Homeຂ່າວດ່ວນໄລຍະສະຫລອງປິໃໝ່ລາວ 7 ວັນ ທົ່ວປະເທດ ມີອຸບັດເຫດເກີດຂຶ້ນ 228 ລາຍ, ເສຍຊີວິດ 23 ຄົນ

ໄລຍະສະຫລອງປິໃໝ່ລາວ 7 ວັນ ທົ່ວປະເທດ ມີອຸບັດເຫດເກີດຂຶ້ນ 228 ລາຍ, ເສຍຊີວິດ 23 ຄົນ

ໃນໄລຍະສະຫລອງປີໃໝ່ລາວ ພສ 2569 ໃນລະຫວ່າງວັນທີ 12-18 ເມສາ 2026 ທົ່ວປະເທດ ມີອຸບັດເຫດເກີດຂຶ້ນທັງໝົດ 228 ລາຍ, ໄດ້ຮັບບາດເຈັບ 362 ຄົນ, ເສຍຊີວິດ 23 ຄົນ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ອຸບັດເຫດຫລຸດລົງ 85 ລາຍ, ຄົນໄດ້ຮັບບາດເຈັບ ຫລຸດລົງ 159 ຄົນ, ເສຍຊີວິດຫລຸດລົງ 3 ຄົນ.

ທ່ານ ພັອ ຄຳສອນ ສີດາວົງ ຫົວໜ້າກົມຕຳຫລວດຈະລາຈອນ ໄດ້ຖະແຫລງຂ່າວຕໍ່ສື່ມວນຊົນໃນວັນທີ 20 ເມສາ 2026 ນີ້ວ່າ: ໄລຍະສະຫລອງປີໃໝ່ລາວ ພສ 2569 ໃນລະຫວ່າງວັນທີ 12-18 ເມສາ 2026 ທົ່ວປະເທດ ມີອຸບັດເຫດເກີດຂຶ້ນທັງໝົດ 228 ລາຍ, ບາດເຈັບ 362 ຄົນ, ເສຍຊີວິດ 23 ຄົນ. ໃນນັ້ນ, ແຂວງທີີ່ມີອຸບັດເຫດຫລາຍກວ່າໝູ່ແມ່ນແຂວງນະຄອນຫລວງວຽງຈັນ 32 ລາຍ (ເສຍຊີວິດ 6 ຄົນ), ແຂວງວຽງຈັນ 31 ລາຍ (ເສຍຊີວິດ 2 ຄົນ), ສະຫວັນນະເຂດ 31 ລາຍ (ບໍ່ມີຜູ້ເສຍຊີວິດ), ແຂວງຈຳປາສັກ 16 ລາຍ (ເສຍຊີວິດ 5 ຄົນ), ແຂວງຫລວງພະບາງ 15 ລາຍ (ເສຍຊີວິດ 2 ຄົນ), ແຂວງອັດຕະປື 14 ລາຍ (ບໍ່ມີຜູ້ເສຍຊີວິດ), ແຂວງອຸດົມໄຊ 13 ລາຍ (ເສຍຊີວິດ 2 ຄົນ), ແຂວງບໍລິຄຳໄຊ 13 ລາຍ (ບໍ່ມີຜູ້ເສຍຊີວິດ), ແຂວງສາລະວັນ 13 ລາຍ (ເສຍຊີວິດ 1 ຄົນ), ແຂວງຫລວງນ້ຳທາ 11 ລາຍ (ບໍ່ມີຜູ້ເສຍຊີວິດ), ແຂວງຄຳມ່ວນ 8 ລາຍ (ເສຍຊີວິດ 2 ຄົນ), ແຂວງຜົ້ງສາລີ 6 ລາຍ (ບໍ່ມີຜູ້ເສຍຊີວິດ), ແຂວງເຊກອງ 5 ລາຍ (ບໍ່ມີຜູ້ເສຍຊີວິດ), ແຂວງໄຊຍະບູລີ 4 ລາຍ (ເສຍຊີວິດ 2 ຄົນ), ແຂວງບໍ່ແກ້ວ 4 ລາຍ (ບໍ່ມີຜູ້ເສຍຊີວິດ), ແຂວງຫົວພັນ 4 ລາຍ (ບໍ່ມີຜູ້ເສຍຊີວິດ), ແຂວງຊຽງຂວາງ 3 ລາຍ (ເສຍຊີວິດ 1 ຄົນ), ແຂວງໄຊສົມບູນ 1 ລາຍ (ບໍ່ມີຜູ້ເສຍຊີວິດ). ນອກນີ້, ຍັງມີອຸບັດເຫດເກີດຂຶ້ນຢູ່ທາງດ່ວນ 2 ລາຍ (ບໍ່ມີຜູ້ເສຍຊີວິດ) ແລະ ຢູ່ເຂດເສດຖະກິດພິເສດສາມ ຫລ່ຽມຄຳ 2 ລາຍ (ເສຍຊີວິດ 1 ຄົນ).

ສຳລັບ ສາເຫດທີ່ພາໃຫ້ເກີດອຸບັດເຫດ ສ່ວນໃຫຍ່ແມ່ນເກີດຈາກດື່ມສິ່ງມຶນເມົາແລ້ວຂັບ, ຂັບ ໄວເກີນກຳນົດ, ບໍ່ປ່ອຍສິດ, ແຊງບໍ່ຮັບປະກັນ, ປ່ຽນທິດທາງ ແລະ ອື່ນໆ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments