ເມື່ອບໍ່ດົນຜ່ານມາ ທີ່ສູນກາງແນວລາວສ້າງຊາດ (ສນຊ), ໄດ້ມີພິທີມອບ-ຮັບເງິນຊ່ວຍເຫຼືອລ້າ ເພື່ອສົມທົບທຶນເຂົ້າໃນການຊ່ວຍເຫຼືອຄອບຄົວ ທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດ ຈຳນວນໜຶ່ງ; ໃນພິທີດັ່ງກ່າວ, ສະມາຄົມຮັກບ້ານເກີດ ຢູ່ສະຫະລັດອາເມຣິກາ ໄດ້ມອບເງິນຊ່ວຍ ເຫຼືອຈຳນວນ 1,500 ໂດລາສະຫະລັດ (ຫຼື ປະມານ 33 ລ້ານກວ່າກີບ); ຕາງໜ້າກ່າວມອບໂດຍ ທ່ານ ສຸລິວັນ ຄຳວົງໄຊ, ທ່ານ ຣີຊາກ ວາງກື ແລະ ທ່ານ Vinny VANG ເຊິ່ງເປັນຜູ້ຕາງໜ້າຂອງ ທ່ານ ເຊັງຊືວ່າງ ປະທານສະມາຄົມຮັກບ້ານເກີດ;

ໃຫ້ກຽດກ່າວຮັບໂດຍ ທ່ານ ວັນດີ ຈັນສົມບັດ ກໍາມະການພັກ ຫົວໜ້າກົມຊັ້ນຄົນ ແລະ ການຈັດຕັ້ງສັງຄົມ ສູນກາງແນວລາວສ້າງຊາດ, ໂດຍມີພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ ເປັນສັກຂີພິ ຍານ; ເງິນຈຳນວນດັ່ງກ່າວ ແມ່ນຈະໄດ້ນຳໄປມອບຕໍ່ໃຫ້ແກ່ຄອບຄົວທີ່ໄດ້ຮັບຜົນກະທົບ ແລະ ໄດ້ຮັບຄວາມເສຍຫາຍຈາກ ໄພພິບັດພາຍຸໝາກເຫັບ ທີ່ເກີດຂຶ້ນໃນວັນທີ 22 ມີນາ 2026 ທີ່ຜ່ານມາ, ເພື່ອເປັນການບັນເທົາທຸກ ແລະ ຊ່ວຍຟື້ນຟູຊີວິດການເປັນຢູ່ໃຫ້ກັບຄືນສູ່ສະພາວະປົກກະຕິໂດຍໄວ.

ໂອກາດນີ້ ທ່ານ ວັນດີ ຈັນສົມບັດ ໄດ້ກ່າວສະແດງຄວາມຂອບໃຈ ແລະ ຍ້ອງຍໍຊົມເຊີຍມາຍັງ ສະມາຄົມຮັກບ້ານເກີດ ທີ່ເຫັນໄດ້ເຖິງຄວາມສຳຄັນ ແລະ ມີນ້ຳໃຈແບ່ງປັນ ເພື່ອຊ່ວຍເຫຼືອພີ່ນ້ອງຊາວລາວດ້ວຍກັນ ໃນຍາມທີ່ປະສົບກັບຄວາມຫຍຸ້ງຍາກຈາກໄພທຳມະຊາດໃນຄັ້ງນີ້; ພ້ອມທັງ ໄດ້ມອບໃບຍ້ອງຍໍ ໃຫ້ ສະມາຄົມຮັກບ້ານເກີດ ຢູ່ສະຫະລັດອາເມຣິກາ ຕື່ມອີກ.
ພາບ,ຂ່າວ: ສນຊ

