ກະຊວງສຶກສາທິການ ແລະ ກິລາ (ສສກ) ຈັດກອງປະຊຸມຮັບຮອງປຶ້ມວັດຈະນານຸກົມພາສາລາວ ໃນວັນທີ 22-24 ເມສາ 2026 ໂດຍການເປັນປະທານຂອງ ທ່ານ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງ ສສກ, ທ່ານ ພັນຄໍາ ວິພາວັນ ທີ່ປຶກສາຄະນະຮັບຜິດຊອບໂຄງການຄົ້ນຄວ້າຮຽບຮຽງວັດຈະນານຸກົມພາສາລາວ, ອະດີດນາຍົກລັດຖະມົນຕີ, ມີອະດີດການນໍາ, ຄະນະກໍາມະການຮັບຮອງ, ບັນດາຜູ້ຊ່ຽວຊານຄະນະທີ່ປຶກສາ, ຄະນະຮຽບຮຽງ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ນາງ ດາລາວອນ ກິດຕິພັນ ໄດ້ກ່າວວ່າ: ພາສາແມ່ນເຄື່ອງມືສື່ສານ ແລະ ເປັນມໍລະດົກທາງປັນຍາທີ່ລ້ຳຄ່າຂອງຊາດ, ການສ້າງວັດຈະນານຸກົມຫົວນີ້ ແມ່ນບາດກ້າວທີ່ສຳຄັນໃນການຮັກສາ, ພັດທະນາ ແລະ ເປັນບ່ອນອີງທີ່ເປັນເອກະພາບ ໃຫ້ການຄົ້ນຄວ້າຮ່ຳຮຽນຂອງຄົນຮຸ່ນຫລັງ. ປຶ້ມເຫລັ້ມນີ້ ແມ່ນໝາກຜົນຂອງຄວາມມານະອົດທົນ ແລະ ການທຸ່ມເທສະຕິປັນຍາຂອງຄະນະກຳມະ ການຮຽບຮຽງມາເປັນເວລາດົນນານ. ກອງປະຊຸມໃນຄັ້ງນີ້, ຈຶ່ງມີຄວາມໝາຍສຳຄັນທີ່ສຸດ ເພື່ອໃຫ້ຜູ້ເຂົ້າຮ່ວມໄດ້ກວດກາ, ປັບປຸງ ແລະ ເອກະພາບກັນໃນດ້ານເນື້ອໃນ ໃຫ້ມີຄວາມຄົບຖ້ວນ, ຖືກຕ້ອງຕາມຫລັກການ ແລະ ສາມາດນຳໄປຊົມໃຊ້ໄດ້ຢ່າງເປັນທາງການ.

ວັດຈະນານຸກົມຫົວນີ້, ບໍ່ພຽງແຕ່ການຮວບຮວມຄຳສັບເທົ່ານັ້ນ, ແຕ່ມັນແມ່ນການວາງຮາກຖານແຫ່ງປັນຍາ ເປັນເຂັມທິດທາງການສຶກສາ ແລະ ວິທະຍາສາດ ຂອງສັງຄົມ ຊຶ່ງມີຄວາມສຳຄັນໃນຫລາຍມິຕິຄື: ການເປັນເຄື່ອງມືສ້າງມາດຕະຖານໃຫ້ແກ່ຊາດ: ວັດຈະນານຸກົມຊ່ວຍສ້າງຄວາມເປັນເອ ກະພາບໃນການນຳໃຊ້ພາສາໃນທົ່ວສັງຄົມ, ເຮັດໃຫ້ການສື່ສານພາກລັດ, ການຮ່າງກົດໝາຍ ແລະ ເອ ກະສານທາງການ ລວມທັງການສື່ສານໃນສັງຄົມໃຫ້ມີຄວາມຊັດເຈນ ຖືກຕ້ອງຕາມຫລັກການດ້ານພາສາສາດ, ບໍ່ກໍ່ໃຫ້ເກີດຄວາມເຂົ້າໃຈຜິດ ແລະ ເປັນບ່ອນອີງທີ່ໜ້າເຊື່ອຖືໃຫ້ແກ່ທຸກພາກສ່ວນ; ການປົກປັກຮັກສາ ແລະ ສືບທອດມໍລະດົກທາງວັດທະນະທຳ: ພາສາແມ່ນຮາກເຫງົ້າຂອງຊາດ, ການມີວັດຈະນານຸກົມທີ່ສົມບູນຈະກາຍເປັນ “ຄັງສາງ” ທີ່ຊ່ວຍປົກປັກຮັກສາອະລິຍະທຳ ແລະ ເກັບຮັກສາພູມປັນຍາ, ຮີດຄອງປະເພນີ ແລະ ວິວັດທະນາການຂອງຊາດທີ່ສະສົມມາຫລາຍເຊັ່ນຄົນ ໃຫ້ຄົງຢູ່ຢ່າງມີລະບົບ ສືບທອດໃຫ້ຄົນລາວຮຸ່ນຫລັງຢ່າງສະຫງ່າງາມ ເພື່ອເປັນການຢືນຢັນເຖິງເອກະລັກ ແລະ ຄວາມຮຸ່ງເຮືອງຂອງພາສາເຮົາ ໃນທ່າມກາງກະແສໂລກາພິວັດທີ່ຜັນແປຢ່າງວ່ອງໄວ; ການຍົກລະດັບຄຸນນະພາບການສຶກສາ ແລະ ວິທະ ຍາສາດ: ວັດຈະນານຸກົມແມ່ນພື້ນຖານຂອງການຮຽນຮູ້ ຊ່ວຍໃຫ້ຄູ-ອາຈານ, ນັກຮຽນ-ນັກສຶກສາ, ນັກຄົ້ນຄວ້າ ແລະ ຄົນລາວທຸກຄົນ ສາມາດເຂົ້າເຖິງຄວາມໝາຍທີ່ຖືກຕ້ອງ, ຊ່ວຍຂະຫຍາຍຄັງຄຳສັບ ແລະ ສົ່ງເສີມການຄິດວິເຄາະຢ່າງມີເຫດຜົນ. ສັງຄົມທີ່ມີວັດຈະ ນານຸກົມທີ່ດີ ຄືສັງຄົມທີ່ມີຮາກຖານການສຶກສາທີ່ເຂັ້ມແຂງ; ການເຊື່ອມໂຍງກັບສາກົນ: ໃນຍຸກແຫ່ງການພັດທະນາ, ວັດຈະນານຸກົມເປັນຂົວຕໍ່ທີ່ສຳຄັນໃນການຖ່າຍທອດຄວາມຮູ້ຈາກສາກົນ ມາເປັນພາສາເຮົາຢ່າງມີປະສິດທິພາບ, ຈະເຮັດໃຫ້ພວກເຮົາສາມາດກຳແໜ້ນເອົາວິທະຍາສາດ ແລະ ເຕັກໂນໂລຊີໃໝ່ໆມາພັດທະນາປະເທດຊາດໄດ້ຢ່າງວ່ອງໄວ ແລະ ຖືກຕ້ອງ. ໃນເດືອນກໍລະກົດ ປີ 2022 ເປັນຕົ້ນມາ ຜ່ານໄລຍະການຮີບໂຮມ, ຄັດເລືອກປະມວນຄໍາສັບ ແລະ ຮຽບຮຽງຂັ້ນບຸກຄົນ, ກວດຜ່ານໃນກຸ່ມ, ກວດແກ້ຈາກຄະນະກວດແກ້ ແລະ ກວດພິສູດອັກສອນ ໄດ້ຜ່ານຂະບວນການປັບປຸງຄືນຫລາຍຫລົບຫລາຍຕ່າວ ເພື່ອໃຫ້ໄດ້ເນື້ອໃນທີ່ຖືກຕ້ອງຕາມຫລັກການວິທະຍາສາດ ແລະ ແທດເໝາະກັບຍຸກສະໄໝ. ປັດຈຸບັນ, ໄດ້ສໍາເລັດການສ້າງຕົ້ນສະບັບປຶ້ມທີ່ສາມາດນໍາມາຜ່ານຄະນະກໍາມະການຮັບຮອງ ທີ່ມີເນື້ອໃນຫລັກຈໍານວນ 1.200 ໜ້າ. ນອກນັ້ນ, ກໍຍັງມີເອກະສານພາກຜະໜວກພາກເພີ່ມເຕີມທີ່ສໍາຄັນປະກອບຕື່ມອີກຈໍານວນໜຶ່ງ.
ໂອກາດນີ້, ທ່ານ ນາງ ດາລາວອນ ກິດຕິພັນ ຍັງໄດ້ເນັ້ນໃຫ້ຄະນະກຳມະການ ຊ່ວຍກວດກາ ແລະ ພິຈາລະນາ ຄວາມຖືກຕ້ອງຂອງຄວາມໝາຍ, ການນຳໃຊ້ພາສາ ແລະ ອັກຂະຫລະວິທີ, ຄວາມທັນສະໄໝ ແລະ ກວມລວມ, ຄວາມງ່າຍໃນການເຂົ້າຫາ, ຄວາມເປັນເອກະພາບດ້ານການຂຽນ, ບໍລິບົດການນໍາໃຊ້, ການຈັດລຽງ ແລະ ລະບົບຄົ້ນຫາ ແລະ ຮຽກຮ້ອງບັນດາຄະນະກຳມະການຮັບຮອງເນື້ອໃນ ແລະ ຜູ້ຊ່ຽວຊານທຸກທ່ານ ຈົ່ງໄດ້ຍົກສູງຄວາມຮັບຜິດຊອບທາງດ້ານວິຊາການ, ພ້ອມກັນປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ, ເລິກເຊິ່ງ ແລະ ຮອບດ້ານ ເພື່ອຮັບປະກັນວ່າວັດຈະນານຸກົມເຫລັ້ມນີ້ ຈະກາຍເປັນມາດຕະຖານທີ່ຖືກຕ້ອງ, ຊັດເຈນ ແລະ ເປັນບ່ອນອີງທີ່ໜ້າເຊື່ອຖືທີ່ສຸດໃຫ້ແກ່ວຽກງານທຸກຂະແໜງການໃນທົ່ວປະເທດ.

