ກອງປະຊຸມສະໄໝວິສາມັນຄົບຄະນະເປີດກວ້າງຂອງຄະນະບໍລິຫານງານພັກ ກະຊວງສຶກສາທິການ ແລະ ກິລາ (ສສກ) ຄັ້ງທີ 2 ສະໄໝທີ X ຈັດຂຶ້ນໃນວັນທີ 22 ເມສາ 2026 ພາຍໃຕ້ການເປັນປະທານຂອງສະຫາຍ ທອງສະລິດ ມັງໜໍ່ເມກ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕິກະຊວງສຶກສາທິການ ແລະ ກິລາ, ມີຮອງເລຂາ, ກຳມະການປະຈຳພັກ, ຄະນະບໍລິຫານງານພັກກະຊວງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້, ໄດ້ເຜີຍແຜ່ເຊື່ອມຊຶມເອກະສານ, ດຳລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງ ສສກ ສະບັບປັບປຸງ, ເຜີຍແຜ່ຂໍ້ຕົກລົງວ່າດ້ວຍການກຳນົດ ໂຄງປະກອບກົງຈັກການຈັດຕັ້ງທີ່ຂຶ້ນກັບບັນດາຫ້ອງການ, ກົມ, ສະຖາບັນ ແລະ ສຳນັກພິມສຶກສາ ແລະ ກິລາ ຂອງກະຊວງ ສສກ ສະບັບເລກທີ 1772/ສສກ ແລະ ການນຳສະເໜີການປັບປຸງກົນໄກ ແລະ ແບບແຜນວິທີເຮັດວຽກ ໃນໄລຍະໃໝ່.

ໃນກອງປະຊຸມ ໄດ້ຕົກລົງເຫັນດີເປັນເອກະພາບຮັບຮອງເອົາ ໂຄງປະກອບກົງຈັກການຈັດຕັ້ງທີ່ຂຶ້ນກັບບັນ ດາຫ້ອງການ, ກົມ, ສະຖາບັນ ແລະ ສຳນັກພິມສຶກສາ ແລະ ກິລາ ຂອງກະຊວງ ສສກ ມີທັງໝົດ 10 ພາກສ່ວນ ກໍຄື: ຫ້ອງການ ສສກ ປັບປຸງໃຫ້ມີ 8 ພະແນກການ, ກົມຈັດຕັ້ງ ແລະ ພະນັກງານ ມີ 7 ພະແນກ ແລະ 1 ຫ້ອງການ, ກົມກວດກາ ມີ 4 ພະແນກ, ກົມແຜນການ ແລະ ການເງິນ ມີ 7 ພະແນກ ແລະ 1 ຫ້ອງການ, ກົມຮ່ວມມືກັບຕ່າງປະເທດ ມີ 5 ພະແນກ ແລະ 2 ຫ້ອງການ, ກົມປະກັນຄຸນນະພາບການສຶກສາ ມີ 5 ພະແນກ, ກົມສາມັນສຶກສາ ມີ 8 ພະແນກ, ກົມພັດທະນາຄູ ແລະ ການບໍລິຫານການສຶກສາ ມີ 6 ພະແນກ, ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ມີ 1 ພະແນກ, 4 ສູນ ແລະ 1 ຫໍສະໝຸດ ແລະ ສຳນັກພິມສຶກສາ ແລະ ກິລາ ມີ 6 ພະແນກ ແລະ 2 ວິສາຫະກິດ.
ສ່ວນແບບແຜນວິທີເຮັດວຽກໄລຍະໃໝ່ຂອງກະຊວງ ສສກ ແມ່ນຈະສຸມໃສ່ການເຮັດວຽກມີແຜນການ, ແຜນງານ ແລະ ໂຄງການລະອຽດແກ້ໄຂວຽກຢ່າງມີຈຸດສຸມ ແລະ ມີເປົ້າໝາຍໃນແຕ່ລະໄລຍະ, ປະສານສົມທົບຢ່າງແໜ້ນແຟ້ນກັບຂະແໜງການອື່ນ ແລະ ອົງການປົກຄອງທ້ອງຖິ່ນ ແນໃສ່ໝູນໃຊ້ກຳລັງແຮງຂອງທຸກພາກສ່ວນ ເພື່ອພັດທະນາວຽກງານການສຶກສາ, ວິທະຍາສາດ ແລະ ກິລາ; ພ້ອມທັງມີການກວດກາ, ຕິດຕາມ ແລະ ຊຸກຍູ້, ສະຫລຸບຖອດຖອນບົດຮຽນ, ຕີລາຄາຜົນໄດ້-ຜົນເສຍ, ພ້ອມທັງລາຍງານສ່ອງແສງຢ່າງເຂັ້ມງວດ ແລະ ປະຕິບັດລະບອບປະຊຸມປະຈຳເດືອນ, 3 ເດືອນ, 6 ເດືອນ, ປະຈຳປີ ຫລື ກອງປະຊຸມວິຊາການ ແລະ ປະຕິບັດລະບອບລາຍງານໃຫ້ລັດຖະບານ ແລະ ນາຍົກລັດຖະມົນຕີ ເປັນປົກກະຕິ, ພ້ອມທັງປະຕິບັດພົວພັນການປະສານງານ ພາຍໃນ ແລະ ພາຍນອກ ໃຫ້ສອດຄ່ອງຕາມລະບຽບຫລັກການ, ຈັດຕັ້ງປະຕິບັດໃຫ້ປະສົບຜົນສຳເລັດຕາມຈຸດປະສົງ ແລະ ຄາດໝາຍທີ່ວາງໄວ້.

