Homeຂ່າວຕ່າງປະເທດບໍລິສັດການບິນຫຼາຍແຫ່ງໃນໂລກເຂົ້າສູ່ໄລຍະປ້ອງກັນຕົນເອງເພື່ອໃຫ້ຢູ່ລອດ

ບໍລິສັດການບິນຫຼາຍແຫ່ງໃນໂລກເຂົ້າສູ່ໄລຍະປ້ອງກັນຕົນເອງເພື່ອໃຫ້ຢູ່ລອດ

ຂ່າວສານຊີອາໄອລາຍງານວ່າ: ຫວ່າງມໍ່ໆມານີ້, ຜູ້ຊ່ຽວຊາຍດ້ານອຸດສາຫະກຳການບິນກ່າວວ່າ, ໃນຫຼາຍເດືອນຂ້າງໜ້າ, ນັກທ່ອງທ່ຽວທົ່ວໂລກຕ້ອງທຳໃຈກຽມພ້ອມຮັບມືກັບຖ້ຽວບິນຖືກຍົກເລີກ, ເສັ້ນທາງການບິນຫຼຸດໜ້ອຍລົງ ແລະ ລາຄາປີ້ເຮືອບິນເພີ່ມຂຶ້ນ, ເພາະວ່າບໍລິສັດການບິນຫຼາຍແຫ່ງພວມເຂົ້າສູ່ໄລຍະປ້ອງກັນຕົນເອງເພື່ອໃຫ້ຢູ່ລອດ ໂດຍຜ່ານການຫຼຸດຖ້ຽວບິນໃຫ້ໜ້ອຍລົງ ແລະ ເພີ່ມລາຄາປີ້ເຮືອບິນ ເພື່ອຮັບມືກັບສະພາບການບໍ່ເອື້ອອຳນວຍຕ່າງໆ ຄື: ນ້ຳມັນເຊື້ອໄຟການບິນມີການຕອບສະໜອງບໍ່ພຽງພໍ ແລະ ມີລາຄາເພີ່ມຂຶ້ນຢ່າງຫຼວງຫຼາຍເປັນຕົ້ນ.

ຂ່າວລະບຸວ່າ: ໂຕເລກສະຖິຕິທີ່ເປີດເຜີຍໂດຍສະມາຄົມການຂົນສົ່ງທາງອາກາດສາກົນສະແດງໃຫ້ເຫັນວ່າ, ລາຄານ້ຳມັນເຊື້ອໄຟການບິນແມ່ນຕົ້ນທຶນຈຳນວນໃຫຍ່ສຸດຂອງບໍລິສັດການບິນ ໂດຍກວມເອົາ 30% ຂອງຕົ້ນທຶນທັງໝົດ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments