງງານ; ຈັດກິດຈະກໍາຖາມ-ຕອບ ຄວາມຮູ້ກ່ຽວກັບວັນ ກໍາມະກອນສາກົນ; ການແຂ່ງຂັນສີມືແຮງງານ, ການບໍລິຈາກເລືອດ ເພື່ອຊ່ວຍເຫລືອສັງຄົມ, ການແຂ່ງຂັນກິລາ, ສິລະປະວັນນະຄະດີ ແລະ ອື່ນໆ ຕາມຄວາມສາມາດ ແລະ ເງື່ອນໄຂຂອງແຕ່ລະບ່ອນ ແລະ ດ້ວຍການປະຫຍັດມັດທະຍັດ.
ໂອກາດນີ້, ທ່ານ ຄໍາຜອຍ ວັນນະສານ ຍັງໄດ້ຍົກໃຫ້ເຫັນມູນເຊື້ອ, ປະຫວັດຄວາມເປັນມາ ຂອງວັນກໍາມະກອນສາກົນ, ພ້ອມທັງຕາງໜ້າໃຫ້ຄະນະບໍລິຫານງານ ສູນກາງສະຫະພັນກໍາມະບານລາວ ຮຽກຮ້ອງມາຍັງການ ນໍາພັກ, ລັດ ແຕ່ລະຂັ້ນ ເອົາໃຈໃສ່ຊີ້ນໍາ-ນໍາພາການຈັດຕັ້ງກໍາມະບານໃນຂັ້ນຂອງຕົນ ໃຫ້ສາມາດປະຕິບັດຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ໃຫ້ຖືກຕ້ອງ ແລະ ປະກົດຜົນເປັນຈິງ; ຮຽກຮ້ອງມາຍັງອົງການຈັດຕັ້ງກໍາມະບານຢູ່ແຕ່ລະຂັ້ນ, ແຕ່ລະບ່ອນ ຈົ່ງເປັນເຈົ້າການຈັດຕັ້ງປະຕິບັດຕາມສິດ ແລະ ໜ້າທີ່ຂອງຕົນ ໃຫ້ຖືກຕ້ອງ, ເຂັ້ມງວດ ແລະ ມີປະສິດຕິຜົນສູງ; ຮຽກຮ້ອງໃຫ້ບັນດາສະມາຊິກກໍາມະບານລາວ ເອົາໃຈໃສ່ຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ໃຫ້ຖືກຕ້ອງ ແລະ ມີປະສິດຕິຜົນ; ບັນດາກໍາມະກອນ, ຊາວຜູ້ອອກແຮງງານ ຈົ່ງຕັ້ງໜ້າປະຕິ ບັດໜ້າທີ່, ສິດ ແລະ ພັນທະຂອງຕົນ ໃຫ້ຖືກຕ້ອງ, ມີຜົນສໍາເລັດ ແລະ ມີປະສິດຕິຜົນສູງ.
ສໍາລັບ ສູນກາງສະຫະພັນກຳມະບານລາວ ຈະຈັດພິທີ ແລະ ກິດຈະກໍາຍ່າງເພື່ອສຸຂະພາບ ເພື່ອສະເຫລີມ ສະຫລອງວັນກໍາມະກອນສາກົນ ໃນວັນທີ 1 ພຶດສະພາ 2026 ຢູ່ສວນປະຕູໄຊ ນະຄອນຫລວງວຽງຈັນ ໂດຍຈະເຊີນການນໍາພັກ, ລັດ, ສະມາຊິກກໍາມະບານ, ຜູ້ບໍລິຫານຈັດການຫົວໜ່ວຍທີ່ໃຊ້ແຮງງານ, ຜູ້ຕາງກໍາມະກອນ ແລະ ຊາວຜູ້ອອກແຮງງານຈໍານວນໜຶ່ງ ເຂົ້າຮ່ວມ.

