ກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດ ທົ່ວປະເທດ ຄັ້ງທີ XII ຈະຈັດຂຶ້ນຢ່າງເປັນທາງການ ໃນວັນທີ 28-29 ເມສາ 2026 ເພື່ອຕີລາຄາໝາກຜົນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງຜ່ານມາ, ຊອກໃຫ້ເຫັນດ້ານດີ ທີ່ຈະຕ້ອງສືບຕໍ່ເສີມຂະຫຍາຍ ແລະ ຂໍ້ຄົງຄ້າງ ທີ່ຈະຕ້ອງໄດ້ປັບປຸງແກ້ໄຂ.
ທ່ານ ລາວປາວຊົ່ງ ນະວົງໄຊ ຮອງປະທານສູນກາງແນວລາວສ້າງຊາດ ໄດ້ກ່າວໃນໂອກາດຖະ ແຫລງຂ່າວຕໍ່ສື່ມວນຊົນ ໃນວັນທີ 22 ເມສາ 2026 ວ່າ: ກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດທົ່ວປະເທດ ຄັ້ງທີ XII ບໍ່ພຽງແຕ່ສະຫລຸບຜົນງານ 5 ປີຜ່ານມາ, ແຕ່ແມ່ນການກຳນົດ “ວິໄສທັດໃໝ່” ເພື່ອຮັດແໜ້ນຄວາມສາມັກຄີປອງດອງຂອງທຸກຊັ້ນຄົນ, ທຸກຊົນເຜົ່າ, ສາສະໜາ ແລະ ພີ່ນ້ອງເຊື້ອຊາດລາວຢູ່ຕ່າງປະເທດ ໃຫ້ກາຍເປັນພະລັງແຮງສັງຮວມໃນການພັດທະນາຊາດ. ມາຮອດປັດຈຸບັນ, ອະນຸກຳມະການ ໄດ້ກະກຽມຄວາມພ້ອມຢ່າງຕັ້ງໜ້າ ເປັນຕົ້ນ ໄດ້ກະກຽມຮ່າງເນື້ອໃນກອງປະຊຸມໃຫຍ່ຮອບດ້ານຕາມລະບຽບການ ໂດຍສະເພາະ ຮ່າງບົດລາຍງານການເມືອງສອງພາກ, ຮ່າງບົດສະ ຫລຸບແຜນພັດທະນາ ແລະ ຮ່າງປັບປຸງກົດລະບຽບ ຂອງແນວລາວສ້າງຊາດ ສະໄໝທີ 12 ພ້ອມດ້ວຍຮ່າງເອກະສານປິ່ນອ້ອມອື່ນໆ; ໄດ້ກະກຽມເປົ້າໝາຍເຂົ້າຮ່ວມກອງປະຊຸມໃຫຍ່, ຜູ້ແທນແຂກຖືກເຊີນ ຊຶ່ງກອງປະຊຸມຈະໄດ້ມີການເລືອກຕັ້ງເອົາຄະນະກໍາມະການສູນກາງແນວລາວສ້າງຊາດຊຸດໃໝ່ ທີ່ມີມາດຖານເງື່ອນໄຂຄົບຖ້ວນ ຕາມນິຕິກໍາຂອງພັກລັດ ແລະ ຈຸດພິເສດຂອງແນວລາວສ້າງຊາດ ໂດຍສະເພາະ ມີຄຸນວຸທິ, ມີຄຸນງາມຄວາມດີ, ມີຄວາມຮູ້ຄວາມສາມາດ ແລະ ເປັນສູນກາງແຫ່ງຄວາມສາ ມັກຄີຢ່າງແທ້ຈິງ. ພ້ອມກັນນັ້ນ, ກອງປະຊຸມຈະໄດ້ຮັບຮອງເອົາປະທານ, ຮອງປະທານ ສນຊ ຊຸດໃໝ່ ເພື່ອສືບຕໍ່ນໍາພາ-ຊີ້ນໍາວຽກງານແນວໂຮມຕໍ່ໄປ. ສຳລັບວຽກງານການໂຄສະນາ ແລະ ຂະບວນການ ໄດ້ສ້າງບັນຍາກາດຟົດຟື້ນຜ່ານຂະບວນການ “ຮັກຊາດ ແລະ ພັດທະນາ”, ການແຂ່ງຂັນກິລາ, ສິລະປະ ແລະ ການວາງສະແດງຜົນງານຢ່າງກວ້າງຂວາງ; ດ້ານພິທີການ ແລະ ງົບປະມານ ແມ່ນໄດ້ກະກຽມສະ ຖານທີ່ບົນຈິດໃຈປະຢັດມັດທະຍັດ ແລະ ຮັບປະກັນຄວາມປອດໄພຮ້ອຍສ່ວນຮ້ອຍ.
ໂອກາດນີ້, ທ່ານ ລາວປາວຊົ່ງ ນະວົງໄຊ ຍັງຝາກເຖິງສະມາຊິກພັກ-ພະນັກງານ ຈົ່ງຍົກສູງຄວາມຮັບຜິດຊອບ, ເປັນຄັນທຸງນໍາໜ້າໃນທຸກຂະບວນການ, ພໍ່ແມ່ພີ່ນ້ອງທຸກຊັ້ນຄົນ ຈົ່ງເສີມຂະ ຫຍາຍມູນເຊື້ອຄວາມສາມັກຄີ, ສ້າງຜົນງານຕົວຈິງ ເພື່ອຂ່ຳນັບຮັບຕ້ອນວັນສຳຄັນນີ້. ສ່ວນພີ່ນ້ອງລາວຢູ່ຕ່າງປະເທດ ຂໍໃຫ້ຮ່ວມສົ່ງແຮງໃຈ ແລະ ປະກອບສ່ວນຕາມເງື່ອນໄຂ ເພື່ອຄວາມວັດທະນະຖາ ວອນຂອງບ້ານເກີດເມືອງນອນເຮົາ.

