Homeຂ່າວພາຍໃນໄຟຟ້າລາວ ຍົກລະດັບການຊຳລະເງິນຄ່າໄຟຟ້າ ສູ່ລະບົບທັນສະໄໝ (Auto Payment)

ໄຟຟ້າລາວ ຍົກລະດັບການຊຳລະເງິນຄ່າໄຟຟ້າ ສູ່ລະບົບທັນສະໄໝ (Auto Payment)

ໃນວັນທີ 21 ເມສາ ຜ່ານມານີ້, ລັດວິສາຫະກິດໄຟຟ້າລາວ (ຟຟລ) ແລະ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ໄດ້ລົງນາມຮ່ວມມືການບໍລິການຮັບຊຳລະເງິນຄ່າກະແສໄຟຟ້າ ຜ່ານລະບົບໃບບິນທັນສະໄໝ (E-Bill) ແລະ ການຊຳລະແບບອັດຕະໂນມັດ (Auto Payment) ໂດຍການໃຫ້ກຽດລົງນາມ ລະຫວ່າງ ທ່ານ ອາຄົມເດດ ວົງໄຊ ຜູ້ອຳນວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ແລະ ທ່ານ ນາງ ສາຍສະໝອນ ຈັນທະຈັກ ຜູ້ອຳນວຍການ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ຈຸດປະສົງຂອງການລົງນາມໃນຄັ້ງນີ້ ຖືເປັນການຍົກສູງການຮ່ວມມືຫັນປ່ຽນຈາກການຈ່າຍເງິນຄ່າກະແສໄຟຟ້າທີ່ນຳໃຊ້ໃບບິນແບບເຈ້ຍ ຫັນໄປສູ່ໃບບິນແບບທັນສະໄຫມ (digital) ວ່ອງໄວ ສະດວກ ແລະ ສາມາດກວດສອບຍອດຄ່າບໍລິການຊົມໃຊ້ກະແສໄຟຟ້າຜ່ານມືຖື ເປັນການຫຼຸດຜ່ອນຄວາມສ່ຽງໃນການລືມຈ່າຍເງິນຄ່າໄຟຟ້າ ແລະ ເປັນທາງເລືອກໜຶ່ງໃຫ້ກັບຜູ້ຊົມໃຊ້ໄຟຟ້າໃນການຈ່າຍເງິນແບບອັດຕະ ໂນມັດ ຫຼື ຈ່າຍເງິນດ້ວຍຕົນເອງ ນອກຈາກນັ້ນ, ຍັງເປັນການສ້າງຄວາມໂປ່ງໃສຂອງການຈ່າຍເງິນຄ່າກະແສໄຟຟ້າ ແລະ ການຊົມໃຊ້ໄຟຟ້າຂອງຜູ້ຊົມໃຊ້ໄຟຟ້າເອງ.

(ຂ່າວ: ຟຟລ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments