ແຫລ່ງຂ່າວຈາກ ແຂວງຫລວງພະບາງ ໃຫ້ຮູ້ວ່າ: ພິທີອາຣາດຖະນາອົງພະເຈົ້າໝ່ານ ອົງພະທີ່ສັກສິດ ອັນເປັນທີ່ເຄົາລົບ-ນົບໄຫວ້ຂອງປວງຊົນລາວ ໂດຍສະເພາະຊາວຫລວງພະບາງ ເມືອງມໍລະດົກໂລກ ຈາກຫໍພະໝ່ານ ພາຍໃນວັດຊຽງທອງ ນະຄອນຫລວງພະບາງ ຈັດຂຶ້ບໃນຕອນເຊົ້າວັນທີ 22 ເມສາ 2026 ເລີ່ມຈາກພະເຖຣະ ໄດ້ນຳພາພຸດທະສາສະນິກະຊົນ ກ່າວຄຳອາຣາດຖະນາອົງພະເຈົ້າໝ່ານ ຈາກຫໍພະໝ່ານ ລົງມາປະດິດສະຖານ ທີ່ຫໍສົງຂອງວັດຊຽງທອງ.
ຈາກນັ້ນ ໄດ້ມີພິທີແຫ່ອ້ອມພັດທະສີມມາ 3 ຮອບ, ປະກອບມີຂະບວນເປົ່າຫອຍສັງ-ຕີຄ້ອງ, ຂະບວນພະເຖຣະ ນຳພາໂດຍ ສາທຸ ອ່ອນແກ້ວ ກິດຕິພັດໂທ ປະທານອົງການພຸດທະສາສະໜາສຳພັນລາວ ແຂວງຫລວງພະບາງ, ຂະບວນການນຳ-ມວນຊົນທົ່ວໄປ ນຳພາໂດຍ ທ່ານ ຊາຍພອນ ຈັນທຸມມາ ກຳມະການປະຈຳພັກແຂວງ, ເລຂາຄະນະບໍລິຫານງານພັກ ນະຄອນຫລວງພະບາງ, ພ້ອມດ້ວຍຄະນະນຳນະຄອນ ແລະ ມວນຊົນຊາວຫລວງພະບາງ ເຂົ້າຮ່ວມເປັນຈຳນວນຫລວງຫລາຍ. ພາຍຫລັງແຫ່ຄົບ 3 ຮອບແລ້ວ ໄດ້ອັງເຊີນອົງພະເຈົ້າໝ່ານ ຂຶ້ນປະທັບໃນຫໍສົງ ແລະ ພະສົງ-ສາມະເນນ ໄດ້ນຳພາພຸດ ທະສາສະນິກະຊົນ ກ່າວຄຳຄາລະວະ ກ່ອນດຳເນີນການຫົດສົງຢ່າງເປັນທາງການ ຊຶ່ງການຫົດສົງອົງພະໝ່ານ ຈະດຳເນີນໄປຈົນເຖິງຕອນແລງວັນທີ 26 ເມສາ ຈຶ່ງຈະມີພິທີອາຣາດທະນາ ອົງພະເຈົ້າໝ່ານ ກັບຄືນປະດິດສະຖານຢູ່ຫໍຕາມເດີມ.

ນອກຈາກການຫົດສົງອົງພະໝ່ານ, ໄດ້ມີການຕັ້ງກອງບຸນ 84.000 ພະທັມມະຂັນ ປະຈໍາປີ 2026 ທີ່ວັດຊຽງທອງ ເພື່ອລະດົມວັດຖຸ-ປັດໄຈ ຊຸກຍູ້ພຸດທະສາສະໜາຢູ່ພາຍໃນແຂວງ ຊຶ່ງປີນີ້ ໄດ້ມີພຸດທະສາທະນິກະຊົນທັງພາຍໃນ-ຕ່າງປະເທດ ແລະ ພາຍໃນແຂວງຮ່ວມອານຸໂມທະນາຈັດຕັ້ງກອງບຸນ. ສະນັ້ນ, ຂໍຮຽກຮ້ອງໃຫ້ມວນຊົນຊາວຫລວງພະບາງ ລວມທັງແຂກພາຍໃນ ແລະ ຕ່າງປະເທດ ພ້ອມກັນອານຸໂມທະນາບຸນ ແລະ ຮ່ວມຫົດສົງອົງພະໝ່ານ ເພື່ອໃຫ້ເກີດຄວາມເປັນສລິມຸງຄຸນ ແກ້ຕົນເອງ-ຄອບຄົວ ແລະສັງຄົມ.

