ໃນໂອກາດລົງເຄື່ອນໄຫວເຮັດວຽກຢູ່ແຂວງຈຳປາສັກ ໃນວັນທີ 21 ເມສາ 2026 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ເນັ້ນໃຫ້ການນຳ, ພະນັກງານຫລັກແຫລ່ງພາຍໃນ ແຂວງຈຳປາສັກ ສືບຕໍ່ຍູ້ແຮງວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບວຽກງານພັດທະນາ ຊົນ ນະບົດຮອບດ້ານ, ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງໃຫ້ແຂງແຮງຕໍ່ເນື່ອງ, ໃຫ້ຖືວ່າວຽກງານຫັນລົງກໍ່ສ້າງຮາກຖານການເມືອງ ແມ່ນວຽກງານທີ່ເປັນມາດຕະການຍຸດທະສາດສໍາຄັນພື້ນຖານ, ທັງເປັນແບບແຜນນໍາພາຂອງພັກ ຊຶ່ງຄະນະພັກ, ອໍານາດການປົກຄອງທຸກຂັ້ນ, ທຸກຂະແໜງການ ຕ້ອງມີຄວາມຮັບຜິດຊອບໂດຍກົງ ຕໍ່ວຽກງານຫັນລົງກໍ່ສ້າງຮາກຖານ ການເມືອງໃນທ້ອງຖິ່ນຂອງຕົນ.
ພ້ອມນີ້, ກໍໃຫ້ສືບຕໍ່ວຽກງານກໍ່ສ້າງພັກທາງດ້ານການເມືອງ-ແນວຄິດ ໃນເງື່ອນໄຂສະພາບການ ໃໝ່ ໂດຍສືບຕໍ່ເພີ່ມທະວີວຽກງານສຶກສາອົບຮົມນໍາພາການເມືອງ-ແນວຄິດ ໃຫ້ແກ່ສະມາຊິກພັກ, ພະນັກງານ, ລັດຖະກອນ, ທະຫານ-ຕຳຫລວດ, ປະຊາຊົນບັນດາເຜົ່າ ແລະ ຊັ້ນຄົນຕ່າງໆ ໃຫ້ຮັບຮູ້ເຂົ້າໃຈສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນຢູ່ປະເທດ, ບົນພື້ນຖານດັ່ງກ່າວ ປຸກລະ ດົມຊຸກຍູ້ສະມາຊິກພັກ, ພະນັກງານ ເສີມຂະຫຍາຍຈິດໃຈເອກະລາດເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຍູ້ແຮງການຜະລິດ, ແກ້ໄຂຊີວິດການເປັນຢູ່ໃຫ້ດີຂຶ້ນ, ຜະລິດເປັນສິນຄ້າເພື່ອສົ່ງອອກ ແລະ ທົດແທນການນໍາເຂົ້າໃຫ້ຫລາຍຕາມທ່າແຮງທີ່ມີ; ໃຫ້ຖືສໍາຄັນການສຶກສາ, ສືບຕໍ່ຫັນເອົາພະນັກງານ-ນັກຮົບໃນສອງກໍາລັງ ລົງກໍ່ສ້າງຮາກຖານການເມືອງ ໂດຍສະເພາະບໍລິເວນທີ່ຫລໍ່ແຫລມ, ເຂດຊາຍແດນ, ຕອບຕ້ານທຸກກົນອຸບາຍມ້າງເພຂອງກຸ່ມຄົນບໍ່ຫວັງດີ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ເພື່ອຮັບປະກັນໃຫ້ແຂວງມີຄວາມສະຫງົບ ແລະ ສັງຄົມມີຄວາມເປັນ ລະບຽບ ຮຽບຮ້ອຍໂດຍພື້ນຖານ, ຍົກສູງຄວາມຮັບຜິດຊອບຂອງຄະນະພັກທຸກຂັ້ນ, ແຕ່ຂັ້ນແຂວງລົງຮອດຮາກຖານ ສືບຕໍ່ຍົກລະດັບການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ໃຫ້ແຂງແຮງກວ່າເກົ່າ, ເຮັດໃຫ້ເປັນໜ້າທີ່, ເປັນຂະບວນການລວມກວ້າງຂວາງຂອງທົ່ວສັງຄົມ; ຍົກສູງຄວາມເປັນເຈົ້າການໃນວຽກງານປົກປ້ອງອະທິປະໄຕເຂດນໍ້າແດນດິນໃຫ້ໝັ້ນຄົງ, ຊອກວິທີການສະກັດກັ້ນບັນດາ ການເຄື່ອນ ໄຫວກໍ່ຄວາມບໍ່ສະຫງົບ ແລະ ຄວາມບໍ່ເປັນລະບຽບຮຽບຮ້ອຍບໍລິເວນຊາຍແດນທີ່ມີປະສິດທິຜົນກວ່າເກົ່າ; ຕ້ອງສຸມໃສ່ເສີມຂະຫຍາຍທ່າແຮງ, ມູນເຊື້ອ ແລະ ຄວາມອາດສາມາດບົ່ມຊ້ອນ ໂດຍສະ ເພາະຄວາມໄດ້ປຽບດ້ານທີ່ຕັ້ງຍຸດທະສາດຂອງແຂວງ, ດິນຟ້າອາກາດ ກໍຄື ຄວາມດຸໝັ່ນຂະຫຍັນພຽນຂອງຊາວແຂວງຈໍາປາສັກ; ຕ້ອງຍູ້ແຮງດຶງດູດການລົງທຶນທັງພາຍໃນ ແລະ ຕ່າງປະເທດ ໄປພ້ອມກັບການສ້າງພື້ນຖານໂຄງລ່າງທີ່ຈຳເປັນ ແລະ ບຸກຄະລາກອນທັງດ້ານປະລິມານ ແລະ ຄຸນນະພາບຮອງຮັບ. ອັນສໍາຄັນ, ໃຫ້ສືບຕໍ່ເອົາໃຈໃສ່ສົ່ງເສີມການຜະລິດສະອາດ, ປອດສານຜິດທີ່ເຮັດເປັນກຸ່ມຮ່ວມມືຂອງປະຊາຊົນ, ສະຫະກອນ ຫລື ເຮັດເປັນສະມາຄົມຂອງເມືອງ, ແຂວງ ໂດຍການມີສ່ວນຮ່ວມຂອງພາກລັດ, ຜູ້ປະກອບການ, ນັກວິຊາການເຕັກນິກ ແລະ ປະຊາຊົນຢ່າງກົມກຽວ. ໄປຄຽງຄູ່ກັບການຊຸກ ຍູ້ສົ່ງເສີມການທ່ອງທ່ຽວທີ່ມີທ່າແຮງ ແລະ ມີຊື່ສຽງຂອງແຂວງໃຫ້ກາຍເປັນຂະແໜງການສົ່ງອອກກັບທີ່ ທີ່ແຂງແຮງກວ່າເກົ່າ; ສືບຕໍ່ສຸມໃສ່ເກັບລາຍຮັບ ແລະ ປະຕິບັດລາຍຈ່າຍ ໃຫ້ໄດ້ຕາມແຜນການ ຫລື ລື່ນແຜນການປີ, ເພີ່ມທະວີການຄຸ້ມຄອງແຜນການ-ການເງິນ, ແຫລ່ງລາຍຮັບປະເພດຕ່າງໆ ໂດຍສະ ເພາະບັນດາດ່ານເຂົ້າ-ອອກປະເທດ ຕາມກົນໄກທີ່ເຂັ້ມງວດ, ໂປ່ງໃສ, ອັດການຮົ່ວໄຫລ ຂອງງົບປະມານ ແລະ ປະຕິບັດວິໄນ ແຜນການ-ການເງິນ ຢ່າງເຄັ່ງຄັດ.

ສຸມໃສ່ປະຕິບັດບັນດາຄາດໝາຍຕົວຊີ້ວັດ ການພັດທະນາແບບຍືນຍົງໃນດ້ານການສຶກສາ, ສືບ ຕໍ່ປັບປຸງສະຫວັດດີການສັງຄົມໃຫ້ກວ້າງຂວາງ ແລະ ບັນດາຄາດໝາຍຕ່າງໆທີ່ບໍ່ທັນບັນລຸ, ເອົາໃຈໃສ່ສຶກສາອົບຮົມປະຊາຊົນບັນດາເຜົ່າ ໃຫ້ເຂົ້າໃຈກ່ຽວກັບມູນເຊື້ອຮັກຊາດ, ມູນເຊື້ອຂອງທ້ອງຖິ່ນ, ມູນ ເຊື້ອແຫ່ງຄວາມສາມັກຄີຮັກແພງກັນ, ຊ່ວຍເຫລືອເພື່ອແຜ່ກັນ, ຢູ່ຮ່ວມກັນດ້ວຍຄວາມປອງດອງ ແລະ ພ້ອມກັນພັດທະນາບ້ານຊ່ອງ ແລະ ປະເທດຊາດ; ຕັ້ງໜ້າປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອວັດທະນາທໍາ ກໍຄື ຮີດຄອງປະເພນີອັນດີງາມຂອງຊາດ ແລະ ຂອງແຂວງໃຫ້ສືບເນື່ອງຕໍ່ໄປ, ເອົາໃຈໃສ່ການຄຸ້ມຄອງ-ດັດສົມການພັດທະນາສີມືແຮງງານ ເພື່ອສະໜອງກັບຄວາມຕ້ອງການຂອງຕະ ຫລາດແຮງງານ ກໍຄື ໂຄງການລົງທຶນຕ່າງໆຢູ່ພາຍໃນແຂວງທີ່ມີໃນປັດຈຸບັນ ແລະ ອະນາຄົດ; ສ້າງທຸກເງື່ອນໄຂໃຫ້ພົນລະເມືອງມີວຽກເຮັດງານທໍາ ເພື່ອແກ້ໄຂສະກັດກັ້ນໄພຫວ່າງງານ ແລະ ການຫລັ່ງໄຫລໄປອອກແຮງງານຢູ່ຕ່າງແຂວງ ແລະ ຕ່າງປະເທດ, ເອົາໃຈໃສ່ໃນການພັດທະນາສີມືແຮງງານ ໃຫ້ມີຄຸນນະພາບ, ຫລາກຫລາຍອາຊີບ ດ້ວຍການປັບປຸງກົນໄກພັດທະນາສີມືແຮງງານຂອງພາກລັດ ແລະ ພາກເອກະຊົນ ໃຫ້ມີຄວາມກົມກຽວ ແລະ ວຽກງານສຳຄັນອື່ນໆອີກ; ເພີ່ມທະວີໃນການຈັດຕັ້ງປະຕິບັດ ຄໍາສັ່ງ ສະບັບເລກທີ 46/ນຍ, ລົງວັນທີ 13 ເມສາ 2026 ວ່າດ້ວຍການຕ້ານ ແລະ ສະກັດກັ້ນການລັກລອບຂຸດຄົ້ນປຸງແຕ່ງ, ເກັບຊື້-ຂາຍ, ນໍ້າເຂົ້າ-ສົ່ງ ອອກແຮ່ທາດ ແລະ ຜະລິດຕະພັນແຮ່ທາດຕ່າງໆ ທີ່ບໍ່ຖືກຕ້ອງຕາມກົດໝາຍ ແລະ ລະບຽບການໃນຂອບເຂດທົ່ວປະເທດ; ການສ້າງແບບ ແຜນວິທີເຮັດວຽກ ແລະ ການພົວພັນປະສານງານ ລະຫວ່າງ ເລຂາຄະນະບໍລິຫານງານພັກ ກັບປະທານຄະນະ ກຳມະການປົກຄອງນະຄອນຫລວງ, ແຂວງໃຫ້ສອດຄ່ອງກັບສະພາບຕົວຈິງ; ເອົາໃຈໃສ່ໃນການຫັນເປັນດີຈິຕອນຕາມສາມເສົາຄໍ້າ: ລັດຖະບານດີຈິຕອນ, ເສດຖະກິດດີຈິຕອນ ແລະ ສັງຄົມດີຈິຕອນ; ໃຫ້ຮີບຮ້ອນຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວທົ່ວປະເທດ ຄັ້ງທີ XII ຂອງພັກມະຕິກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກແຂວງ ດ້ວຍການຈັດຕັ້ງເຜີຍແຜ່, ເຊື່ອມຊຶມ ໃນຄະນະບໍລິຫານງານພັກແຂວງລົງໄປເຖິງຄະນະພັກແຕ່ລະຂັ້ນ, ສະມາຊິກພັກ, ພະນັກງານ ກໍຄື ປະຊາ ຊົນບັນດາເຜົ່າໃຫ້ເລິກເຊິ່ງ ແລະ ທົ່ວເຖິງ, ຫັນໃຫ້ເປັນແຜນງານ, ໂຄງການວຽກງານ ແລະ ຫັນເປັນນິຕິກຳລະອຽດ ເຂົ້າສູ່ການກະທໍາຕົວຈິງ; ຄະນະພັກທຸກຂັ້ນຕ້ອງຍຶດໝັ້ນ ແລະ ປະຕິບັດຢ່າງເຂັ້ມງວດບັນດາ 5 ຫລັກການ, 3 ທິດນໍາ ໃນການຈັດຕັ້ງ ແລະ ການເຄື່ອນໄຫວ ລວມທັງລະບອບແບບແຜນນໍາພາ, ວິທີເຮັດວຽກຂອງພັກ, ເດັດຂາດສະກັດກັ້ນ, ຕ້ານ ແລະ ແກ້ໄຂ ຕໍ່ການປະພຶດແບບອາດຍາສິດ, ສໍ້ລາດບັງຫລວງ, ເສື່ອມຄຸນປ່ຽນທາດ, ຫັນປ່ຽນດ້ວຍຕົນເອງ ຂອງສະມາຊິກພັກ; ຕ້ອງເປັນຄັນທຸງນໍາໜ້າ, ເປັນແກນນໍາໃນລະບົບການເມືອງຢ່າງແທ້ຈິງ, ສ້າງໃຫ້ໄດ້ຄວາມເຊື່ອໝັ້ນ ແລະ ສັດທາຂອງປະ ຊາຊົນສູງຂຶ້ນກວ່າເກົ່າ; ປະຕິບັດຕາມການແບ່ງວຽກ, ແບ່ງຄວາມຮັບຜິດຊອບ ພາຍໃນຄະນະບໍລິຫານງານພັກ, ຄະນະປະຈຳພັກແຂວງ, ໃນໝູ່ຄະນະ ຫລື ການຈັດຕັ້ງ ກໍຄື ຂັ້ນເທິງມອບໝາຍ ໃຫ້ສະຫາຍໃດ ຮັບຜິດຊອບວຽກງານອັນໃດ, ຂົງເຂດ, ຂະແໜງການໃດ ກໍຕ້ອງເຊີດຊູຄວາມເປັນເຈົ້າການຕໍ່ໜ້າທີ່ ການເມືອງ, ເອົາໃຈໃສ່ປະຕິບັດດ້ວຍຄວາມຮັບຜິດຊອບສູງ, ທຸ້ມເທເຫື່ອແຮງ, ສະຕິປັນຍາ, ຄວາມຮູ້-ຄວາມສາມາດ, ມີຄວາມເສຍສະລະ ເພື່ອເຮັດສຳເລັດໜ້າທີ່ ທີ່ຖືກມອບໝາຍ.

