ຂ່າວສານຊີອາໄອລາຍງານວ່າ: ໃນວັນທີ 21 ເມສາ ຜ່ານມາ, ທ່ານ ຟາຕິ ບີໂຣລ ຜູ້ອຳນວຍການໃຫຍ່ອົງການພະລັງງານສາກົນກ່າວວ່າ: ສົງຄາມລະຫວ່າງອາເມຣິກາ-ອິສຣາແອນ ກັບ ອີຣານ ພວມເຮັດໃຫ້ທົ່ວໂລກຜະເຊີນກັບວິກິດພະລັງງານທີ່ໜັກໜ່ວງ ທີ່ສຸດໃນປະຫວັດສາດ.
ທ່ານ ບີໂຣລກ່າວ ວ່າ: ວິກິດພະລັງງານຄັ້ງນີ້ ບວກກັບບັນຫາການສະໜອງນ້ຳມັນເຊື້ອໄຟ ແລະ ອາຍແກ໊ສທຳມະຊາດຈາກວິກິດການອູແກຣນ ໄດ້ສ້າງຜົນກະທົບອັນໃຫຍ່ຫຼວງ. ນ້ຳມັນດິບ ແລະ ອາຍແກ໊ສທຳມະຊາດແຫຼວປະມານ 20% ຂອງໂລກ ຖືກຂົນສົ່ງຜ່ານຊ່ອງແຄບຮໍມຸສ. ຫຼັງຈາກສົງຄາມລະຫວ່າງອາເມຣິກາ-ອິສຣາແອນ ກັບ ອີຣານເກີດຂຶ້ນ, ເຮັດໃຫ້ການຂົນສົ່ງຜ່ານທາງຊ່ອງແຄບດັ່ງກ່າວໄດ້ຮັບຜົນກະທົບ ແລະ ເຮັດໃຫ້ຕະຫຼາດພະລັງງານປັ່ນປ່ວນ.

