ເສດຖະກິດໃນໄຕມາດທໍາອິດຂອງປີ 2026 ເລີ່ມຕົ້ນດ້ວຍຕົວເລກທີ່ເຮັດໃຫ້ບັນດານັກວິເຄາະທົ່ວໂລກແປກໃຈ ເພາະເສດຖະກິດຈີນເຕີບໂຕເຖິງ 5%. ຕົວເລກນີ້ບໍ່ພຽງແຕ່ເກີນ 4,8% ທີ່ນັກເສດຖະສາດຄາດຄະເນໄວ້ເທົ່ານັ້ນ, ຍັງເກີດຂຶ້ນໃນໄລຍະເວລາທີ່ໂລກກຳລັງຜະເຊີນກັບພາຍຸຫົວໃຫຍ່ຍ້ອນຄວາມຂັດແຍ້ງກັນໃນພາກພື້ນຕາເວັນອອກກາງ ໂດຍສະເພາະສົງຄາມທີ່ລະເບີດຂຶ້ນໃນທ້າຍເດືອນກຸມພາປີນີ້.
ລວມຍອດຜະລິດຕະພັນພາຍໃນ (GDP) ຂອງຈີນໃນໄຕມາດທໍາອິດຂອງປີນີ້ບັນລຸປະມານ 33,400 ຕື້ຢວນ, ເຕີບໂຕ 5% ຖືເປັນການຮັກສາແຮງຂັບເຄື່ອນທາງເສດຖະກິດຢ່າງຕໍ່ເນື່ອງຈາກປີ 2025, ທັງສະແດງໃຫ້ເຫັນເຖິງຄວາມສາມາດຂອງເສດຖະກິດຈີນໃນການສ້າງຄວາມດຸນດ່ຽງຂອງການເຕີບໂຕ, ການປັບໂຄງສ້າງ ແລະ ການຍົກລະດັບຄຸນນະພາບການພັດທະນາ, ລວມເຖິງການເພີ່ມຄວາມໝັ້ນໃຈຕໍ່ທ່າອ່ຽງທາງເສດຖະກິດຂອງຈີນຕະຫຼອດປີ 2026.
ປັດໄຈສຳຄັນທີ່ຂັບເຄື່ອນການຂະຫຍາຍຕົວດັ່ງກ່າວ ແມ່ນອຸດສາຫະກໍາການຜະລິດທີ່ເຂັ້ມແຂງເປັນພິເສດ ໂດຍສະເພາະອຸດສາຫະກຳທີ່ມຸ່ງສູ່ອະນາຄົດ ເຊັ່ນ: ການສົ່ງອອກລົດໄຟຟ້າ ແລະ ຜະລິດຕະພັນເຕັກໂນໂລຊີລະດັບສູງ ໂດຍມີມູນຄ່າເພີ່ມຂອງອຸດສາຫະກຳເພີ່ມຂຶ້ນ 6,1% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ສິ່ງນີ້ສະທ້ອນໃຫ້ເຫັນເຖິງບົດບາດຂອງການພັດທະນາອຸດສາຫະກຳທີ່ກ້າວໜ້າ, ການຍົກລະດັບລະບົບຕ່ອງໂສ້ອຸດສາຫະກຳ ແລະ ການລົງທຶນໃນເຕັກໂນໂລຊີໃໝ່ ກຳລັງກາຍເປັນເຄື່ອງຈັກຕົ້ນຕໍຂອງການເຕີບໂຕໃນໄລຍະຍາວ. ຂະນະທີ່ການລົງທຶນຂອງລັດຖະບານຈີນໃນພື້ນຖານໂຄງລ່າງ ແລະ ໂຄງການຍຸດທະສາດຍັງສືບຕໍ່ຮັກສາສະຖຽນລະພາບຂອງເສດຖະກິດໂດຍລວມ.

ໃນດ້ານການບໍລິໂພກພາຍໃນຂອງຈີນໃນໄຕມາດທຳອິດ ຍັງສືບຕໍ່ເຕີບໂຕຢ່າງຕໍ່ເນື່ອງ, ໃນນີ້ ຍອດຂາຍຍ່ອຍສິນຄ້າອຸປະໂພກ-ບໍລິໂພກ ເພີ່ມຂຶ້ນ 2,4% ເຊິ່ງສະທ້ອນໃຫ້ເຫັນເຖິງບົດບາດສຳຄັນຂອງຕະຫຼາດພາຍໃນປະເທດທີ່ມີຂະໜາດໃຫຍ່ ແລະ ມີທ່າແຮງສູງໃນການສະໜັບສະໜູນການເຕີບໂຕທາງເສດຖະກິດໃນໄລຍະຍາວ, ການພັດທະນາອຸດສາຫະກໍາການບໍລິການ, ການເຕີບໂຕຂອງເສດຖະກິດດິຈິຕອນ, ລວມເຖິງການສົ່ງເສີມການບໍລິໂພກໃນຕົວເມືອງ ແລະ ທ້ອງຖິ່ນຕ່າງໆ ກໍເປັນປັດໄຈສຳຄັນໃນການຮັບປະກັນຄວາມຕໍ່ເນື່ອງຂອງຄວາມຕ້ອງການພາຍໃນປະເທດ.
ນອກນີ້, ການຄ້າຕ່າງປະເທດ ແມ່ນປັດໄຈໜຶ່ງທີ່ມີບົດບາດສໍາຄັນໃນການຮັກສາສະຖຽນລະພາບຂອງເສດຖະກິດຈີນໃນໄຕມາດທຳອິດ, ໂດຍສະເພາະໃນການຂະຫຍາຍຕະຫຼາດການຄ້າໄປສູ່ອາຊີ, ຕາເວັນອອກກາງ ແລະ ບັນດາປະເທດກຳລັງພັດທະນາ. ອີງຕາມຂໍ້ມູນຈາກອົງການພາສີແຫ່ງຊາດຈີນ ໃຫ້ຮູ້ວ່າ: ມູນຄ່າການນຳເຂົ້າ ແລະ ສົ່ງອອກສິນຄ້າຂອງຈີນໃນໄຕມາດທໍາອິດຂອງປີນີ້ ບັນລຸ 11,840 ຕື້ຢວນ, ເພີ່ມຂຶ້ນ 15% ເມື່ອທຽບໃສ່ໄຕມາດທໍາອິດຂອງປີກາຍ ແລະ ເປັນສະຖິຕິສູງສຸດໄລຍະເວລາດຽວກັນໃນປະຫວັດສາດ. ການສົ່ງອອກລົດໄຟຟ້າ, ໝໍ້ໄຟທຽມ ແລະ ໜ່ວຍຜະລິດໄຟຟ້າພະລັງງານລົມພ້ອມດ້ວຍຊິ້ນສ່ວນ ເພີ່ມຂຶ້ນ 77,5%, 50,4% ແລະ 45,2% ຕາມລໍາດັບ.
ຄຽງຄູ່ກັນນີ້, ການຄ້າກັບປະເທດທີ່ຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ມີມູນຄ່າລວມ 6,060 ຕື້ຢວນ, ເພີ່ມຂຶ້ນ 14.2% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ ແລະ ກວມເອົາ 51,2% ຂອງການນຳເຂົ້າ–ສົ່ງອອກທັງໝົດຂອງຈີນ. ຂະນະທີ່ ການນຳເຂົ້າ-ສົ່ງອອກກັບອາຊຽນ, ອາເມລິກາລາຕິນ ແລະ ອາຟຣີກາ ເພີ່ມຂຶ້ນ 15,4%, 15,4% ແລະ 23,7% ຕາມລໍາດັບ. ນອກນີ້ ເລີ່ມແຕ່ວັນທີ 1 ພຶດສະພາປີນີ້ເປັນຕົ້ນໄປ, ຈີນຈະປະຕິບັດມາດຕະການຍົກເວັ້ນພາສີ 100% ໃຫ້ 53 ປະເທດອາຟຣີກາ ທີ່ມີສາຍພົວພັນທາງການທູດກັບຈີນ ເຊິ່ງເປັນສັນຍານໃຫ້ເຫັນເຖິງຄວາມໝັ້ນຄົງຂອງການຄ້າຈີນ-ອາຟຣີກາ, ພ້ອມນີ້ ການທີ່ຈີນໄດ້ເສີມສ້າງໂຄງສ້າງຕະຫຼາດທີ່ຫຼາກຫຼາຍໄດ້ສະແດງໃຫ້ເຫັນຄວາມສາມາດຕ້ານທານຄວາມສ່ຽງທີ່ແຂງແຮງໃນທ່າມກາງສະພາບໂລກທີ່ຜັນຜວນໃນຕົ້ນປີນີ້.

ບັນດານັກວິເຄາະມີຄວາມເຫັນກົງກັນວ່າ: ປັດໄຈສໍາຄັນທີ່ເຮັດໃຫ້ຈີນຍັງຮັກສາການຂະຫຍາຍ ຕົວຂອງເສດຖະກິດໄວ້ໄດ້ຢ່າງໝັ້ນທ່ຽງ ມາຈາກອຸດສາຫະກໍາການຜະລິດທີ່ເຂັ້ມແຂງເປັນພິເສດ ໂດຍສະເພາະອຸດສາຫະກໍາແຫ່ງອະນາຄົດ ເຊັ່ນ: ການສົ່ງອອກລົດໄຟຟ້າ ແລະ ສິນຄ້າເຕັກໂນໂລຊີລະດັບສູງ, ລວມເຖິງການຕະຫຼາດຕ່າງປະເທດທີ່ເຕີບໂຕຢ່າງຕໍ່ເນື່ອງ ເຊິ່ງຊີ້ໃຫ້ເຫັນວ່າ: ເສດຖະກິດຈີນຟື້ນຕົວຢ່າງວ່ອງໄວໃນຕົ້ນປີນີ້ ແລະ ມີຄວາມສ່ຽງຈາກຜົນກະທົບພາຍນອກບໍ່ຫຼາຍ ໂດຍສະເພາະຈາກຄວາມເຄັ່ງຕຶງທີ່ເພີ່ມຂຶ້ນຢູ່ຕາເວັນອອກກາງໃນເດືອນກຸມພາ ແລະ ເດືອນມີນາຜ່ານມາ ເພາະໄດ້ຮັບການສະໜັບສະໜູນຈາກແຫຼ່ງນ້ຳມັນສໍາຮອງຍຸດທະສາດພຽງພໍ ແລະ ແຫຼ່ງພະລັງງານພາຍໃນປະເທດທີ່ມີຢ່າງຫຼວງຫຼາຍ.
ການເຕີບໂຕ 5% ຂອງເສດຖະກິດຈີນໃນໄຕມາດຂອງທຳອິດປີນີ້ ສະທ້ອນໃຫ້ເຫັນເຖິງປະສິດທິພາບຂອງນະໂຍບາຍເສດຖະກິດມະຫາພາກທີ່ສຸມໃສ່ສະຖຽນລະພາບ, ພ້ອມທັງຍົກລະດັບໂຄງສ້າງເສດຖະກິດຂອງຕົນ, ພ້ອມນີ້ ຍັງມີຄວາມສຳຄັນທາງຍຸດທະສາດ ເພາະເປັນຈຸດເລີ່ມຕົ້ນຂອງການ ຈັດຕັ້ງປະຕິບັດແຜນພັດທະນາ 5 ປີ ຄັ້ງທີ 15 (2026-2030) ຂອງຈີນທີ່ເນັ້ນໃສ່ການພັດທະນາເສດຖະກິດທີ່ມີຄຸນນະພາບສູງ, ເພິ່ງພາຕົນເອງດ້ານວິທະຍາສາດເຕັກໂນໂລຊີ, ເພິ່ງພາຕະຫຼາດພາຍໃນປະເທດ ແລະ ການເປີດກວ້າງການເປີດປະຕູສູ່ພາຍນອກໃນລະດັບສູງ.
ດັ່ງນັ້ນ, ພາບລວມຂອງເສດຖະກິດຈີນໃນໄຕມາດທຳອິດຂອງປີນີ້ ຈຶ່ງສະທ້ອນໃຫ້ເຫັນເຖິງການເລີ່ມຕົ້ນທີ່ແຂງແກ່ນຂອງປີ, ສະແດງໃຫ້ເຫັນເຖິງທ່າແຮງຂອງລະບົບເສດຖະກິດຈີນໃນການຂັບເຄື່ອນການພັດທະນາເສດຖະກິດຢ່າງຕໍ່ເນື່ອງທ່າມກາງການປ່ຽນແປງທີ່ບໍ່ແນ່ນອນໃນເສດຖະກິດໂລກແລະ ສະແດງໃຫ້ເຫັນການເສີມຂະຫຍາຍບົດບາດຂອງຈີນໃນຖານະເປັນ “ສະຖຽນລະພາບ” ໃນເສດຖະກິດໂລກ ອີກດ້ວຍ.

ຜົນສໍາເລັດດັ່ງກ່າວ ບໍ່ໄດ້ສົ່ງຜົນດີແຕ່ສະເພາະການພັດທະນາຂອງຈີນເທົ່ານັ້ນ, ຍັງມີຜົນດີຕໍ່ການພັດທະນາຂອງບັນດາປະເທດໃນໂລກທີ່ມີການພົວພັນຮ່ວມມື ແລະ ຄ້າຂາຍກັບຈີນ, ເຊິ່ງລວມເຖິງປະເທດລາວ ເພາະໃນໄຕມາດທໍາອິດຂອງປີນີ້, ກະຊວງອຸດສາຫະກໍາ ແລະ ການຄ້າຂອງລາວ ເປີດເຜີຍວ່າ: ມູນຄ່າການຄ້າຕ່າງປະເທດຂອງລາວ ທະລຸ 5,2 ຕື້ໂດລາ, ຍູ້ດຸນການຄ້າເກີນດຸນກວ່າ 310 ລ້ານໂດລາ, ໃນນັ້ນ ຈີນຍັງຄົງຄອງແຊ້ມເປັນຕະຫຼາດສົ່ງອອກລາຍໃຫຍ່ທີ່ສຸດຂອງລາວ ດ້ວຍມູນຄ່າເກືອບ 1 ຕື້ໂດລາ, ແລະ ເປັນຕະຫຼາດນໍາເຂົ້າສິນຄ້າລາຍໃຫຍ່ອັນດັບສອງຂອງລາວ ເຊິ່ງນີ້ຖືເປັນການປະ ກອບສ່ວນສໍາຄັນໃນການຊຸກຍູ້ໃຫ້ເສດຖະກິດຂອງລາວສືບຕໍ່ເຕີບໂຕຢ່າງຕໍ່ເນື່ອງ.
ຢ່າງໃດກໍຕາມ, ບັນດານັກວິເຄາະປະເມີນວ່າ: ການເຕີບໂຕຂອງເສດຖະກິດຈີນໃນໄຕມາດທໍາອິດ ອາດເປັນຄວາມສໍາເລັດໃນໄລຍະສັ້ນ ເພາະໄຊຊະນະທີ່ແທ້ຈິງຂອງຈີນ ຄືການເຮັດໃຫ້ເສດຖະກິດຂອງປະເທດສືບຕໍ່ເຕີບໂຕຢ່າງໝັ້ນທ່ຽງໃນໄຕມາດທີ່ເຫຼືອ ທ່າມກາງລາຄານໍ້າມັນໂລກທີ່ຜັນຜວນ ແລະ ຄວາມບໍ່ແນ່ນອນຂອງຄວາມສໍາພັນລະຫວ່າງປະເທດ ທີ່ຈະເປັນບົດພິສູດຄວາມແຂງແກ່ນທີ່ແທ້ຈິງຂອງເສດຖະກິດໃນປີນີ້ ເພື່ອບັນລຸການເຕີບໂຕຂອງເສດຖະກິດໃນລະດັບ 4,5-5% ຕາມທີ່ວາງເປົ້າໝາຍເອົາໄວ້, ເຊິ່ງເຊື່ອແນ່ວ່າ ຈີນຈະສາມາດເຮັດໄດ້, ແລະໃນຖານະທີ່ເປັນປະເທດທີ່ມີຂະໜາດເສດຖະກິດໃຫຍ່ເປັນອັນດັບ 2 ຂອງໂລກ, ຈີນຍັງເປັນຄວາມຫວັງຂອງຫຼາຍປະເທດໃນການນໍາພາຜ່ານຜ່າວິກິດເສດຖະກິດໂລກທີ່ເກີດຂຶ້ນໃນປັດຈຸບັນນີ້.
ໂດຍ: BT, ວສລ

