ພິທີສະເຫລີມສະຫລອງວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ສປ ຈີນ ຄົບຮອບ 65 ປີ ແລະ ປີມິດຕະພາບ ລາວ-ຈີນ (25 ເມສາ 1961-25 ເມສາ 2026) ໄດ້ຈັດຂຶ້ນໃນຕອນແລງວັນທີ 23 ເມສາ 2026 ຢູ່ນະຄອນຫລວງວຽງຈັນ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ສະເຫລີມໄຊ ກົມມະສິດ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ສະຫາຍ ທອງສະຫວັນ ພົມວິຫານ ກໍາມະການສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ສະຫາຍ ນາງ ຟາງ ຫົງ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປ ຈີນ ປະຈໍາ ສປປ ລາວ, ມີບັນດາສະຫາຍກໍາມະການກົມການ ເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ, ຮອງລັດຖະມົນຕີ, ທູຕານຸທູດຕ່າງປະເທດ ແລະ ແຂກຖືກເຊີນ ຝ່າຍລາວ ແລະ ຝ່າຍຈີນ ເຂົ້າຮ່ວມ.

ໃນພິທີ, ສະຫາຍ ທອງສະຫວັນ ພົມວິຫານ ແລະ ສະຫາຍ ນາງ ຟາງ ຫົງ ໄດ້ກ່າວຄໍາເຫັນ ໂດຍໄດ້ຍົກໃຫ້ເຫັນເຖິງຄວາມໝາຍຄວາມສໍາຄັນຂອງວັນດັ່ງກ່າວ ກໍຄື ການພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ສປ ຈີນ ໃນຕະຫລອດໄລຍະ 6 ທົດສະວັດເຄິ່ງທີ່ຜ່ານມາ ຊຶ່ງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ລະຫວ່າງ ສອງປະເທດ ແລະ ປະຊາຊົນສອງຊາດ ລາວ-ຈີນ ຈີນ-ລາວ ໄດ້ຮັບການພັດທະນາ ແລະ ເພີ່ມພູນຄູນສ້າງຈາກການນໍາຮຸ່ນຕ່າງໆ ແລະ ໄດ້ຮັບການຍົກລະດັບຂຶ້ນເປັນ “ຄູ່ຮ່ວມມືຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ” ແລະ ການສ້າງເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ ຊຶ່ງໄດ້ນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດຕະ ຫລອດມາ. ພິເສດ, ໂຄງການເສັ້ນທາງລົດໄຟ ລາວ-ຈີນ ໄດ້ກາຍເປັນສັນຍະລັກອັນພົ້ນເດັ່ນແຫ່ງການຮ່ວມມື ແລະ ເຊື່ອມຈອດ ລະຫວ່າງສອງປະເທດ ແລະ ກາຍເປັນເສັ້ນທາງເຊື່ອມຕໍ່ອັນສໍາຄັນ ໃນການເຊື່ອມໂຍງ ແລະ ເຊື່ອມຈອດຂອງພາກພື້ນ ແລະ ສາກົນ.

ສປປ ລາວ ແລະ ສປ ຈີນ ເປັນປະເທດບ້ານໃກ້ເຮືອນຄຽງທີ່ມີສາຍພູສາຍນໍ້າຕິດຈອດກັນ, ປະຊາຊົນສອງຊາດມີສາຍພົວພັນມິດຕະພາບອັນເປັນມູນເຊື້ອມາແຕ່ບູຮານນະການ ແລະ ສະໜັບສະໜູນຊ່ວຍເຫລືອເຊິ່ງກັນ ແລະ ກັນ ທັງໃນໄລຍະຕໍ່ສູ້ກູ້ຊາດ ກໍຄື ການພັດທະນາ ແລະ ສ້າງສາປະເທດຊາດ ໃນປັດຈຸບັນ. ຕະຫລອດໄລຍະ 65 ປີ ຜ່ານມາ, ການພົວພັນຮ່ວມມື ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ ທັງທາງດ້ານການເມືອງ, ຄວາມໝັ້ນຄົງ, ເສດຖະກິດ, ການຄ້າ ແລະ ການລົງທຶນ, ວັດທະນະທໍາ-ສັງຄົມ ແລະ ດ້ານອື່ນໆ ໄດ້ຮັບການເພີ່ມທະວີຢ່າງຮອບດ້ານ, ຕໍ່ເນື່ອງ ແລະ ຂຶ້ນສູ່ລະດັບໃໝ່. ອັນພົ້ນເດັ່ນ, ສະເພາະປີ 2025, ການຄ້າສອງຝ່າຍບັນລຸໄດ້ເກືອບ 10 ຕື້ໂດລາສະຫະລັດ (ເພີ່ມຂຶ້ນເກືອບ 20%). ນອກຈາກນີ້, ການລົງທຶນຂອງ ສປ ຈີນ ຍັງຄອງອັນດັບຕົ້ນໆຂອງການລົງທຶນຈາກຕ່າງປະເທດ ຢູ່ ສປປ ລາວ (ລວມມູນຄ່າສະສົມປະມານ 18 ຕື້ກວ່າໂດລາສະຫະລັດ). ຄຽງຄູ່ກັນນີ້, ນັບແຕ່ການເປີດບໍລິການນໍາໃຊ້ລົດໄຟ ລາວ-ຈີນ ໃນວັນທີ 3 ທັນວາ 2021 ເປັນຕົ້ນມາ, ສາມາດຂົນສົ່ງຜູ້ໂດຍສານໄດ້ຫລາຍກວ່າ 11 ລ້ານເທື່ອຄົນ ແລະ ຂົນສົ່ງສິນຄ້າໄດ້ເກືອບ 17 ລ້ານໂຕນ. ສປປ ລາວ ຍັງເປັນປະເທດທີ່ມີນັກທ່ອງທ່ຽວຈີນ ມາທ່ຽວຫລາຍທີ່ສຸດ ຊຶ່ງຈັດຢູ່ໃນອັນດັບທີ 3 (ຮອງຈາກໄທ ແລະ ຫວຽດ ນາມ) ສະເພາະປີ 2025 ມີທັງໝົດຫລາຍກວ່າ 1 ລ້ານຄົນ.

ໃນໂອກາດດັ່ງກ່າວ, ສະຫາຍ ທອງສະຫວັນ ພົມວິຫານ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການສະໜັບສະໜູນ ແລະ ຊ່ວຍເຫລືອອັນລໍ້າຄ່າຈາກ ລັດຖະບານ ແລະ ປະຊາ ຊົນຈີນອ້າຍນ້ອງ ຊຶ່ງໄດ້ປະກອບສ່ວນສໍາຄັນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດລາວ ຕະ ຫລອດໄລຍະຜ່ານມາ, ພ້ອມທັງໄດ້ເນັ້ນວ່າ ໃນທ່າມກາງສະພາບການສາກົນ ພວມຜັນແປໄປຢ່າງສະຫລັບສັບຊ້ອນ ແລະ ຄາດຄະເນໄດ້ຍາກຄືໃນປັດຈຸບັນ, ສອງປະເທດ ແລະ ປະຊາຊົນສອງຊາດ ລາວ-ຈີນ ຍິ່ງຕ້ອງສືບຕໍ່ຮັດແໜ້ນການເສີມຂະຫຍາຍສາຍພົວພັນຮ່ວມມືມິດຕະພາບທີ່ເປັນມູນເຊື້ອ, ການເປັນຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການສ້າງເປັນຄູ່ຮ່ວມຊາຕາກໍາ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ ຈີນ-ລາວ ໃຫ້ມີຄຸນນະພາບສູງ, ມາດຕະຖານສູງ ແລະ ລະດັບສູງກວ່າເກົ່າ ກໍຄື ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ແຕກດອກອອກຜົນຢ່າງບໍ່ຢຸດຢັ້ງ ເພື່ອເປັນກໍາລັງແຮງປະກອບສ່ວນເຂົ້າໃນການສົ່ງເສີມສັນຕິພາບ, ມິດ ຕະພາບ ແລະ ການຮ່ວມມືເພື່ອການພັດທະນາແບບຍືນຍົງ ຢູ່ໃນພາກພື້ນ ແລະ ໃນໂລກ.
ໃນພິທີດັ່ງກ່າວ, ການນໍາຂັ້ນສູງຂອງລາວ ແລະ ຈີນ ພ້ອມດ້ວຍບັນດາແຂກທີ່ມີກຽດ ຍັງໄດ້ຢ້ຽມຊົມການວາງສະແດງຮູບພາບ ສາຍພົວພັນການທູດ ລາວ-ຈີນ ຄົບຮອບ 65 ປີ ແລະ ຮັບຊົມວິດີໂອສັ້ນ ການພົວພັນ ລາວ-ຈີນ ອີກດ້ວຍ.
ຂ່າວ-ພາບ: ກົມການຂ່າວ, ກະຊວງການຕ່າງປະເທດ

