Homeຂ່າວການເມືອງກອງປະຊຸມພົບປະສອງຝ່າຍ ລະຫວ່າງ ຄະນະນໍາການທະຫານຂັ້ນສູງ ລາວ–ຫວຽດນາມ

ກອງປະຊຸມພົບປະສອງຝ່າຍ ລະຫວ່າງ ຄະນະນໍາການທະຫານຂັ້ນສູງ ລາວ–ຫວຽດນາມ

ກອງປະຊຸມພົບປະສອງຝ່າຍຢ່າງເປັນທາງການ ລະຫວ່າງ ຄະນະ​ນໍາການທະຫານຂັ້ນສູງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ໄດ້ຈັດຂຶ້ນຢ່າງສົມກຽດ ແລະ ອົບອຸ່ນ ໃນວັນທີ 22 ເມສາ 2026 ນີ້, ໂດຍມີຈຸດປະສົງເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່,​ ຄວາມສາມັກຄີພິເສດ,​ ການຮ່ວມມືຮອບດ້ານ​ ແລະ​ຫຸ້ນສ່ວນຍຸດທະສາດ ລະຫວ່າງ ສອງຊາດ,​ ສອງພັກ,​ ສອງກອງທັບ​ ລາວ-ຫວຽດນາມ. ຝ່າຍລາວ ນຳໂດຍ ສະຫາຍ ພົນໂທ ສາຍໃຈ ກົມມະສິດ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ,​ ຫົວໜ້າກົມໃຫຍ່ເສນາທິການກອງທັບ ປະຊາຊົນລາວ ພ້ອມຄະນະ ແລະ ຝ່າຍຫວຽດນາມ ນໍາໂດຍ ສະຫາຍ ພົນເອກ ຫງວຽນ ເຕິນ ເກືອງ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ ພ້ອມຄະນະ.

‎ ໃນການພົບປະ, ທັງສອງຝ່າຍໄດ້ຕີລາຄາສູງຕໍ່ໝາກຜົນແຫ່ງການພົວພັນຮ່ວມມື ລະຫວ່າງ ສອງກອງທັບ ໃນໄລຍະຜ່ານມາ ເຊິ່ງໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຮູບປະທຳ ແລະ ມີປະສິດທິຜົນສູງ ເປັນຕົ້ນແມ່ນ: ການແລກປ່ຽນຄະນະຜູ້ແທນຂັ້ນຕ່າງໆ ຢ່າງເປັນປົກກະຕິ, ການຮ່ວມມືດ້ານວຽກງານພັກ-ວຽກງານການເມືອງ, ການກໍ່ສ້າງຊັບພະຍາກອນມະນຸດ ແລະ ການເຝິກອົບຮົມວິຊາສະເພາະ, ການປະສານສົມທົບໃນການຮັກສາຄວາມສະຫງົບ ຕາມບໍລິເວນຊາຍແດນ ລາວ-ຫວຽດນາມ ໃຫ້ມີຄວາມສະຖຽນລະພາບ ແລະ ເປັນຊາຍແດນແຫ່ງມິດຕະພາບ, ສັນຕິພາບ ແລະ ການພັດທະນາ.

‎ພ້ອມດຽວກັນນັ້ນ, ສອງຝ່າຍໄດ້ເຫັນດີເປັນເອກະພາບຈະສືບຕໍ່ເພີ່ມທະວີການຮ່ວມມືໃນຫຼາຍດ້ານ ເພື່ອຮັດແໜ້ນຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ສອງກອງທັບ ໃຫ້ໝັ້ນຄົງທະນົງແກ່ນຕະຫຼອດໄປ, ສືບຕໍ່ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນການບຳລຸງ-ກໍ່ສ້າງນາຍທະຫານ ແລະ ຊ່ຽວຊານວິຊາການ, ຈັດຕັ້ງປະຕິບັດອະນຸສັນຍາ: ສືບຕໍ່ຜັນຂະຫຍາຍແຜນການຮ່ວມມືປະຈຳປີ ທີ່ສອງກະຊວງປ້ອງກັນປະເທດໄດ້ລົງນາມຮ່ວມກັນໃຫ້ປາກົດຜົນເປັນຈິງ.

‎ ການພົບປະໃນຄັ້ງນີ້ ໄດ້ດຳເນີນໄປດ້ວຍບັນຍາກາດແຫ່ງຄວາມສະໜິດສະໜົມ, ບົນຈິດໃຈແຫ່ງຄວາມເຂົ້າອົກເຂົ້າໃຈ ແລະ ໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ, ປະກອບສ່ວນອັນສຳຄັນເຂົ້າໃນການຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ລະຫວ່າງ ລາວ-ຫວຽດນາມ ໃຫ້ແຕກດອກອອກຜົນຍິ່ງໆ ຂຶ້ນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments