Homeຂ່າວໜ້າໜຶ່ງສະຫາຍ ທອງລຸນ ສີສຸລິດ ຕ້ອນຮັບຮອງລັດຖະມົນຕີ​ກະຊວງ​ປ້ອງກັນ​ປະເທດ​ຫວຽດນາມ​

ສະຫາຍ ທອງລຸນ ສີສຸລິດ ຕ້ອນຮັບຮອງລັດຖະມົນຕີ​ກະຊວງ​ປ້ອງກັນ​ປະເທດ​ຫວຽດນາມ​

ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ, ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງສະຫາຍ ພົນເອກ​ ຫງວຽນ ເຕີນ ເກືອງ ຫົວໜ້າກົມໃຫຍ່ເສນາທິການກອງທັບ ປະຊາຊົນຫວຽດນາມ ຮອງ​ລັດຖະມົນຕີ​ກະຊວງ​ປ້ອງກັນ​ປະເທດ​ ແຫ່ງ ສສ​ ຫວຽດນາມ ​ພ້ອມດ້ວຍຄະນະ ໃນວັນທີ 22 ເມສານີ້ ທີ່ຫ້ອງຮັບແຂກຫ້ອງວ່າການສູນກາງພັກ ເນື່ອງໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ທີ່ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງ ວັນທີ 22-23 ເມສາ ປີ 2026 ນີ້. ​

ໂອກາດນີ້, ສະຫາຍ ທອງລຸນ ສີສຸລິດ ໄດ້ຕີລາຄາສູງຕໍ່ການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຂອງສະຫາຍ ຮອງລັດຖະມົນຕີ​ກະຊວງ​ປ້ອງກັນ​ປະເທດ​ຫວຽດນາມ​ ພ້ອມດ້ວຍຄະນະໃນຄັ້ງນີ້ ຊຶ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນການຮັດແໜ້ນສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ອ້າຍນ້ອງທີ່ມີມູນເຊື້ອມາແຕ່ດົນນານແລ້ວນັ້ນ ໃຫ້ນັບມື້ແໜ້ນແຟ້ນຍິ່ງໆຂຶ້ນ.

ຈາກນັ້ນ, ສະຫາຍ ​ພົນເອກ​ ຫງວຽນ ເຕີນ ເກືອງ ໄດ້ກ່າວສະແດງຄວາມຂອບໃຈ ຕໍ່ສະຫາຍ ທອງລຸນ ສີສຸລິດ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ເຕັມໄປດ້ວຍໄມຕິຈິດມິດຕະພາບອັນດູດດື່ມ, ພ້ອມທັງໄດ້ລາຍງານກ່ຽວກັບຈຸດປະສົງການມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້, ກໍເພື່ອເປັນການປະກອບສ່ວນເພີ່ມທະວີສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງຊາດ, ສອງກອງທັບ ຫວຽດນາມ-ລາວ ໂດຍສະເພາະ ແມ່ນການພົວພັນຮ່ວມມືຊ່ວຍເຫຼືອຊຶ່ງກັນ ແລະ ກັນ ໃຫ້ນັບມື້ຫັນເຂົ້າສູ່ລວງເລິກ ແລະ ມີໝາກຜົນຕົວຈິງ.

ໃນໂອກາດນີ້, ສະຫາຍ ຮອງລັດຖະມົນຕີ​ກະຊວງ​ປ້ອງກັນ​ປະເທດ​ຫວຽດນາມ​ ຍັງໄດ້ລາຍງານຜົນສໍາເລັດຂອງການເຄື່ອນໄຫວ ແລະ ການພົບປະແລກປ່ຽນບົດຮຽນຂົງເຂດວຽກງານຕ່າງໆ ຮ່ວມກັບ​ກະຊວງປ້ອງກັນປະເທດ​ລາວ ເປັນຕົ້ນແມ່ນຂົງເຂດວຽກງານພັກ-ວຽກງານການເມືອງ ທີ່ໄດ້ຮ່ວມກັນຈັດຕັ້ງປະຕິບັດ ໃນໄລຍະຜ່ານມາ ແລະ ພ້ອມກັນເອກະພາບ ຕໍ່ທິດທາງແຜນການຮ່ວມມືໃນຕໍ່ໜ້າຕື່ມອີກ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments