Homeຂ່າວພາຍໃນສະຫລຸບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ປະຈໍາງວດ I ປີ 2026

ສະຫລຸບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ປະຈໍາງວດ I ປີ 2026

ກອງປະຊຸມສະຫລຸບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ແຜນງົບປະ ມານແຫ່ງລັດ ປະຈໍາງວດ I ແລະ ທິດທາງປະຈຳງວດ II ປີ 2026 ຈັດຂຶ້ນໃນວັນທີ 21 ເມສາ 2026 ໂດຍການເປັນປະທານຂອງ ທ່ານ ສັນຕິພາບ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະ ຊວງການເງິນ, ມີຮອງລັດຖະມົນຕີ, ຄະນະກົມອ້ອມຂ້າງກະຊວງ, ຄັງເງິນແຫ່ງຊາດປະຈຳແຂວງ ແລະ ນະຄອນຫລວງວຽງຈັນ ເຂົ້າຮ່ວມ ແບບເຊິ່ງໜ້າ ແລະ ອອນລາຍ ທົ່ວປະເທດ.

ໂອກາດນີ້, ທ່ານ ສັນຕິພາບ ພົມວິຫານ ໄດ້ສະຫລຸບຕີລາຄາການຈັດຕັ້ງປະຕິບັດແຜນພັດທະ ນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ແຜນງົບປະມານແຫ່ງລັດ ປະຈໍາງວດ I ແລະ ທິດທາງແຜນ ການປະຈໍາງວດ II ປີ 2026, ພ້ອມນີ້ຍັງພ້ອມກັນລົງເລິກຄົ້ນຄວ້າ, ປະກອບຄໍາເຫັນ ເພື່ອຄວາມເປັນເອກະພາບໃນການຊອກຫາວິທີທາງອອກໃນການແກ້ໄຂບັນຫາ ແລະ ຂໍ້ຄົງຄ້າງຕ່າງໆໃຫ້ສໍາເລັດຢ່າງຂາດຕົວຕາມທິດນໍາໃນການສ້າງບາດລ້ຽວໃໝ່ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງ ຄົມແຫ່ງຊາດ ແລະ ແຜນງົບປະມານແຫ່ງລັດປະຈໍາປີ 2026 ບົນພື້ນຖານຫລັກການ ການສ້າງເສດ ຖະກິດເອກະລາດ ເປັນເຈົ້າຕົ້ນເອງ (ລາຍຮັບພາຍໃນກຸ້ມລາຍຈ່າຍປົກກະຕິພາຍໃນ ແລະ ມີສ່ວນເກີນດຸນ ເພື່ອສະສົມໃນການແກ້ໄຂໜີ້ສິນພາຍໃນ ແລະ ຕ່າງປະເທດ) ເພື່ອຮັບປະກັນໃຫ້ ສປປ ລາວ ມີຄວາມຍືນຍົງດ້ານງົບປະມານ, ມີທຶນສະສົມໄວ້ເພື່ອແກ້ໄຂສະພາບຄວາມຫຍຸ້ງຍາກ ທີ່ອາດຈະເກີດຂຶ້ນໃນອະນາຄົດ ຈາກປັດໄຈທັງພາຍໃນ ແລະ ພາຍນອກ. ປີ 2026 ເປັນປີທີ່ມີຄວາມໝາຍຄວມສໍາຄັນຫລາຍ, ເປັນປີລິເລີ່ມຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030). ການຈັດຕັ້ງປະຕິບັດແຜນງານດັ່ງກ່າວ ງວດທີ I ຂອງປີ 2026 ຊຶ່ງມີທັງດ້ານດີ, ກາ ລະໂອກາດ ແລະ ສິ່ງທ້າທາຍ ໂດຍສະເພາະບັນຫາວິກິດສົງຄາມຢູ່ຕາເວັນອອກກາງ ໄດ້ສົ່ງຜົນກະທົບດ້ານລົບບໍ່ໜ້ອຍຕໍ່ການ ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ.

ໃນທ່າມກາງສະພາບການດັ່ງກ່າວ, ຂະແໜງການເງິນ ສາມາດຈັດຕັ້ງປະຕິບັດບາງຄາດໝາຍເສດຖະກິດມະຫາພາກ ໄດ້ບັນລຸຄາດໝາຍໄດ້ໃນເບື້ອງຕົ້ນ ໂດຍສະເພາະ ອັດຕາການຂະຫຍາຍຕົວເສດຖະກິດ (GDP) ຂະຫຍາຍຕົວ 5,5% ໃນໄຕມາດ I ປີ 2026, ອັດຕາເງິນເຟີ້ ໃນໄຕມາດ I ປີ 2026 ສະເລ່ຍຢູ່ທີ່ລະດັບ 7% ຊຶ່ງຢູ່ໃນລະດັບໜຶ່ງຕົວເລກ ຕາມແຜນມະຕິສະພາແຫ່ງຊາດຮັບຮອງ (ທຽບໃສ່ອັດຕາເງິນເຟີ້ໄຕມາດ I ປີ 2025 ແມ່ນ 13,1%); ດ້ານລາຍຮັບງວດ I ປີ 2026 ສາມາດຈັດເກັບລາຍຮັບໄດ້ລື່ນແຜນ(ຈັດເກັບໄດ້ 112% ຂອງແຜນງວດ I, ເທົ່າກັບ 52% ຂອງແຜນ 6 ເດືອນຕົ້ນປີ ແລະ ເທົ່າກັບ 28% ຂອງແຜນການປີ ຫລື ເທົ່າກັບ 5,68% ຂອງ GDP (ທຽບໃສ່ໄລຍະດຽວກັນເພີ່ມຂຶ້ນ 15%), ດ້ານລາຍຈ່າຍງົບປະມານປະຕິບັດໄດ້ 41% ເທົ່າກັບ 21% ຂອງແຜນ 6 ເດືອນຕົ້ນປີ ແລະ ເທົ່າກັບ 11% ຂອງແຜນການປີ. ນອກຈາກນີ້, ບາງຄາດໝາຍເສດຖະກິດມະຫາພາກ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ການຈັດຕັ້ງປະຕິບັດແຜນງົບ ປະມານແຫ່ງລັດໃນ 3 ເດືອນຕົ້ນປີ 2026 ຍັງສາມາດຂະຫຍາຍຕົວຢູ່ໃນລະດັບຄາດໝາຍທີ່ວາງໄວ້, ແຕ່ສະພາບເສດຖະກິດລາວ ຍັງເປັນເສດຖະກິດທີ່ອ່ອນໄຫວ ແລະ ໄດ້ຮັບຜົນກະທົບຢ່າງແຮງຕໍ່ກັບວິກິດສົງຄາມຢູ່ຕາເວັນອອກກາງທີ່ຍັງສືບຕໍ່ແກ່ຍາວ ຊຶ່ງຈະເຮັດໃຫ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ໃນໄລຍະຕໍ່ໜ້າ ຈະພົບພໍ້ຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫລາຍຢ່າງ ເປັນຕົ້ນ ອັດຕາເງິນເຟີ້ ຈະເພີ່ມສູງຂຶ້ນໃນໄຕມາດ II ປີ 2026 ເນື່ອງຈາກວ່າລາຄານໍ້າ ມັນເຊື້ອໄຟເພີ່ມຂຶ້ນເປັນເທົ່າຕົວ ໃນທ້າຍເດືອນມີນາເປັນຕົ້ນມາ ຊຶ່ງເປັນປັດໄຈຫລັກ ທີ່ຈະເຮັດໃຫ້ຕົ້ນທຶນການຜະລິດສູງຂຶ້ນ, ເຮັດໃຫ້ລາຄາສິນຄ້າ ແລະ ບໍລິການປະເພດອື່ນໆ ເພີ່ມຂຶ້ນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments