ຂ່າວຕ່າງປະເທດລາຍງານ ໃນວັນທີ 22 ເມສາ ຜ່ານມາວ່າ: ຫຸ່ນຍົນຮູບຮ່າງຄ້າຍຄືມະນຸດ (Humanoid) ທີ່ມີຄວາມສາມາດສູງຫຼາກຫຼາຍຊະນິດໄດ້ຖືກວາງສະແດງ ແລະ ດຶງດູດຜູ້ມາຢ້ຽມຊົມງານວາງສະແດງ Hannover Messe 2026, ງານວາງສະແດງອຸດສາຫະກຳຊັ້ນນຳຂອງເຢຍລະມັນ ຊຶ່ງໄດ້ເປີດຂຶ້ນທີ່ເມືອງຮັນໂນເວີ ປະເທດເຢຍລະມັນໃນວັນ 20 ເມສາ ຜ່ານມາ. ໂດຍໃນປີ 2026 ນີ້ ປັນຍາປະດິດ (AI), ຂະແໜງອຸດສາຫະກຳ ແລະ ຫຸ່ນຍົນ Humanoid ໄດ້ກາຍເປັນຈຸດເດັ່ນທີ່ສຳຄັນ ແລະ ດຶງດູດຜູ້ມາຢ້ຽມຊົມເປັນຈຳນວນຫຼວງຫຼາຍໃຫ້ມາເບິ່ງ ແລະ ສຳຜັດປະສົບການພາຍໃນງານ.
ຫຸ່ນຍົນ Humanoid ແລະ ປັນຍາປະດິດ ຈຸດເດັ່ນສຳຄັນຂອງງານ Hannover Messe 2026
RELATED ARTICLES

