Homeຂ່າວຕ່າງປະເທດຈຳນວນຜູ້ອົບພະຍົບໃນ EU ບັນລຸເຖິງ 64.2 ລ້ານຄົນ

ຈຳນວນຜູ້ອົບພະຍົບໃນ EU ບັນລຸເຖິງ 64.2 ລ້ານຄົນ

ຂ່າວຕ່າງປະເທດລາຍງານວ່າ: ສູນຄົ້ນຄວ້າ ແລະ ວິເຄາະການຍ້າຍຖິ່ນຖານຂອງ RFBerlin ໄດ້ເຜີຍແຜ່ບົດລາຍງານສະບັບຫຼ້າສຸດໃນວັນທີ 22 ເມສາ ຜ່ານມາວ່າ, ຈໍານວນຜູ້ອົບພະຍົບທີ່ອາໄສຢູ່ໃນສະຫະພາບເອີຣົບ (EU) ໄດ້ບັນລຸລະດັບສູງສຸດເປັນປະຫວັດການທີ່ 64.2 ລ້ານຄົນ ໃນປີ 2025, ເພີ່ມຂຶ້ນປະມານ 2.1 ລ້ານຄົນ ຈາກປີກ່ອນ.

ບົດລາຍງານດັ່ງກ່າວອ້າງອີງຂໍ້ມູນຈາກຫ້ອງການສະຖິຕິເອີຣົບ (Eurostat) ແລະ ສຳນັກງານຂ້າຫຼວງໃຫຍ່ສະຫະປະຊາຊາດເພື່ອຊາວອົບພະຍົບ (UNHCR) ລະບຸວ່າ: ໂຕເລກດັ່ງກ່າວໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍເມື່ອທຽບກັບປີ 2010 ຊຶ່ງມີປະມານ 40 ລ້ານຄົນ.

ເຢຍລະມັນ ຍັງຄົງເປັນປະເທດທີ່ມີຜູ້ອົບພະຍົບຫຼາຍທີ່ສຸດໃນ EU, ໂດຍມີປະມານ 18 ລ້ານຄົນເກີດຢູ່ນອກປະເທດ ຊຶ່ງກວມເອົາປະມານ 72% ຂອງປະຊາກອນໃນໄວເຮັດວຽກ. ໃນຂະນະດຽວກັນ, ແອັດສະປາຍ ເປັນປະເທດທີ່ມີການເຕີບໂຕໄວທີ່ສຸດໃນຈຳນວນປະຊາກອນອົບພະຍົບ, ໂດຍເພີ່ມຂຶ້ນປະມານ 700,000 ຄົນ, ເຮັດໃຫ້ຈຳນວນຜູ້ອົບພະຍົບທັງໝົດເປັນ 9.5 ລ້ານຄົນ.

ເຖິງຢ່າງໃດກໍຕາມ, ທ່າອ່ຽງການເຄື່ອນຍ້າຍໃນເອີຣົບຍັງສືບຕໍ່ສະແດງໃຫ້ເຫັນຄວາມແຕກຕ່າງຢ່າງຫຼວງຫຼາຍໃນແຕ່ລະປະເທດ, ໂດຍ ລຸກຊຳບວກ, ມາຕາ ແລະ ໄຊປຣັດ ມີອັດຕາສ່ວນຂອງຜູ້ອົບພະຍົບຕໍ່ປະຊາກອນຢູ່ໃນລະດັບສູງເມື່ອທຽບກັບປະເທດອື່ນໆ.

ສຳລັບການຮ້ອງຂໍລີ້ໄພ, ຍັງຄົງລວມກັນໜາແໜ້ນໃນບາງປະເທດ, ໂດຍ ແອັດສະປາຍ, ອີຕາລີ, ຝຣັ່ງ ແລະ ເຢຍລະມັນ ກວມເອົາເກືອບ 75% ຂອງການຮ້ອງຂໍທັງໝົດ. ໃນຂະນະທີ່ເຢຍລະມັນຍັງຄົງເປັນປະເທດທີ່ຮອງຮັບຜູ້ອົບພະຍົບຫຼາຍທີ່ສຸດໂດຍລວມ, ປະມານ 2.7 ລ້ານຄົນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments