ຜູ້ທີ່ມີຄວາມສ່ຽງສູງ ຈາກມົນລະພິດທາງອາກາດ ກໍຄື PM2.5 ແມ່ນເດັກນ້ອຍ, ຜູ້ອາຍຸສູງ, ແມ່ຍິງຖືພາ, ຜູ້ທີ່ເປັນພະຍາດຫອບຫືດ, ພະຍາດປອດຊໍາເຮື້ອ (COPD), ອາການພູມແພ້ທາງເດີນຫາຍໃຈ, ຄວາມດັນເລືອດສູງ, ໄຂມັນໃນເສັ້ນເລືອດ, ພະຍາດເບົາຫວານ, ພະຍາດອ້ວນ, ລະບົບຫລອດເລືອດຊຸດໂຊມ, ຜູ້ທີ່ເຮັດວຽກ ຫລື ອາໄສຢູ່ເຂດທີ່ມີມົນລະພິດໃນລະດັບສູງຢ່າງຕໍ່ເນື່ອງ ກໍອາດຈະໄດ້ຮັບຜົນກະທົບຮ້າຍແຮງຂຶ້ນ.
ສຳລັບ ດັດຊະນີຄຸນນະພາບອາກາດ (AQI) ຈະມີຫລາຍລະດັບທີ່ບົ່ງບອກເຖິງມົນລະພິດທາງອາກາດ ຊຶ່ງຄວາມອັນຕະລາຍ ແລະ ວິທີປ້ອງກັນຂອງຄົນແຕ່ລະກຸ່ມກໍເຊັ່ນດຽວກັນ.
ສະເພາະກຸ່ມທີ່ມີຄວາມສ່ຽງສູງ: ຖ້າຄ່າຂອງດັດຊະນີຄຸນນະພາບອາກາດສູງເກີນກວ່າ 51, ທ່ານຄວນຫລຸດຜ່ອນການໃຊ້ເວລາອອກໄປກາງແຈ້ງ, ໃສ່ຜ້າອັດປາກ-ດັງ N95, ຖ້າທ່ານມີເງື່ອນໄຂຄວນໃຊ້ເຄື່ອງຟອກອາກາດພາຍໃນເຮືອນ ແລະ ຄວນເຮັດຄວາມສະອາດປ່ຽນແຜງຟອກອາກາດເພື່ອໃຫ້ແນ່ໃຈວ່າເຄື່ອງນັ້ນຍັງເຮັດວຽກໄດ້ດີ; ຫລີກລ່ຽງພື້ນທີ່ໆມີການສັນຈອນໜາແໜ້ນ, ເຂດທີ່ມີຝຸ່ນລະ ອອງໃນການກໍ່ສ້າງ, ເຂດທີ່ມີການເຜົາໄໝ້. ຄວນໄປໃຊ້ຖະໜົນ ແລະ ເສັ້ນທາງທີ່ບໍ່ມີການຈາລາຈອນແອອັດ ຫລື ໄລຍະລົດແລ່ນບໍ່ຫລາຍ ເພື່ອຫລີກລ່ຽງມົນລະພິດຈາກການສັນຈອນ.
ເມື່ອມີອາການຫາຍໃຈຍາກ, ວິນຫົວ-ປວດຮາກ, ເຈັບໜ້າເອິກ, ອາການລະຄາຍເຄືອງຕາ ແລະ ຄໍຢ່າງຮຸນແຮງໃຫ້ໄປປຶກສາແພດ ຫລື ໄປໂຮງໝໍໃກ້ບ້ານທ່ານ.
ຂໍ້ມູນ-ພາບ: ສູນຂ່າວສານການແພດສຸຂະສຶກສາ

