ການເດີນທາງໄປຢ້ຽມຢາມ ສປ ຈີນ ຂອງ ທ່ານ ໂຕເລິມ ເລຂາທິການໃຫຍ່ ປະທານປະເທດ ສສ ຫວຽດນາມ. ໃນລະຫວ່າງ ວັນທີ 14-17 ເມສາ 2026 ນີ້. ໂດຍໄດ້ຮັບການຕ້ອນຮັບຢ່າງສົມກຽດ ແລະ ອົບອຸ່ນ ຈາກ ທ່ານ ສີຈີ້ນຜິງ ເລຂາທິການໃຫ່ຍປະທານປະເທດ ສປ ຈີນ ແມ່ນການເພີ່່ມທະວີການຮ່ວມມືສ້າງປະຫວັດສາດໜ້າໃໝ່ ໃນສະພາບຂອງໂລກທີ່ມີຄວາມສັບສົນ ຊຶ່ງໄດ້ສ້າງຜົນກະທົບຢ່າງໜັກໜ່ວງຕໍ່ຫລາຍປະເທດໃນໂລກ. ນີ້ແມ່ນການເດີນທາງມາຢ້ຽມຢາມທາງລັດຖະກິດ ຄັ້ງທຳອິດ ຂອງທ່ານ ໂຕເລີມ ໃນຖານະຕຳແໜ່ງສູງສຸດຂອງພັກ, ລັດ ສສ ຫວຽດນາມ; ຫຼັງຈາກການມາຢ້ຽມຢາມທາງລັດຖະກິດ ສສ ຫວຽດນາມ ຂອງທ່ານ ສີຈີ້ນຜິງ ຄົບຮອບ 1 ປີ.ຜູ້ນໍາລະດັບສູງສອງປະເທດ ຂອງ ສສ ຫວຽດນາມ-ສປ ຈີນ ໄດ້ພົບປະແລກປ່ຽນໃນຫລາຍບັນຫາທີ່ຕ່າງຝ່າຍຕ່າງໃຫ້ຄວາມສົນໃຈ ພ້ອມທັງຊອກວິທີຮັບມື ເພື່ອຄວາມໝັ້ນຄົງຂອງຊາດ ແລະ ເພື່ອສັນຕິພາບຂອງໂລກ.
ໃນໂອກາດພົບປະຂອງການນໍາຂັ້ນສູງ ສສ ຫວຽດນາມ ແລະ ຈີນຄັ້ງນີ້ ຍັງໄດ້ເຊັນສັນຍາຮ່ວມມືກັນຫລາຍສະບັບ ກວມເອົາດ້ານການເມືອງ, ການທະຫານ, ເສດຖະກິດ, ວິທະຍາສາດເຕັກໂນໂລຊີ, ອິນເຕີເນັດ, ຂໍ້ມູນ, ປັນຍາປະດິດ ແລະ ອື່ນໆ. ບັນດາເອກະສານທີໄດ້ເຊັນກັນ ລວມມີແຜນການຮ່ວມມືລະຫວ່າງພັກກອມມູນິດຈີນ ແລະ ພັກກອມມູນິດຫວຽດນາມ (2026) ບົດບັນທຶກຄວາມເຂົ້າໃຈ ກ່ຽວກັບການຮ່ວມມືລະຫວ່າງກົມຈັດຕັ້ງ ຂອງຄະນະກຳມະການສູນກາງພັກກອມມູນິດຈີນ ແລະ ກົມຈັດຕັ້ງຂອງຄະນະກຳມະການສູນກາງພັກກອມມູນິດຈີນ (2026-2030) ສັນຍາຮ່ວມມືລະຫວ່າງກົມສາກົນຂອງຄະນະກຳມະການສູນກາງພັກກອມມູນິດຈີນ ແລະ ກະຊວງການຕ່າງປະເທດຫວຽດນາມ, ບົດບັນທຶກຄວາມເຂົ້າໃຈລະຫວ່າງລັດຖະບານ ສາທາລະນະລັດ ປະຊາຊົນຈີນ ແລະ ລັດຖະບານ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ກ່ຽວກັບການຮ່ວມມືພາຍໃຕ້ຂອບຂອງຂໍ້ລິເລີ່ມຄວາມໝັ້ນຄົງທົ່ວໂລກ. ໃບຢັ້ງຢືນການມອບໂອນລະຫວ່າງລັດຖະບານສາທາລະນະລັດ ປະຊາຊົນຈີນ ແລະ ລັດຖະບານ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ກ່ຽວກັບໂຄງການສຶກສາຄວາມເປັນໄປໄດ້ຂອງທາງລົດໄຟລາວກາຍ-ຮ່າໂນ້ຍ-ຫາຍຟ່ອງ. ສັນຍາລະຫວ່າງລັດຖະບານ ສາທາລະນະລັດ ປະຊາຊົນຈີນ ແລະ ລັດຖະບານ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ກ່ຽວກັບການຮ່ວມມືດ້ານພາສີ ແລະ ການຊ່ວຍເຫຼືອດ້ານການບໍລິຫານ, ບົດບັນທຶກຄວາມເຂົ້າໃຈ ລະຫວ່າງກະຊວງອຸດສາຫະກຳ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານ ຂອງສາທາລະນະລັດ ປະຊາຊົນຈີນ ແລະ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຂອງສາທາລະນະລັດ ສັງຄົມນິຍົມຫວຽດນາມ ກ່ຽວກັບການຮ່ວມມືດ້ານເຕັກໂນໂລຊີດີຈີຕອນ. ອະນຸສັນຍາລະຫວ່າງກະຊວງຄວາມໝັ້ນຄົງ ສາທາລະນະ ຂອງສາທາລະນະລັດປະຊາຊົນຈີນ ແລະ ກະຊວງຄວາມໝັ້ນຄົງ ສາທາລະນະ ຂອງສາທາລະນະລັດ ສັງຄົມນິຍົມຫວຽດນາມ ກ່ຽວກັບການສ້າງຕັ້ງ, ການດຳເນີນງານ ແລະ ການບຳລຸງຮັກສາສາຍດ່ວນລະດັບລັດຖະມົນຕີ. ບົດບັນທຶກຄວາມເຂົ້າໃຈລະຫວ່າງກະຊວງຍຸຕິທຳແຫ່ງສາທາລະນະລັດ ປະຊາຊົນຈີນ ແລະ ກະຊວງຍຸຕິທຳ ແຫ່ງສາທາລະນະລັດ ສັງຄົມນິຍົມຫວຽດນາມ ກ່ຽວກັບການຮ່ວມມືໃນການແກ້ໄຂຂໍ້ຂັດແຍ່ງທາງແພ່ງ ແລະ ການຄ້າໃນບັນດາຜູ້ທີ່ອາໄສຢູ່ຕາມຊາຍແດນ, ບົດບັນທຶກການປະຊຸມກວດກາສະຖານທີ່ ກ່ຽວກັບການສຶກສາຄວາມເປັນໄປໄດ້ ຂອງໂຄງການສ້ອມແປງ ແລະ ບຳລຸງຮັກສາພະລາຊະວັງມິດຕະພາບຫວຽດນາມ-ຈີນ ແລະ ເຊັນບົດບັນທຶກອື່ນໆ ອີກລວມທັງໝົດ 32 ສະບັບ.
ການຢ້ຽມຢາມ ສປ ຈີນ ຂອງ ທ່ານ ໂຕເລີມ ຍັງໄດ້ໄປຢ້ຽມຢາມເຂດປົກຄອງຕົນເອງ ເຜົ່າຈ້ວງກວາງຊີ ດ້ວຍລົດໄຟຄວາມໄວສູງ. ໄດ້ໄປຢ້ຽມຢາມມະຫາວິທະຍາໄລກວາງຊີ, ຢ້ຽມຊົມສະຖານທີ່ເກົ່າຂອງໂຮງຮຽນ Guangxi Nanning Yucai (ເມື່ອກ່ອນແມ່ນເຂດໂຮງຮຽນສູນກາງຫວຽດນາມ), ສໍາຄັນອີກອັນໜຶ່ງຍັງໄດ້ເຊັນບົດທຶກລະຫວ່າງກວາງຊີ ຄະນະກຳມະການເຂດປົກຄອງຕົນເອງ ຈ້ວງ ຂອງພັກກອມມູນິດຈີນ ແລະ ຄະນະກຳມະການພັກກອມມູນິດຫວຽດນາມ ຂອງແຂວງກວາງນິງ, ລ້າງເຊີນ, ກາວບັງ, ຕວຽນກວາງ ແລະ ຫາຍຟອງ ກ່ຽວກັບການຮ່ວມມືໃນໂຄງການຝຶກອົບຮົມ (2026-2027). ກ່ຽວກັບການຍົກລະດັບດ່ານຊາຍແດນສອງຝ່າຍ ອ້າຍຕຽນ-ຈີມາ ເປັນດ່ານຊາຍແດນສາກົນ. ແຂວງກວາງຊີ ເປັນແຂວງທີມີທີ່ຕັ້ງສໍາຄັນທີ່ສຸດ ເປັນແຂວງດຽວຂອງປະເທດທີ່ເຊື່ອມຕໍ່ກັບບັນດາປະເທດອາຊຽນ ທັງທາງບົກ ແລະ ທາງທະເລ, ມີຊາຍຝັ່ງທະເລຫຼາຍກວ່າ 1,600 ກິໂລແມັດ, ພື້ນທີ່ທະເລປະມານ 40,000 ຕາລາງກິໂລແມັດ ແລະ ເກາະດອນຫຼາຍກວ່າ 600 ເກາະ. ກວາງຊີເປັນເຂດອຸດສະຫະກໍາຊັ້ນນໍາ ຂອງຈີນ ທີ່ມີມູນຄ່າເກີນ 100 ຕື້ຢວນ. ລວມທັງໂລຫະທີ່ບໍ່ແມ່ນເຫຼັກ, ເຫຼັກກ້າ, ອາຫານ, ລົດຍົນ ແລະ ຂໍ້ມູນເອເລັກໂຕຣນິກ, ມີວິສາຫະກິດອຸດສາຫະກຳຫຼາຍກວ່າ 10,000 ແຫ່ງທີ່ມີຂະໜາດໃຫຍ່ ຈັດຢູ່ໃນອັນດັບທຳອິດຂອງປະເທດໃນການຜະລິດລົດຕັກເຕີ, ການຜະລິດຍານພາຫະນະພະລັງງານໃໝ່. ວິສາຫະກິດຊັ້ນນຳເຊັ່ນ BYD ແລະ Huayi Brothers ກໍ່ມີຖານຜະລິດຂະໜາດໃຫ່ຍເພື່ອສົ່ງອອກ.
ການເດີນທາງໄປຢ້ຽມຢາມ ສປ ຈີນ ຂອງ ທ່ານ ໂຕເລິມແມ່ນຂິດໝາຍເລີ່ມຕົ້ນໃໝ່ໃນການພົວພັນ 2 ຝ່າຍ ໃນສະພາບການທີ່ 2 ປະເທດເຂົ້າສູ່ໄລຍະພັດທະນາໃໝ່: ສສ ຫວຽດນາມເຂົ້າສູ່ສັງກາດໃໝ່ໃນການພັດທະນາຫຼັງຈາກຜົນສຳເລັດຢ່າງຈົບງາມ ຂອງກອງປະຊຸມໃຫຍ່ຕັ້ງທີ 14. ສປ ຈີນກໍເລີ່ມຈັດຕັ້ງຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງ 15; ສະແດງໃຫ້ເຫັນການໃຫ້ບຸລິມະສິດຂອງ 2 ຝ່າຍກໍຄືຄວາມຕັດສິນໃຈໃນການພັດທະນາສາຍພົວພັນສອງຝ່າຍ. ການຢ້ຽມຢາມນີ້ເປັນໂອກາດທີ່ສຳຄັນໃນການຍົກລະດັບສາຍພົວພັນຍຸດທະສາລະຫວ່າງສອງພັກ ແລະ ສອງປະເທດ. ຜູ້ນຳສູງສຸດຂອງສອງພັກ ແລະ ສອງປະເທດຈະຮ່ວມກັນກຳນົດທິດທາງ ແລະ ຄວາມກ້າວໜ້າໃໝ່ໃນການຮ່ວມມືດ້ານເສດຖະກິດ ແລະ ການຄ້າ, ການລົງທຶນ, ການທ່ອງທ່ຽວ, ການສຶກສາ, ການຝຶກອົບຮົມ, ວິທະຍາສາດ ແລະ ເຕັກໂນໂລຊີ.ຈະເປັນການປະກອບສ່ວນເຂົ້າໃນການເສີມສ້າງຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງ, ສົ່ງເສີມແກ້ໄຂຄວາມແຕກຕ່າງ ແລະ ອຸປະສັກທີ່ຍັງຄ້າງຄາ, ເພີ່ມທະວີການແລກປ່ຽນພົບປະລະຫວ່າງປະຊາຊົນ ແລະ ການຮ່ວມມືລະຫວ່າງທ້ອງຖີ່ນ 2 ປະເທດ; ປະກອບສ່ວນເຮັດໃຫ້ສາຍພົວພັນລະຫວ່າງສອງປະເທດມີຄວາມໝັ້ນຄົງ ແລະ ຍືນຍົງຍິ່ງໆ ຂຶ້ນ ແລະ ປະກອບສ່ວນຢ່າງຕັ້ງໜ້າຕໍ່ສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືໃນພາກພື້ນ ແລະ ໃນໂລກ.
ສໍາລັບການຢ້ຽມແຂວງກວາງຊີ ຂອງທ່ານ ໂຕເລີມ ຍ້ອນເປັນແຂວງດຽວ ຂອງຈີນ ທີ່ມີຊາຍແດນທາງບົກ ແລະ ທາງທະເລຕິດກັບຫວຽດນາມ. ເປັນປ່ອງຢ້ຽມຊາຍແດນສຳລັບການແລກປ່ຽນ ແລະ ການຮ່ວມມືລະຫວ່າງຈີນ ແລະ ຫວຽດນາມ, ເໝືອນດັ່ງ ຈີນ ແລະ ອາຊຽນ. ຈະເປັນການສົ່ງເສີມການແລກປ່ຽນວັດທະນະທຳ ແລະ ການຮ່ວມມືໃນຫລາຍດ້ານ, ເປັນແຮງຂັບເຄື່ອນໃຫ້ແກ່ການພັດທະນາ. ເພີ່ມທະວີມິດຕະພາບ, ຄວາມສາມັກຄີ ແລະ ການຮ່ວມມື, ສະໜັບສະໜູນເຊິ່ງກັນແລະ ກັນ ແລະ ປະກອບສ່ວນໃນການສ້າງຊຸມຊົນພາກພື້ນຍຸດທະສາດລະດັບສູງ-ຊຸມຊົນຮ່ວມອະນາຄົດ ສສ ຫວຽດນາມ-ຈີນ.

