ໃນວັນທີ 22 ເມສາ 2026 ນີ້, ສະຫາຍ ພົນເອກ ຫງວຽນ ເຕີນ ເກືອງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ ຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນຫວຽດນາມ ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ຢ່າງເປັນທາງການ.

ເພື່ອສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງຊາດ, ສອງກອງທັບ ກໍຄືສອງກົມໃຫຍ່ເສນາທິການ ກອງທັບປະຊາຊົນ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ. ຄະນະຜູ້ແທນກອງທັບປະຊາຊົນຫວຽດນາມ ໄດ້ເດີນທາງມາເຖິງສະໜາມບິນສາກົນວັດໄຕ, ເຊິ່ງໃຫ້ການຕ້ອນຮັບໂດຍ ສະຫາຍ ພົນຕີ ສີພອນໄຊ ຄຳທອງເຫວິນ, ຮອງຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ ພ້ອມດ້ວຍຄະນະ.

ໃນການເດີນທາງມາຢ້ຽມຢາມ ແລະ ເຮັດວຽກໃນຄັ້ງນີ້ ສະຫາຍ ພົນເອກ ຫງວຽນ ພ້ອມດ້ວຍຄະນະ ໄດ້ເດີນທາງໄປວາງພວງມາລາ ຢູ່ທີ່ ອານຸສາວະລີນັກຮົບນິລະນາມ (ດາວແດງ) ເພື່ອສະແດງຄວາມເຄົາລົບຮັກ ແລະ ລະນຶກເຖິງຄຸນງາມຄວາມດີ, ຄວາມເສຍສະຫຼະອັນສູງສົ່ງຂອງບັນດານັກຮົບປະຕິວັດ ທີ່ໄດ້ອຸທິດຊີວິດເພື່ອພາລະກິດປົດປ່ອຍຊາດ.

ຈາກນັ້ນ, ໄດ້ມີພິທີຕ້ອນຮັບຢ່າງເປັນທາງການ ໄດ້ຈັດຂຶ້ນຢ່າງສົມກຽດ ຢູ່ທີ່ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ, ໂດຍການຕ້ອນຮັບຂອງ ສະຫາຍ ພົນໂທ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ. ພາຍຫຼັງ ນາງສາວໄດ້ມອບຊໍ່ດອກໄມ້ແລ້ວ ກໍ່ໄດ້ເຊີນ ສະຫາຍ ພົນເອກ ຫງວຽນ ກ້າວຂຶ້ນສູ່ແທ່ນກຽດຕິຍົດ ເພື່ອຮ່ວມໃນພິທີເຄົາລົບທຸງຊາດ.

ໃນການເດີນທາງມາຢ້ຽມຢາມ ແລະ ເຮັດວຽກໃນຄັ້ງນີ້ ແມ່ນຂີດໝາຍອັນສຳຄັນ ເພື່ອສືບຕໍ່ຜັນຂະຫຍາຍບັນດາເນື້ອໃນຈິດໃຈການຮ່ວມມືທາງດ້ານການທະຫານ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃຫ້ມີຄວາມເຂັ້ມແຂງ ແລະ ທັນສະໄໝຂຶ້ນເລື້ອຍໆ, ຮັບປະກັນສະຖຽນລະພາບ ແລະ ຄວາມສະຫງົບສຸກຢູ່ບໍລິເວນຊາຍແດນຂອງທັງສອງປະເທດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ໝັ້ນຄົງຕື່ມອີກ
ໂດຍ: ອະວິໄຊ

