ກະຊວງວັດທະນະທຳ ແລະ ການທ່ອງທ່ຽວຮ່ວມກັບສະຖານທູດ ສປ ຈີນ ປະຈຳ ສປປ ລາວ ແລະ ວິທະຍຸໂທລະພາບສູນກາງຈີນ CMG ປະຈໍາ ສປປ ລາວ ໄດ້ຈັດ ສັບປະດາຮູບເງົາຈີນ ເພື່ອສະເຫຼີມຫຼອງວັນສ້າງຕັ້ງສາຍພົວພັນທາງການທູດລາວ-ຈີນ ຄົບຮອບ 65 ປີ ແລະ ປີມິດຕະພາບລາວ-ຈີນ 2026 ເທດສະການຮູບເງົາດີເດັ່ນລາວ-ຈີນ ຄົບຮອບ 10 ປີຂຶ້ນໃນວັນທີ 20 ເມສາ ນີ້ ທີ່ໂຮງສາຍຮູບເງົາເມເຈີ ສູນການຄ້າວຽງຈັນເຊັນເຕີ ໂດຍເປັນກຽດເຂົ້າຮ່ວມຮັບຊົມ ຂອງ ທ່ານ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ ຜູ້ຊີ້ນຳອົງການຈັດຕັ້ງມະຫາຊົນຂັ້ນສູນກາງ, ມີທ່ານ ມອນໄຊ ລາວມົວຊົງ ຮອງປະທານສະພາແຫ່ງຊາດ, ທ່່ານ ນາງ ສວນສະຫວັນ ວິຍະເກດ ລັດະຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ, ທ່ານ ນາງ ຟາງຫົງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັ້ມ ແຫ່ງ ສປ ຈີນ ປະຈໍາ ລາວ ພ້ອມດ້ວຍບັນດາທ່ານການນຳ ແລະ ນັກງານຈາກກະຊວງຕ່າງໆ.

ທ່ານ ນາງ ຟາງຫົງ ໄດ້ກ່າວວ່າ: ຕະຫຼອດໄລຍະ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນທາງການທູດເປັນຕົ້ນມາ, ພາຍໃຕ້ການຊີ້ນຳທາງດ້ານຍຸດທະສາດຂອງການນຳສອງພັກ, ສອງລັດ, ສາຍພົວພັນ ຈີນ-ລາວ ໄດ້ຮັບການເພີ່ມພູນຄູນສ້າງໃຫ້ໜັກແໜ້ນ ແລະ ມີຊີວິດຊີວາຂຶ້ນເລື້ອຍໆ, ຈົນກາຍເປັນຄູ່ຮ່ວມຊາຕາກຳທີ່ບໍ່ສາມາດຕັດແຍກອອກຈາກກັນໄດ້. ການຮ່ວມມືແລກປ່ຽນທາງດ້ານວັດທະນະທຳ ແມ່ນພາກສ່ວນທີ່ສຳຄັນຂອງການຮ່ວມມືຍຸດທະສາດຮອບດ້ານ ຈີນ-ລາວ. ນັບຕັ້ງແຕ່ສອງປະເທດໄດ້ລົງນາມໃນສັນຍາວັດທະນະທຳໃນປີ 1989 ເປັນຕົ້ນມາ, ການຮ່ວມມືດ້ານຂ່າວສານ, ວິທະຍຸ, ໂທລະພາບ ແລະ ຮູບເງົາ ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຮູບປະທຳ ແລະ ຍາດໄດ້ຜົນສຳເລັດອັນສະງ່າງາມ ຊຶ່ງເປັນການປະກອບສ່ວນອັນສຳຄັນໃນການຮັດແໜ້ນຮາກຖານມິດຕະພາບລະຫວ່າງປະຊາຊົນສອງຊາດ ແລະ ຊຸກຍູ້ການຈັດຕັ້ງປະຕິບັດຂໍ້ລິເລີ່ມອາລິຍະທຳໂລກຮູບເງົາ, ໃນຖານະເປັນສິລະປະທີ່ລວມເອົາທັງພາບ ແລະ ສຽງເຂົ້າໄວ້ນຳກັນ, ມີພະລັງພິເສດທີ່ສາມາດເຂົ້າເຖິງຈິດໃຈຂອງຄົນໄດ້ໂດຍກົງ, ທັງເປັນຊ່ອງທາງສຳຄັນໃນການສົ່ງເສີມການເຊື່ອມໂຍງທາງດ້ານວັດທະນະທຳ ແລະ ສ້າງຄວາມໃກ້ຊິດລະຫວ່າງຈິດໃຈຂອງປະຊາຊົນຈີນ-ລາວ. ໃນເກືອບ 10 ປີ ຜ່ານມາ, ວິທະຍຸໂທລະພາບສູນກາງຈີນ ໄດ້ຢຶດໝັ້ນຈັດກິດຈະກຳ “ເທດສະການຮູບເງົາດີເດັ່ນລາວ-ຈີນ” ໄປສາຍຢູ່ທົ່ວປະເທດລາວແບບສາທາລະນະປະໂຫຍດ, ໄດ້ຈັດຕັ້ງການແປ ແລະ ພາກສຽງຮູບເງົາຈີນທີ່ດີເດັ່ນຫຼາຍເລື່ອງ ເພື່ອນຳໄປສາຍໃຫ້ປະຊາຊົນລາວທົ່ວປະເທດໄດ້ຮັບຊົມ ຊຶ່ງໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ແລະ ກາຍເປັນສາຍໃຍແຫ່ງຄວາມຜູກພັນທາງດ້ານຈິດໃຈຂອງປະຊາຊົນສອງຊາດ. ໃນຂະນະດຽວກັນ, ສອງຝ່າຍຍັງໄດ້ຮ່ວມກັນຜະລິດຮູບເງົາ ແລະ ລາຍການໂທລະພາບຫຼາຍເລື່ອງ, ເຊັ່ນ: ຮູບເງົາເລື່ອງ “ດອກຈຳປາບານ” ໃນປີ 2018 ແລະ ສາລະຄະດີ “ບັກທຶກການເດີນທາງລົດໄຟ ລາວ-ຈີນ” ທີ່ຫາກໍອອກອາກາດໃນບໍ່ດົນມານີ້ ຊຶ່ງໄດ້ຈາລຶກເລື່ອງລາວອັນສະກົດໃຈແຫ່ງຄວາມສາມັກຄີ ແລະ ການຮ່ວມມືພັດທະນາຂອງປະຊາຊົນສອງຊາດໄວ້ເທິງຈໍໃຫຍ່ຕະຫຼອດໄປ.

ການຈັດສັບປະດາຮູບເງົາຄັ້ງນີ້ແມ່ນເພື່ອແນໃສ່ນຳໃຊ້ສິລະປະຮູບເງົາເປັນສື່ກາງ ແລະ ນຳໃຊ້ວັດທະນະທຳເປັນຂົວຕໍ່ ເພື່ອໃຫ້ມິດຕະພາບ ຈີນ-ລາວ ຝັງຮາກເລິກຢູ່ໃນຈິດໃຈຂອງປະຊາຊົນຫຼາຍຂຶ້ນ. ພວກເຮົາໄດ້ຄັດເລືອກເອົາຮູບເງົາຈີນທີ່ດີເດັ່ນ 7 ເລື່ອງ ທີ່ຜະລິດໂດຍ ວິທະຍຸໂທລະພາບສູນກາງຈີນ ຊຶ່ງມີເນື້ອໃນທີ່ຫຼາກຫຼາຍ ເປັນຕົ້ນແມ່ນຄວາມຮັກຊາດ, ການເຕີບໃຫຍ່ຂອງໄວໜຸ່ມ, ວິທະຍາສາດ, ເລື່ອງຕະຫຼົກ ແລະ ຄວາມຮັກໃນຄອບຄົວ ເພື່ອສະແດງໃຫ້ເຫັນເຖິງຜົນສຳເລັດຂອງການພັດທະນາປະເທດຈີນໃນຍຸກໃໝ່ ແລະ ສະພາບຈິດໃຈທີ່ຫ້າວຫັນຂອງປະຊາຊົນຈີນ. ຕົວຢ່າງຄື: ຮູບເງົາເລື່ອງ “ຂ້ອຍກັບບ້ານເກີດຂອງຂ້ອຍ” ທີ່ຈະສາຍໃນຄັ້ງນີ້, ແມ່ນສ່ອງແສງໃຫ້ເຫັນເຖິງຜົນສຳເລັດອັນຍິ່ງໃຫຍ່ຂອງຈີນໃນການສ້າງສັງຄົມຢູ່ດີກິນດີຮອບດ້ານ ແລະ ການລຶບລ້າງຄວາມທຸກຍາກ. ຫວັງວ່າຜ່ານຮູບເງົາເຫຼົ່ານີ້ ຈະຊ່ວຍໃຫ້ຜູ້ຊົມລາວບັນດາເຜົ່າເຂົ້າໃຈປະເທດຈີນໄດ້ດີຂຶ້ນ ແລະ ເຮັດໃຫ້ປະຊາຊົນສອງຊາດມີຄວາມໃກ້ຊິດກັນກວ່າເກົ່າ. ຝ່າຍຈີນຍິນດີຈະຮ່ວມກັບຝ່າຍລາວ ສືບຕໍ່ລົງເລິກການແລກປ່ຽນໃນຂົງເຂດຮູບເງົາ, ສິລະປະ, ວັດທະນະທຳ ແລະ ທ່ອງທ່ຽວ, ເພື່ອສ້າງເວທີການຮ່ວມມື ແລະ ໂຄງການທີ່ມີຊື່ສຽງໃຫ້ຫຼາຍຂຶ້ນ.
ທ່ານ ນາງ ສວນສະຫວັນ ວິຍະເກດ ກ່າວວ່າ: ຕົນເອງ ມີຄວາມປິຕິຍິນດີຊົມຊື່ນເປັນຢ່າງຍິ່ງທີ່ໄດ້ເຫັນມິດຕະພາບການພົວພັນຮ່ວມມືອັນຍາວນານ ລະຫວ່າງສອງພັກ ສອງລັດ ແລະ ປະຊາຊົນສອງຊາດລາວ-ຈີນ, ຈີນ-ລາວຂອງພວກເຮົາຍິ່ງເລິກເຊິ່ງຂຶ້ນກວ່າເກົ່າ, ມີການເສີມຂະຫຍາຍຢ່າງຕັ້ງໜ້າ ແລະ ເຂົ້າສູ່ລວງເລິກໃນທຸກຂົງເຂດວຽກງານ ທີ່ກຳລັງຂະຫຍາຍຕົວຢ່າງກວ້າງຂວາງ ອັນໄດ້ນຳຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດລາວ-ຈີນ, ຈີນ-ລາວຢ່າງບໍ່ຢຸດຢັ້ງ. ປີ 2026 ນີ້ແມ່ນຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ແລະ ປີມິດຕະພາບລາວ-ຈີນ, ຈີນ-ລາວ; ສອງຊາດຄູ່ຮ່ວມຊາຕາກໍາລາວ-ຈີນ, ຈີນ-ລາວ ໄດ້ກາຍເປັນແບບຢ່າງໜຶ່ງທີ່ດີຂອງການສ້າງປະຊາຄົມຄູ່ຮ່ວມຊາຕາກຳຂອງມວນມະນຸດ ແລະ ບົນພື້ນຖານການເປັນຄູ່ຮ່ວມຊາຕາກໍາດຽວກັນ, ເປັນຄູ່ຮ່ວມຍຸດທະສາດຮອບດ້ານໝັ້ນຄົງຍາວນານ ຕາມທິດ 4 ດີ ໃຫ້ມີການຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ກ້າວສູ່ຄຸນນະພາບໃໝ່ທີ່ມີຄວາມຫວັງ ແລະ ມີຊີວິດຊີວາ.

ຂໍສະແດງຄວາມຊົມເຊີຍຢ່າງຈິງໃຈ ແລະ ຕີລາຄາສູງຕໍ່ການຈັດງານທີ່ມີຄວາມໝາຍ ຄວາມສຳຄັນໃນຄັ້ງນີ້, ກໍຄືການສົ່ງເສີມການຮ່ວມມືດ້ານວັດທະນະທຳ ອັນກາຍເປັນຂົວຕໍ່ມິດຕະພາບທີ່ສຳຄັນໜຶ່ງ ໂດຍຜ່ານການຮັບຊົມຮູບເງົາຈີນທີ່ພາກເປັນພາສາລາວມີທັງໝົດ 7 ເລື່ອງ, (ສາຍໃນຄັ້ງນີ້ ເນື່ອງຈາກເວລາຈຳກັດຈຶ່ງສາຍ 1 ເລື່ອງ) ຄື: “ຂ້ອຍກັບບ້ານເກີດຂອງຂ້ອຍ” ຊຶ່ງມີເນື້ອໃນກ່ຽວກັບຈິນຕະນາການ-ວິໄສທັດ ແລະ ແບບແຜນການດຳລົງຊີວິດ ຂອງປະຊາຊົນຈີນທີ່ແຕກຕ່າງກັນ ແຕ່ກໍຍັງຮັກສາໄດ້ເຖິງຄວາມສາມັກຄີປອງດອງກັນ ຈົນສາມາດຜ່ານຜ່າອຸປະສັກນາໆປະການໄດ້. ເນື້ອໃນຮູບເງົາດັ່ງກ່າວຈະບໍ່ສະເພາະສ້າງຄວາມບັນເທີງໃຫ້ແກ່ຜູ້ຊົມເທົ່ານັ້ນ ແຕ່ຍັງເປັນການຮຽນຮູ້ ແລະ ຖອດຖອນເປັນບົດຮຽນ ເພື່ອມາໝູນໃຊ້ເຂົ້າກັບການດຳລົງຊີວິດຂອງພວກເຮົາໄດ້ຢ່າງເໝາະສົມ ໂດຍສະເພາະຜູ້ຊົມປະຊາຊົນລາວສາມາດເຂົ້າໃຈ ແລະ ສຳຜັດໄດ້ເຖິງວັດທະນະທຳຂອງຈີນ ເຮັດໃຫ້ປະຊາຊົນສອງຊາດລາວ-ຈີນ, ຈີນ-ລາວ ມີຄວາມເຂົ້າອົກເຂົ້າໃຈກັນຫຼາຍຂຶ້ນ ແລະ ຮັດແໜ້ນສາຍພົວພັນໃຫ້ແໜ້ນແຟ້ນຂຶ້ນຢ່າງບໍ່ຢຸດຢັ້ງ. ຮູບເງົາຈຳນວນດັ່ງກ່າວຈະບໍ່ສາຍສະເພາະໃນນະຄອນຫຼວງວຽງຈັນ ແຕ່ຄະນະຮັບຜິດຊອບຍັງຈະສືບຕໍ່ສາຍຢູ່ບັນດາແຂວງຈຳນວນໜຶ່ງ ເປັນຕົ້ນ: ແຂວງຫຼວງພະບາງ, ຫົວພັນ, ຈໍາປາສັກ ໃນເວລາມໍ່ໆນີ້ຕື່ມອີກ ເພື່ອໃຫ້ປະຊາຊົນລາວ, ປະຊາຊົນຈີນທີ່ອາໄສຢູ່ ສປປ ລາວ ສາມາດເຂົ້າມາຮັບຊົມໄດ້.

