ໃນວັນທີ 20 ເມສາ 2026 ນີ້, ທ່ານ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງປະທານສູນກາງແນວລາວສ້າງຊາດ (ສນຊ) ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳ ນັບຂອງ ທ່ານ ອັນນິດ ມັດຕາ (H.E. Anis Matta) ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສ ອິນໂດເນເຊຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.

ໂອກາດນີ້, ທ່ານ ລາວປາວຊົ່ງ ນະວົງໄຊ ໄດ້ສະແດງຄວາມຍິນດີຕ້ອນຮັບ, ຊົມເຊີຍ ແລະ ຕີລາຄາສູງ ຕໍ່ຄະນະຜູ້ແທນດັ່ງກ່າວ ທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ ຊຶ່ງເປັນການປະກອບສ່ວນສຳຄັນເຂົ້າໃນການຮັດແໜ້ນການພົວພັນຮ່ວມມືລະຫວ່າງ ສປປ ລາວ ແລະ ອິນໂດເນເຊຍ ໃຫ້ນັບມື້ນັບເເໜ້ນແຟ້ນຍິ່ງຂຶ້ນ ໂດຍສະເພາະ ແມ່ນການພົວພັນຮ່ວມມືລະຫວ່າງສອງປະເທດ ເປັນຕົ້ນ ການສ້າງຄວາມເຂົ້າອົກເຂົ້າໃຈກັນ ລະຫວ່າງຊຸມຊົນຢູ່ ບັນດາປະເທດອາຊຽນ ທາງດ້ານຄວາມເຊື່ອຖືສາສະໜາ ແລະ ວັດທະນະທຳທີ່ເປັນເອກະລັກແຕກຕ່າງກັນ ແຕ່ສາມາດຢູ່ຮ່ວມກັນໄດ້ດ້ວຍຄວາມພາກພູມໃຈ. ພ້ອມນີ້, ກໍເພື່ອເປັນການຜັນຂະຫຍາຍເສົາຄໍ້າວັດທະນະທຳອາຊຽນ ແລະ ໃຫ້ມີການແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນ ຂອງຄະນະຜູ້ແທນຂັ້ນສູງ ຢ່າງເປັນປົກກະຕິ, ລວມທັງການສະໜັບສະໜູນ, ຊ່ວຍເຫລືອເຊິ່ງກັນ ແລະ ກັນ.

ທ່ານ ອັນນິດ ມັດຕາ ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ, ສະໜິດສະໜົມໃນຄັ້ງນີ້ ແລະ ຕີລາຄາສູງຕໍ່ການພົວພັນຮ່ວມມືທີ່ດີລະຫວ່າງ ອິນໂດເນເຊຍ ແລະ ສປປ ລາວ ໃນໄລ ຍະຜ່ານມາ. ພ້ອມນີ້, ໄດ້ລາຍງານໂດຍຫຍໍ້ກ່ຽວກັບຈຸດປະສົງຂອງການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃຫ້ທ່ານປະທານສູນກາງແນວລາວສ້າງຊາດ ໄດ້ຮັບຊາບຕື່ມອີກ.
ຂ່າວ-ພາບ: ສຸກສໍາລານ

