ວິທະຍຸໂທລະພາບສູນກາງຈີນ CMG ໄດ້ລາຍງານວ່າ: ໃນຖານະເປັນງານວາງສະແດງສຳຄັນຄັ້ງທຳອິດ ທີ່ຈັດຂຶ້ນໃນປີເລີ່ມຕົ້ນປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 15 ຂອງຈີນ ແລະ ເປັນງານວາງສະແດງທີ່ໄຫຫລຳ ຈັດຂຶ້ນເປັນຄັ້ງທຳອິດ ພາຍຫລັງສ້າງຕັ້ງດ່ານພາສີອິດສະຫລະທົ່ວເກາະໄຫຫລຳ, ງານວາງສະແດງສິນຄ້າອຸປະໂພກ-ບໍລິໂພກປີນີ້ມີຈຸດເດັ່ນຫລາຍຢ່າງ: ສິນຄ້າຈາກຕ່າງປະເທດທີ່ນຳມາວາງສະແດງກວມ 65%, ເພີ່ມຂຶ້ນ 20% ເມື່ອທຽບໃສ່ປີຜ່ານມາ; ໄດ້ນຳສະເໜີສິນຄ້າໃໝ່ 277 ຊະນິດ, ເພີ່ມຂຶ້ນໜຶ່ງເທົ່າເມື່ອທຽບໃສ່ປີກາຍ; ໄດ້ສ້າງຕັ້ງ “ເຂດບຳລຸງສ້າງ” ຍີ່ຫໍ້ທ່ອງທ່ຽວສຳລັບສ່ວນບຸກຄົນເປັນຄັ້ງທຳອິດ ແລະ ສູນບໍລິການນັກທຸລະກິດຈັດຊື້ ແລະ ອື່ນໆ. ສິ່ງທີ່ໜ້າສົນໃຈທີ່ສຸດແມ່ນ: ວິສາຫະກິດຕ່າງປະເທດຈຳນວນບໍ່ໜ້ອຍໄດ້ສ້າງຕັ້ງທີມງານ “ຊື້ທົ່ວໂລກ ແລະ ຂາຍທົ່ວໂລກ” ຂຶ້ນສະເພາະ ເພື່ອນຳໃຊ້ໂອກາດຈາກການສ້າງຕັ້ງທ່າການຄ້າເສລີ ທີ່ໄດ້ອຳນວຍຄວາມສະດວກໃຫ້ແກ່ການຄ້າ ສົ່ງເສີມການໄຫລວຽນຂອງສິນຄ້າບໍລິໂພກທີ່ມີຄຸນນະພາບດີຈາກທົ່ວໂລກໃຫ້ລູກຄ້າຈີນ ແລະ ສິນຄ້າບໍລິໂພກທີ່ມີຄຸນນະພາບດີຂອງຈີນ ໄປສູ່ທົ່ວໂລກ, ເຮັດໃຫ້ຕະຫລາດໃຫຍ່ຂອງຈີນ ກາຍເປັນໂອກາດໃຫຍ່ຂອງໂລກ.
ໃນຖານະເປັນງານວາງສະແດງ ແລະ ການຊື້-ຂາຍສິນຄ້າບໍລິໂພກທີ່ດີເດັ່ນຂອງທົ່ວໂລກ, ງານວາງສະແດງສິນຄ້າອຸປະໂພກ-ບໍລິໂພກຄັ້ງນີ້ຈະສ້າງກະແສນິຍົມດ້ານການບໍລິໂພກໃໝ່ແນວໃດ? ຈາກສີຂຽວ ແລະ ກາກບອນຕ່ຳ ເຖິງແວ່ນຕາ AI ແລະ ລົດຍົນບິນໄດ້ ເຊິ່ງເປັນວິທະຍາສາດເຕັກໂນໂລຊີລ້ຳຍຸກ, ການບໍລິໂພກແບບສີຂຽວ ແລະ ແບບອັດສະລິຍະ ເຫັນໄດ້ຢ່າງຊັດເຈນຢູ່ທົ່ວທຸກແຫ່ງ. ໃນຂະນະດຽວກັນ, “ເສດຖະກິດປະສົບການ” ໄດ້ກາຍເປັນກະແສນິຍົມໃໝ່. ທ່ານ ເຈິ່ງຢົງ ນັກເສດຖະສາດໃຫຍ່ຈາກພະແນກພັດທະນາເສດຖະກິດສາກົນໄຫຫລຳ ເຫັນວ່າ: ນີ້ເປັນຂີດໝາຍສະແດງໃຫ້ເຫັນວ່າ ກຳລັງຕົວຈິງດ້ານວິທະຍາສາດເຕັກໂນໂລຊີ ແລະ ຄຸນຄ່າທາງອາລົມເຊື່ອມໂຍງເຂົ້າກັນຢ່າງເລິກເຊິ່ງ, ດ້ານໜຶ່ງໄດ້ຕອບສະໜອງການສະແຫວງຫາ “ບຸກຄະລິກກະພາບ” ຂອງຄົນທັງຫລາຍ, ອີກດ້ານໜຶ່ງໄດ້ຜ່ານຈາກຜະລິດຕະພັນ ແລະ ການບໍລິການທີ່ແຕກຕ່າງກັນ ເຮັດໃຫ້ກຸ່ມຄົນຕ່າງໆໄດ້ຮັບການຕອບສະໜອງ ເຊິ່ງໄດ້ຊຸກຍູ້ໃຫ້ການບໍລິໂພກຈາກ “ການຊື້ສິນຄ້າ” ໄປສູ່ “ການເພີດເພີນກັບຊີວິດ” ຢ່າງຮອບດ້ານ.

ໃນສາຍຕາຂອງວິສາຫະກິດຕ່າງປະເທດ, ຈີນ ມີຕະຫລາດຂະໜາດໃຫຍ່ພິເສດ, ມີຕ່ອງໂສ້ອຸດສາຫະກຳຄົບວົງຈອນ, ມີກຳລັງແຂ່ງຂັນດ້ານການຕະຫລາດຢ່າງເຕັມທີ່ ແລະ ສະພາບການປະຍຸກໃຊ້ທີ່ລ້ຳຍຸກ ເຊິ່ງແມ່ນ “ສະຖານທີ່ທົດລອງທີ່ດີເລີດ” ສຳລັບວິສາຫະກິດທົ່ວໂລກ. ບໍລິສັດ Arcwell ເຊິ່ງເປັນຍີ່ຫໍ້ສຳຄັນເພື່ອສຸຂະພາບຂອງການາດາ ໄດ້ເຂົ້າຮ່ວມງານວາງສະແດງເປັນຄັ້ງທຳອິດ ກໍໄດ້ເຊັນສັນຍາຮ່ວມມືຍຸດທະສາດກັບບໍລິສັດຈຳໜ່າຍຫລັກຂອງຈີນ, ກຸ່ມບໍລິສັດ CP ຂອງໄທ ໄດ້ດຳເນີນໂຄງການລົງທຶນຂະໜາດໃຫຍ່ຫລາຍໂຄງການຢູ່ຈີນ ຢ່າງຕໍ່ເນື່ອງ, ບໍລິສັດ Estée Lauder ຂອງອາເມຣິກາ ຕົກລົງສ້າງສູນກາງທ່ອງທ່ຽວສ່ວນບຸກຄົນຂອງທົ່ວໂລກຢູ່ເກາະໄຫຫລຳ. ນັກທຸລະກິດທີ່ເຂົ້າຮ່ວມງານວາງສະແດງໄດ້ກາຍເປັນນັກລົງທຶນເກີດຂຶ້ນຢ່າງຕໍ່ເນື່ອງ ເຊິ່ງໄດ້ສະແດງໃຫ້ເຫັນວິສາຫະກິດຕ່າງປະເທດ ມີຈຸດປະສົງຢາກພັດທະນາຢູ່ຈີນ ເປັນເວລາຍາວນານ.
ວັນທີ 15 ເມສານີ້, ງານວາງສະແດງສິນຄ້າຂາເຂົ້າ-ຂາອອກຈີນ ຄັ້ງທີ 139 ໄດ້ຈັດຂຶ້ນຢູ່ນະຄອນກວາງໂຈ່ວ. ງານວາງສະແດງຕ່າງໆໄດ້ຈັດຂຶຶ້ນຢ່າງຕໍ່ເນື່ອງ ສະແດງໃຫ້ເຫັນວ່າ ຈີນ ໄດ້ເປີດກວ້າງ ການເປີດປະຕູສູ່ພາຍນອກຢ່າງບໍ່ຢຸດຢັ້ງ. ໃນຖານະເປັນຜູ້ມີສ່ວນຮ່ວມສຳຄັນໃນຂະບວນການຫັນເປັນຄວາມທັນສະໄໝແບບຈີນ, ວິສາຫະກິດຕ່າງປະເທດ ຈະຮ່ວມກັນສ້າງອະນາຄົດກັບຈີນ ທີ່ດີງາມກວ່າເກົ່າ.

