Homeຂ່າວການເມືອງສະຫລອງວັນສ້າງຕັ້ງກົມໃຫຍ່ຕຳຫລວດ ຄົບຮອບ 50 ປີ

ສະຫລອງວັນສ້າງຕັ້ງກົມໃຫຍ່ຕຳຫລວດ ຄົບຮອບ 50 ປີ

ກົມໃຫຍ່ຕຳຫລວດ ກະຊວງປ້ອງກັນຄວາມສະຫງົບ (ປກສ) ຈັດພິທີໂຮມຊຸມນຸມສະເຫລີມ ສະ ຫລອງວັນສ້າງກົມໃຫຍ່ຕຳຫລວດ ຄົບຮອບ 50 ປີ (23/4/1976-23/4/2026) ໃນວັນທີ 23 ເມສາ 2026 ໂດຍມີ ສະຫາຍ ພົຕ ກອງສະຫວັດ ບຸນລ້ຽງ ກຳມະການສຳຮອງສູນກາງພັກ, ຮອງລັດຖະມົນຕີກະຊວງ ປກສ, ຫົວໜ້າກົມໃຫຍ່ຕຳຫລວດ, ມີຄະນະພັກ-ຄະນະກົມ, ອະດີດການນຳກົມໃຫຍ່ຕຳຫລວດ, ພະນັກງານປະຕິວັດ ອາວຸ ໂສບຳນານ, ຕາງໜ້າຄອບຄົວຂອງນາຍ ແລະ ພົນຕຳຫລວດ ທີ່ເສຍສະລະຊີວິດໃນການປາບປາມຢາເສບຕິດ ເຂົ້າຮ່ວມ.

ໃນພິທີ, ສະຫາຍ ພົຕ ກອງສະຫວັດ ບຸນລ້ຽງ ໄດ້ຫວນຄືນມູນເຊື້ອການກໍາເນີດຂອງກົມໃຫຍ່ຕໍາຫລວດ ແມ່ນມີຄວາມໝາຍສໍາຄັນທາງດ້ານການເມືອງ ຂອງກະຊວງປ້ອງກັນຄວາມສະຫງົບ, ນັບແຕ່ມື້ສ້າງຕັ້ງ, ກົມໃຫຍ່ຕໍາຫລວດໄດ້ເຊື່ອມຊຶມ ແລະ ປະຕິບັດ 3 ໜ້າທີ່, 4 ການພົວພັນ ທັງເຄື່ອນໄຫວປ້ອງກັນ, ຝຶກແອບຮໍ່າຮຽນ, ປັບປຸງກໍາລັງ, ທັງຂົນຂວາຍ, ກໍ່ສ້າງຮາກຖານ ຊຶ່ງໄດ້ຮັບຄວາມຮັກແພງ, ອູ້ມຊູຊ່ວຍເຫລືອຈາກປະຊາຊົນ ເຖິງວ່າໃນເບື້ອງຕົ້ນ ກໍາລັງເຮົາຍັງອ່ອນນ້ອຍ, ລະດັບເຕັກນິກວິທະຍາສາດບໍ່ທັນສູງ, ແຕ່ຍ້ອນຄວາມຮຽກຮ້ອງຕ້ອງການຂອງກໍາລັງວິຊາສະເພາະ ກົມໃຫຍ່ຕໍາຫລວດໄດ້ເດັດດ່ຽວ ເສີມຂະຫຍາຍນໍ້າໃຈຮັກຊາດ, ຮັກຄວາມເປັນເອກະລາດ ແລະ ຜືນແຜ່ນດິນອັນອຸດົມຮັ່ງມີຂອງຕົນ, ໄດ້ພ້ອມກັບເຫລົ່າຮົບວິຊາສະເພາະອື່ນ, ປະຊາຊົນບັນດາເຜົ່າຕໍ່ສູ້ຕ້ານອາຊະຍາກໍາປະເພດຕ່າງໆ ໃຫ້ຫລຸດໜ້ອຍຖອຍລົງເທື່ອລະກ້າວ. 50 ປີ ແຫ່ງການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍ ຕົວຂອງກົມໃຫຍ່ຕໍາຫລວດ, ພາຍໃຕ້ການນໍາພາຂອງອົງຄະນະພັກ ກະຊວງປ້ອງກັນຄວາມສະຫງົບ ໄດ້ເອົາໃຈໃສ່ປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານຂອງພັກ ທີ່ຕິດພັນກັບແຜນງານ, ໂຄງການ ແລະ ວຽກງານຈຸດສຸມດ້ານອື່ນໆ; ກະຊວງປ້ອງກັນຄວາມສະຫງົບ ໄດ້ຕີລາຄາສູງຕໍ່ຜົນສໍາເລັດ ຫລາຍດ້ານທີ່ຍາດມາໄດ້. ເຖິງວ່າໄລຍະຜ່ານມາ ສະພາບພາກພື້ນ, ສາກົນ ແລະ ສະພາບພາຍໃນປະເທດ ກໍຄື ໃນກົມໃຫຍ່ຕໍາຫລວດ ໄດ້ປະເຊີນກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫລາຍຢ່າງກໍ່ຕາມ, ແຕ່ພວກເຮົາກໍໄດ້ມີຄວາມພະຍາຍາມຢ່າງຕັ້ງໜ້າ, ມີຄວາມສູ້ຊົນບຸກບືນ, ມີຄວາມຮັບຜິດຊອບສູງໃນການນໍາພາ-ຊີ້ນໍາ, ປະກອບສ່ວນເຂົ້າໃນການຮັກສາຄວາມສະຫງົບ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ.

ຕະຫລອດໄລຍະ 50 ປີຜ່ານມາ, ພວກເຮົາໄດ້ເຮັດຫລ້ອນໜ້າທີ່ອັນໃຫຍ່ຫລວງທີ່ພັກ ແລະ ປະຊາຊົນ, ກະຊວງປ້ອງກັນຄວາມສະຫງົບ ມອບໝາຍໃຫ້, ແມ່ນໄລຍະທາງທີ່ສະຫວ່າງສະໄຫວ ແລະ ມີກຽດສະຫງ່າ ຊຶ່ງເປັນພື້ນຖານອັນໜັກແໜ້ນໃຫ້ການກ້າວຂຶ້ນປັບປຸງກົມໃຫຍ່ຕໍາຫລວດ ໃຫ້ມີແບບແຜນກ້າວໄປສູ່ຄວາມທັນສະໄໝ; ເພື່ອອະນາຄົດອັນສົດໃສຂອງສັງຄົມ, ຈົ່ງພ້ອມກັນເສີມຂະຫຍາຍມູນເຊື້ອ, ຜົນງານທີ່ຍາດມາໄດ້ ແລະ ສືບຕໍ່ປະຕິ ບັດແນວທາງປ່ຽນແປງໃໝ່ຂອງພັກ, ປະຕິບັດໜ້າທີ່ການເມືອງໃຫ້ມີໝາກຜົນດີກວ່າເກົ່າ, ນໍາພາກົມໃຫຍ່ຕໍາຫລວດ ກ້າວຂຶ້ນສ້າງທ່ວງທ່າໃໝ່ ຢ່າງໜັກແໜ້ນ.

ຂ່າວ: ສິດທິພັນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments